ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 31/08/2022

ຂ່າວ ແລະ ພາບ: ສ.ສົດ​ໃສ

     ໃນວັນທີ 31 ສິງຫາ 2022 ກະຊວງ​ສາທາລະນະ​ສຸກ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມ​ເອກະສານ​ສຳຄັນ​ຂອງ​ພັກ-ລັດ​ຈຳນວນ​ໜຶ່ງ ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ວິທະຍາເຂດດົງໂພສີ) ໂດຍການເປັນປະທານຂອງສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະ​ປະຈຳ​ພັກ-ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກ​ຖານ, ຄະນະ​ໜ່ວຍ​ພັກທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າກົມ-ຮອງ​ກົມ, ຫົວໜ້າ​ພະ​ແນ​ກ ຫຼື ທຽບ​ເທົ່າອ້ອມ​ຂ້າງ​ກະ​ຊວງ​ສາທາລະນະ​ສຸກ​ ​ແລະ ປະທານ​ຂອງ 3 ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ກະຊວງ ເຂົ້າຮ່ວມທັງໝົດ 450 ສະຫາຍ.

     ເນື້ອ​ໃນ​ການ​ເຜີ​ຍ​ແຜ່-​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້: ມີ 3 ​ເອກະສານ​ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ​ສາທາລະນະ​ສຸກ ​ເປີດ​ກວ້າງສະ​ໄໝ​ສາມັນ ຄັ້ງ​ທີ 7 ສະ​ໄໝທີ IX ສະ​ເໜີ​ໂດຍສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ; ເອກະສານກ່ຽວກັບວັນ​ລັດຖະທຳ​ມະນູນ​ແຫ່ງ ສປປ ລາວ ຄົບ 31 ປີ (15 ສິງຫາ 1991-15 ສິງຫາ 2022) ສະ​ເໜີ​ໂດຍສະ​ຫາຍ ດຣ. ສະໜອງ ທອງ​ຊະນະ ຮອງ​ເລຂາ​ຄະນະ​ພັກ​ກະຊວງ​ສາທາລະນະ​ສຸກ ແລະ ດຳລັດ​ວ່າ​ດ້ວຍ​ການ​ປະ​ຢັດ ​ແລະ ຕ້ານ​ການ​​ຟູມ​ເຟືອຍ ສະບັບ​ເລກ​ທີ 205/ລບ, ລົງ​ວັນ​ທີ 22/7/2022 ສະ​ເໜີ​​ໂດຍ​ສະຫາຍ ດຣ ​ໄພ​ວັນ ​ແກ້ວ​ປະ​ເສີດ ກຳມະການ​ປະ​ຈຳ​ພັກ, ປະທານກວດກາ​ກະຊວງສາທາລະນະ​ສຸກ.

      ຈຸດປະສົງຄັ້ງນີ້ ເພື່ອ​ເຮັດ​ໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກໍາແໜ້ນເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ​ສາທາລະນະ​ສຸກ ​ເປີດ​ກວ້າງສະ​ໄໝ​ສາມັນ ຄັ້ງ​ທີ 7 ສະ​ໄໝທີ IX ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ, ກຳ​ແໜ້ນ​ທັດສະນະ, ​ແຜນ​ນະ​ໂຍບາຍ ​ແລະ ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ, ​ລະ​ນຶກ​ເຖິງວັນ​​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ແຫ່ງ ສປປ ລາວ, ​ເຊີດ​ຊູ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ຢ່າງ​ໜັກ​ແໜ້ນ, ມີ​ນ້ຳ​ໃຈ​ບໍລິສຸດ​ຕໍ່​ປະ​ເທດ​ຊາດ​ຕໍ່​ປະຊາຊົນ, ຕ້ານ​ແນວ​ຄິດ​ເອກະ​ຊົນ, ສວຍ​ໂອກາດ, ສໍ້​ລາດ​ບັງ​ຫຼວງ ​ແລ​ະ ປະກົດ​ການ​ຫຍໍ້​ທໍ້​ອື່ນ​ໆ​ໃນ​ສັງຄົມ ພ້ອມນັ້ນ ຍົກ​ສູງ​ໃຫ້​​ເຫັນ​ເຖິງ​ຄວາມໝາຍ​ຄວາມ​ສຳຄັນ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ​ເພື່ອ​ເປັນ​ການ​ຊຸກຍູ້-ສົ່ງ​​ເສີມ​​ໃຫ້​​ສະມາຊິກພັກ-ພະນັກງານ ​ໃນຂະ​ແໜງ​ການ​ສາທາລະນະ​ສຸກ ມີ​ສະຕິ​ຕື່ນ​ຕົວ​, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດນະ​​ໂຍບາຍ​ປະ​ຢັດ-ຕ້ານ​ການ​ຟູມ​ເຟືອຍ ​ແນ່​ໃສຫັນປ່ຽນ​ຈາກ​ສັງຄົມ​ທີ່​ມີຄ່າ​ນິຍົມ​ຊົມ​ໃຊ້​ແບບ​ຟູມ​ເຟືອຍ ມາ​ເປັນ​ສັງຄົມທີ່​ມີ​ການ​ຜະລິດ, ຊົມ​ໃຊ້​ຜະລິດ​ຕະພັນ​ພາຍ​ໃນ ​ແລະ​ ມີ​ການສະ​ສົມ ​ເພື່ອ​ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ ​​ໃຫ້​ປະກົດ​ຜົນ​ເປັນ​ຈິງ.