ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບັນດາເມືອງຂອງແຂວງຊຽງຂວາງ ດຳເນີນການສ້າງ ແລະ ປະເມີນ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 25/08/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວຄະນະຈັດຕັ້ງແຂວງຊຽງຂວາງ

       ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ແລະ ຮັບປະກັນການຈັດຕັ້ງປະຕິບັດມະຕິ 04/ຄບສພ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດໃນວຽກງານພະນັກງານ ໂດຍສະເພາະແມ່ນການສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢ່າງເປັນລະບົບ ແລະ ສອດຄ່ອງກັບຕົວຈິງ.

      ໃນເດືອນ ສິງຫາ 2022 ແຂວງຊຽງຂວາງໄດ້ເລີ່ມດຳເນີນການສ້າງ ແລະ ປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຢູ່ບັນດາເມືອງທີ່ໄດ້ກະກຽມ ແລະ ມີຄວາມພ້ອມໄປຕາມລຳດັບ; ເມືອງທີ່ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ ມີເມືອງໜອງແຮດ ໄດ້ດຳເນີນສຳເລັດໃນວັນທີ 16 ສິງຫາ, ເມືອງຄູນ ສຳເລັດໃນວັນທີ 18 ສິງຫາ, ເມືອງແປກ ສຳເລັດໃນວັນທີ 19 ສິງຫາ ເຊິ່ງການດຳເນີນຢູ່ແຕ່ລະບ່ອນປະກອບມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະຫາຍເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ  ແລະ ແຂກຖືກເຊີນເຂົ້າຮ່ວມ.

       ໃນວາລະການດຳເນີນຢູ່ແຕ່ເມືອງ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການກະກຽມ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ເມືອງຂອງຕົນໃນໄລຍະຜ່ານມາ; ອ່ານຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ,  ມະຕິເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26  ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ພ້ອມນີ້ ກໍ່ໄດ້ຮັບການແນະນຳວິທີ ແລະ ຂັ້ນຕອນໃນການປະເມີນ ແລະ ສ້າງແຜນກຳນົດພະນັກງານ ຈາກຄະນະຈັດຕັ້ງແຂວງໃຫ້ຖືກຕ້ອງຕາມນິຕິກຳກ່ຽວຂ້ອງ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ; ການສ້າງແຜນກຳນົດພະນັກງານ ຕ້ອງບົນພື້ນຖານກຳແໜ້ນການເລັ່ງທວງໜ້າທີ່ການເມືອງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຂອງຂະແໜງການ ແລະ ທ້ອງຖິ່ນ; ແຜນກຳນົດພະນັກງານຕ້ອງເລີ່ມຈາກ ສະພາບຄວາມເປັນຈິງຂອງຖັນແຖວພະນັກງານ, ຮັບປະກັນລັກສະນະເປີດກ້ວາງ ແລະ ເຄື່ອນເໜັງ, ຮັບປະກັນຄວາມຖືກຕ້ອງໂປ່ງໃສ່, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຄຳນຶງເຖິງໂຄງປະກອບເພດ, ເຜົ່າ ແລະ ເລັງໃສ່ພະນັກງານໜຸ່ມໃຫ້ກວມອັດຕາສ່ວນຫຼາຍ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄັດເລືອກເອົາບຸກຄະລາກອນເຂົ້າໃນຕຳແໜງງານໃຫ້ຖືກຕ້ອງ, ຄົບຖ້ວນຕາມມາດຕະຖານເງື່ອນໄຂທີ່ກຳນົດ, ສິ່ງສຳຄັນຕ້ອງເລືອກເອົາບຸກຄົນທີ່ມີຄວາມຈົງຮັກພັກດີຕໍ່ພັກ,  ຕໍ່ປະເທດຊາດ,  ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ມີປະຫວັດຕົ້ນກຳເນີດຈະແຈ້ງ ແລະ ການເຄື່ອນໄຫວດີ ປາສະຈາກຄວາມອະຄະຕິຕໍ່ພັກ ແລະ ພະນັກງານ.

       ໃນຕອນທ້າຍຂອງກອງປະຊຸມໄດ້ດຳເນີນການປ່ອນບັດທາບທາມຮອບ 1 ແລະ ຈະສືບຕໍ່ດຳເນີນການທາບທາມ ຮອບ 2  ຕາມລໍາດັບໃຫ້ສຳເລັດ...ຯ