ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງຊຽງຂວາງ ດຳເນີນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ
ຈຳນວນຜູ້ອ່ານ: 71
ອະນຸມັດວັນທີ: 25/08/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວຄະນະຈັດຕັ້ງແຂວງຊຽງຂວາງ

       ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ ແລະ ຮັບປະກັນການຈັດຕັ້ງປະຕິບັດມະຕິ 04/ຄບສພ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດໃນວຽກງານງານພະນັກງານ ໂດຍສະເພາະແມ່ນການສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢ່າງເປັນລະບົບ ແລະ ສອດຄ່ອງກັບຕົວຈິງ.

       ໃນວັນທີ 12 ສິງຫາ 2022 ຄະນະຈັດຕັ້ງແຂວງຊຽງຂວາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ມີສະຫາຍ ພອນສີ ພິນລາວົງ ຮອງປະທານຄະນະກວດກາພັກແຂວງ, ມີຜູ້ຕາງໜ້າຄະນະນຳຈາກພະແນກພາຍໃນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນຄະນະຈັດຕັ້ງແຂວງຊຽງຂວາງເຂົ້າຮ່ວມຢ່າງພ້ອມພຽງ.

       ໃນວາລະຂອງກອງປະຊຸມ, ສະຫາຍ ພອນສີ ພິນລາວົງ ຮອງປະທານຄະນະກວດກາພັກແຂວງ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ,  ມະຕິເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26  ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ຈາກນັ້ນ ສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານສະພາບໂດຍລວມຂອງຄະນະຈັດຕັ້ງແຂວງ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນ ສຸມສະຕິປັນຍາພິຈາລະນາເບິ່ງບັນຫາພະນັກງານທີ່ຈະຄັດເລືອກເຂົ້າໃນເປົ້າໝາຍຕຳແໜ່ງງານໃຫ້ລະອຽດຊັດເຈນ, ຄັດເລືອກເອົາບຸກຄະລາກອນໃຫ້ຖືກຕ້ອງ, ຄົບຖ້ວນຕາມມາດຕະຖານເງື່ອນໄຂທີ່ກຳນົດ, ສິ່ງສຳຄັນຕ້ອງເລືອກເອົາບຸກຄົນທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ມີປະຫວັດຕົ້ນກຳເນີດຈະແຈ້ງ ແລະ ມີການເຄື່ອນໄຫວດີປາສະຈາກຄວາມອະຄະຕິຕໍ່ພັກ-ພະນັກງານ.

       ການສ້າງແຜນກຳນົດພະນັກງານ ແມ່ນເປັນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈຳນວນ ແລະ ຄຸນນະພາບ; ການສ້າງແຜນກຳນົດພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ສະມາຊິກພັກ ຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານ; ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ,    ຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກຳນົດພະນັກງານເປັນໝູ່ຄະນະ ແລະ ຕົກລົງຕາມສຽງສ່ວນຫຼາຍ; ການສ້າງແຜນກຳນົດພະນັກງານ ຕ້ອງບົນພື້ນຖານກຳແໜ້ນການເລັ່ງທວງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຂອງຂະແໜງການ ແລະ ທ້ອງຖິ່ນ; ແຜນກຳນົດພະນັກງານຕ້ອງເລີ່ມຈາກ ສະພາບຄວາມເປັນຈິງຂອງຖັນແຖວພະນັກງານ, ຮັບປະກັນລັກສະນະເປີດກ້ວາງ ແລະ ເຄື່ອນເໜັງ, ຮັບປະກັນຄວາມຖືກຕ້ອງໂປ່ງໃສ່, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຄຳນຶງເຖິງໂຄງປະກອບເພດ, ເຜົ່າ ແລະ ເລັງໃສ່ພະນັກງານໜຸ່ມໃຫ້ກວມອັດຕາສ່ວນຫຼາຍ ເຊິ່ງໄດ້ກຳນົດໃນມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ,  ມະຕິເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 26ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃຫ້ບັນລຸຕາມຈຸດປະສົງ ແລະ ແຜນການທີ່ກຳນົດໄວ້.

       ໃນຕອນທ້າຍຂອງກອງປະຊຸມ ໄດ້ດຳເນີນການປ່ອນບັດທາບທາມຮອບ  1  ແລະ ຈະສືບຕໍ່ດຳເນີນການທາບທາມ ຮອບ 2  ແລະ ຮອບ 3 ຕາມດຳດັບໃຫ້ສຳເລັດ...ຯ