ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ທີມງານກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ
ຈຳນວນຜູ້ອ່ານ: 52
ອະນຸມັດວັນທີ: 24/08/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວຄະນະຈັດຕັ້ງແຂວງຊຽງຂວາງ

       ເພື່ອຜັນຂະຫຍາຍວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວປະເທດ ໃຫ້ກ້າວເຂົ້າສູ່ວຽກງານຕົວຈິງ ຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ,   ລົງວັນທີ 03  ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,  ເຂັ້ມແຂງ, ໜັກແໜ້ນ.

       ໃນລະຫວ່າງວັນທີ 06-12 ສິງຫາ 2022 ພະນັກງານກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ ນຳໂດຍສະຫາຍວຽງສະອາດ ຈິດຕິລາດ ຮອງຫົວໜ້າກົມກໍ່ສ້າງພັກ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ເຊິ່ງສະຫາຍພ້ອມດ້ວຍຄະນະໄດ້ເຂົ້າພົບພ້ອມທັງແຈ້ງຈຸດປະສົງຂອງການມາເຮັດວຽກຂອງທິມງານຕໍ່ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ.

       ທີມງານດັ່ງກ່າວ ສົມທົບກັບຄະນະຈັດຕັ້ງແຂວງ ໄດ້ເຄື່ອນໄຫວເຮັດວຽກຢູ່ສອງເມືອງ: ໄດ້ພົບປະ ແລະ ເຮັດວຽກນຳສະຫາຍ ເລຂາຄະນະບໍລິຫານງານພັກເມືອງ, ຄະນະຈັດຕັ້ງເມືອງພູກູດ, ເມືອງຄຳ, ໜ່ວຍພັກຮາກຖານບ້ານເຄິງ, ເມືອງພູກູດ ແລະ ໜ່ວຍພັກຮາກຖານບ້ານຈອມທອງ, ເມືອງຄຳ; ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດນິຕິກຳຂອງສູນກາງພັກ ກ່ຽວກັບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານການຂະຫຍາຍສະມາຊິກພັກ, ວຽກງານປັບປຸງກົງຈັກການຈັດຕັ້ງຮາກຖານພັກ ແລະ ອື່ນໆ ໃນໄລຍະຜ່ານມາມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ໄດ້ຮັບໝາກຜົນຄືແນວໃດ.

       ຜ່ານການແລກປ່ຽນຄຳຄິດເຫັນຢູ່ຮາກຂອງທີມງານດັ່ງກ່າວ ໄດ້ຮັບຮູ້ບັນຫາຫຼາຍຢ່າງ ພ້ອມທັງຮັບເອົາຄຳສະເໜີຂອງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມທີ່ຕິດພັນກັບວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານການຂະຫຍາຍສະມາຊິກພັກ, ວຽກງານປັບປຸງກົງຈັກການຈັດຕັ້ງຮາກຖານພັກ, ວຽກງານອອກບັດ-ມອບບັດ, ວຽກງານສະຖິຕິ ແລະ ວຽກງານນະໂຍບາຍໃຫ້ຄະນະພັກຮາກຖານ, ໜ່ວຍພັກຮາກຖານຂັ້ນບ້ານ ເພື່ອນຳໄປປັບປຸງບາງເນື້ອໃນຂອງບັນດານິຕິກຳດັ່ງກ່າວໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເໝາະສົມກັບສະພາບຄວາມເປັນຈິງຂອງຮາກຖານຂັ້ນບ້ານໃນໄລຍະໃໝ່...ຯ