ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງບໍ່ແກ້ວ ແລະ ຄະນະຈັດຕັ້ງແຂວງຫຼວງນໍ້ທາ ພົບປະແລກປ່ຽນບົດຮຽນຮ່ວມກັນ
ຈຳນວນຜູ້ອ່ານ: 25
ອະນຸມັດວັນທີ: 12/09/2022

                       ໂດຍ: ບຸນຕາ ສີຫາລາດ

ນັກຂ່າວຄະນະຈັດຕັ້ງແຂວງບໍ່ແກ້ວ

     ປະຕິບັດຕາມການຕົກລົງເຫັນດີຂອງຄະນະປະຈໍາພັກແຂວງ ສະບັບເລກທີ 986/ຄປພຂ, ລົງວັນທີ 01 ກໍລະກົດ 2022 ວ່າດ້ວຍການອະນຸມັດໃຫ້ຄະນະພັກ ຄະນະນໍາ, ພະນັກງານຄະນະຈັດຕັ້ງແຂວງບໍ່ແກ້ວ ເຄື່ອນໄຫວພົບປະແລກປ່ຽນບົດຮຽນກັບຄະນະຈັດຕັ້ງແຂວງຫຼວງນໍ້າທາ.

     ໃນວັນທີ 5 ສິງຫາ 2022 ຄະນະຈັດຕັ້ງແຂວງບໍ່ແກ້ວ ແລະ ຄະນະຈັດຕັ້ງແຂວງຫຼວງນໍ້າທາ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງນໍ້າທາ ມີພະນັກງານຄະນະຈັດຕັ້ງທັງສອງແຂວງເຂົ້າຮ່ວມທັງໝົດ 42 ສະຫາຍ, ຍິງ 17 ສະຫາຍ; ຝ່າຍຄະນະຈັດຕັ້ງແຂວງບໍ່ແກ້ວ ນໍາໂດຍສະຫາຍ ສົມພອນ ແກ້ວມະນີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ແລະ ຝ່າຍຄະນະຈັດຕັ້ງແຂວງຫຼວງນ້ຳທາ ນໍາໂດຍສະຫາຍ ຄຳສີ ດັງສະໄຫວ  ຮອງຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ.

     ຈຸດປະສົງການພົບປະແລກປ່ຽນບົດຮຽນເທື່ອນີ້ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກພັກ-ກໍ່ສ້າງພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ, ການຈັດຕັ້ງປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະພັກຂັ້ນເທິງໃນໄລຍະຜ່ານມາ  ເພື່ອຕີລາຄາ ແລະ ຖອດຖອນແລກປ່ຽນບົດຮຽນນໍາກັນ.

     ການພົບປະແລກປ່ຽນບົດຮຽນຄັ້ງນີ້ ແຕ່ລະຝ່າຍໄດ້ລາຍງານສະພາບພົ້ນເດັ່ນ ແລະ ດ້ານອ່ອນຂໍ້ຄົງຄ້າງກ່ຽວກັບວຽກງານວິຊາສະເພາະຂອງຕົນໃນໄລຍະຜ່ານມາໂດຍສັງເຂບໃຫ້ກັນຊາບ ຈາກນັ້ນທັງສອງຝ່າຍກໍ່ໄດ້ຕັ້ງບັນຫາທີ່ຕົນສົນໃຈແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ບົດຮຽນການຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກ ໃຫ້ເປົ້າໝາຍຢູ່ຮາກຖານພັກບ້ານ; ບົດຮຽນການດຳເນີນກອງປະຊຸມໃຫຍ່ໜ່ວຍພັກບ້ານ, ຄະນະປົກຄອງບ້ານ; ບົດຮຽນການປັບປຸງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢູ່ຮາກຖານພັກບ້ານ; ບົດຮຽນການອອກບັດ-ມອບບັດສະມາຊິກພັກສົມບູນ; ບົດຮຽນການສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ແລະ ການປັບປຸງກົງຈັກການຈັດຕັ້ງ; ບົດຮຽນການຢັ້ງຢືນທຽບທິດສະດີ, ການຍົກຍ້າຍພະນັກງານ ແລະ ນະໂຍບາຍຕໍ່ພະນັກງານທີ່ໄປຍົກລະດັບວິຊາສະເພາະ ຮຽນທິດສະດີທັງພາຍໃນ ແລະ ຕ່າງປະເທດ; ບົດຮຽນການປະຕິບັດນະໂຍບາຍຕໍ່ພະນັກງານທີ່ເສຍຊີວິດ ທັງຜູ້ປະຈຳການ ແລະ ພະນັກງານບຳນານ.

     ນອກຈາກການພົບປະແລກປ່ຽນບົດຮຽນວິຊາສະເພາະແລ້ວ ສອງຄະນະຈັດຕັ້ງແຂວງຍັງໄດ້ຈັດກິດຈະກຳຫຼີ້ນກິລາມິດຕະພາບຮ່ວມກັນ ສືບຕໍ່ຮັດແໜ້ນຄວາມສາມັກຄີອັນເປັນມູນເຊື້ອ ແລະ ເປັນບົດຮຽນທີ່ດີໃຫ້ສອງຄະນະຈັດຕັ້ງແຂວງໃນການພົບປະແລກປ່ຽນບົດຮຽນໃນຄັ້ງຕໍ່ໄປ ເຊິ່ງຄັ້ງນີ້ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນຈະຜັດ ປ່ຽນກັນຢ້ຽມຢາມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ 2 ປີຕໍ່ຄັ້ງ ເລີ່ມຈາກປີ 2023 ເປັນຕົ້ນໄປ.

     ການພົບປະແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ຄະນະຈັດຕັ້ງແຂວງບໍ່ແກ້ວ ແລະ ຄະນະຈັດຕັ້ງແຂວງຫຼວງນໍ້າທາ ຄັ້ງນີ້ ເປັນຜົນດີໃຫ້ແກ່ພະນັກງານທັງສອງຝ່າຍ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍ ແລະ ການວາງທິດທາງແຜນການວຽກງານວິຊາສະເພາະໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນແຕ່ລະແຂວງ.