ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງບັນດາເມືອງຂອງແຂວງຊຽງຂວາງ ແລະ ຄະນະຈັດຕັ້ງແຂວງ ປັບປຸງພາລະບົດບາດ, ວິເຄາະ ແລະ ຂຽນຕຳແໜ່ງງານຄະນະຈັດຕັ້ງເມືອງ
ຈຳນວນຜູ້ອ່ານ: 41
ອະນຸມັດວັນທີ: 19/09/2022

ໂດຍ: ສົມໄຊ ຫຼ້າດວງມະນີ

     ໃນວັນທີ 15 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງຊຽງຂວາງ ຄະນະຈັດຕັ້ງແຂວງໄດ້ຈັດກອງປະຊຸມປັບປຸງພາລະບົດບາດຂອງຄະນະຈັດຕັ້ງເມືອງ, ສະຖິຕິພະນັກງານຈັດຕັ້ງເມືອງ, ວິເຄາະ ແລະ ຂຽນຕຳແໜ່ງງານ ໂດຍການເປັນປະທານຂອງສະຫາຍ ສູນທອນ ພັນມີໄຊ  ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າຄະນະຈັດຕັ້ງເມືອງ 7 ເມືອງໃນທົ່ວແຂວງ, ມີຄະນະຈັດຕັ້ງແຂວງ, ຄະນະຮັບຜິດຊອບວິເຄາະ ແລະ ຂຽນຕໍາແໜ່ງງານຂັ້ນແຂວງ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

     ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນວິເຄາະການກຳນົດຕຳແໜ່ງງານ ທັງປັບປຸງພາລະບົດບາດຂອງແຕ່ລະໜ່ວຍງານຂອງເມືອງ, ແນໃສ່ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ຂອງແຕ່ລະຂະແໜງການພາຍໃນຄະນະຈັດຕັ້ງເມືອງໃຫ້ມີຄຸນນະພາບ; ພ້ອມນີ້ ຍັງໄດ້ຮັບຟັງການລາຍງານສະພາບລວມໃນການຈັດຕັ້ງ, ການເຄື່ອນໄຫວຂອງຄະນະຈັດຕັ້ງເມືອງ, ວິເຄາະ ແລະ ຂຽນຕຳແໜ່ງງານ ເຊິ່ງເມື່ອກ່ອນມີ 5 ໜ່ວຍງານ, ປັດຈຸບັນໄດ້ໂຮມເຂົ້າກັນເປັນ 3 ໜ່ວຍງານຄື: ໜ່ວຍງານພັກ, ໜ່ວຍງານພະນັກງານ ແລະ ໜ່ວຍງານບໍລິຫານ-ສັງລວມ ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນຄຳຄິດ, ຄຳເຫັນຢ່າງກົງໄປກົງມາໃນການຈັດຕັ້ງ, ການເຄື່ອນໄຫວຂອງຄະນະຈັດຕັ້ງເມືອງ ແລະ ວິເຄາະບັນຫາຢ່າງພາວະວິໃສ ເຮັດໃຫ້ກອງປະຊຸມມີບັນຍາກາດທີ່ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ.

     ການວິເຄາະ ການກຳນົດຕຳແໜ່ງງານ, ປັບປຸງພາລະບົດບາດຂອງແຕ່ລະໜ່ວຍງານຕ້ອງອີງໃສ່ໜ້າທີ່ວຽກງານທີ່ມີຕາມພາລະບົດບາດ ແລະ ໜ້າທີ່ຂອງໃນໜ່ວຍງານຂອງຕົນ, ຕ້ອງກຳນົດລະອຽດຊັດເຈນຈຳນວນກຸ່ມວຽກ, ໜ້າວຽກ ແລະ ຈຳນວນຄົນທີ່ຕ້ອງການ ເພື່ອຮັບຜິດຊອບຕາມໜ້າວຽກທີ່ກຳນົດໄວ້; ວຽກງານດັ່ງກ່າວຕ້ອງໄດ້ລົງເລິກ ໃນການວິເຄາະ-ໄຈ້ແຍກບັນຫາທີ່ກ່ຽວຂ້ອງຢ່າງພາວະວິໃສ ຮອບດ້ານ ເພື່ອຂຶ້ນແຜນງົບປະມານ ແລະ ກຳນົດເປົ້າໝາຍບຸກຄະລາກອນທີ່ຈະບັນຈຸເຂົ້າເຮັດວຽກໃຫ້ຖືກຕ້ອງເໝາະສົມກັບຕໍາແໜ່ງງານ ເຮັດໃຫ້ວຽກງານກ້າວເຂົ້າສູ່ຄຸນນະພາບໃໝ່ ດ້ວຍປະສິດທິພາບ ແລະ ປະສິດທິຜົນສູງສຸດ.

     ນອກຈາກການວິເຄາະການກຳນົດຕຳແໜງງານ, ປັບປຸງລະບົດບາດຂອງແຕ່ລະໜ່ວຍງານຂອງຄະນະຈັດຕັ້ງເມືອງແລ້ວ ຄະນະຈັດຕັ້ງແຂວງ, ຄະນະຈັດຕັ້ງເມືອງ ແລະ ຫ້ອງການພາຍໃນເມືອງ ຍັງໄດ້ຈັດກິດຈະກຳຫຼິ້ນກິລາມິດຕະພາບຮ່ວມກັນ ເພື່ອສ້າງບັນຍາກາດສືບຕໍ່ຮັດແໜ້ນຄວາມສາມັກຄີອັນເປັນມູນເຊື້ອ ແລະ ເປັນບົດຮຽນທີ່ດີລະຫວ່າງຄະນະຈັດຕັ້ງແຂວງ, ຄະນະຈັດຕັ້ງເມືອງ ແລະ ຫ້ອງການພາຍໃນເມືອງ...ຯ