ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບບັດສະມາຊິກພັກສົມບູນ ແລະ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກຄະນະຈັດຕັ້ງແຂວງຜົ້ງສາລີ ປະຈຳປີ 2021
ຈຳນວນຜູ້ອ່ານ: 31
ອະນຸມັດວັນທີ: 02/09/2022

ພາບ-ຂ່າວ: ນ. ຈັນສະໝອນ ຖວທ ເມືອງບຸນເໜືອ

        ໃນວັນທີ 24 ສິງຫາ  2022 ໜ່ວຍພັກຄະນະຈັດຕັ້ງແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບບັດສະມາຊິກພັກສົມບູນ ແລະ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2021 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບົວທອງ ອູ່ແສງຄຳ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງແຂວງຜົ້ງສາລີ, ມີຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

       ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ຄະນະຈັດຕັ້ງພິທີໄດ້ກ່າວຈຸດປະສົງ ພ້ອມທັງຜ່ານມະຕິຕົກລົງ ເລກທີ 08/ຄພຂ ຜົ້ງສາລີ, ລົງວັນທີ 05 ມັງກອນ 2022 ວ່າດ້ວຍການມອບບັດສະມາຊິກພັກສົມບູນທີ່ຄົບຕາມມາດຕະຖານ ໃຫ້ໜ່ວຍພັກຄະນະຈັດຕັ້ງແຂວງ ຈໍານວນ 01 ສະຫາຍ, ຜ່ານມະຕິຕົກລົງ ເລກທີ 481/ຄພຂ.ຜລ ລົງວັນທີ 16 ມີຖຸນາ 2022 ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021; ຈາກນັ້ນ ສະຫາຍ ຫຸມພັນ ຈັນທະລາ ຮອງເລຂາໜ່ວຍພັກຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປີຜ່ານມາ ແລະ ວາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຕໍ່ໜ້າ. ໃນບົດສະຫລຸບ ໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ໃນການນຳພາຂອງຄະນະໜ່ວຍພັກ ແລະ ສະມາຊິກພັກ ໃນການເຊື່ອມຊຶມ ແລະ ຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງຂອງຂັ້ນເທິງ, ສະມາຊິກພັກມີແນວຄິດຫຼັກໜັ້ນ, ຍຶດໝັ້ນຕໍ່ກົນອຸການການສັງຄົມນີຍົມຂອງພັກ, ຮູ້ຈັກມິດ ແລະ ສັດຕູຢ່າງຈະແຈ້ງ, ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ. ຈາກນັ້ນ ຜຸ້ຕາງໜ້າຄະນະກວດກາແຂວງໄດ້ຂື້ນຜ່ານຂໍ້ຕົກລົງ ເລກທີ 629 /ຂຜລ, ລົງວັນທີ 22  ກໍລະກົດ 2022 ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ແກ່ຄະນະຈັດຕັ້ງແຂວງ ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີຜ່ານມາ ປະກອບມີ 22 ທ່ານ, ຍີງ 10 ທ່ານ; ໃຫ້ກຽດມອບບັດສະມາຊິກພັກສົມບູນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍ ສະຫາຍ ບົວທອງ ອູ່ແສງຄຳ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານຂັ້ນແຂວງ, ມີສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງແຂວງ ຂຶ້ນກ່າວຮັບ.

       ໃນຕອນທ້າຍພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຂອງສະຫາຍບົວທອງ ອູ່ແສງຄຳ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງໜ່ວຍພັກ ຕະຫຼອດໄລຍະໜຶ່ງປີຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະໜ່ວຍພັກ ເພີ່ມທະວິສຶກສາອົບຮົມການເມືອງແນວຄິດຢ່າງເລີກເຊິ່ງ, ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນຖັນແຖວພະນັກງານ-ສະມາຊິກພັກ ແນໃສ່ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍພັກມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ ແລະ ເຕົ້າໂຮມຄວາມສາມັກຄີຢ່າງແໜ້ນແຟ້ນ, ເພີ່ມທະວິການນໍາພາ, ວິທີເຮັດວຽກໃຫ້ມີຈີນຕະນາການໃໝ່, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ, ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜັ້ນ ສະໄໝຕໍ່ໄປ.