ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງຊຽງຂວາງ ສ້າງ ແລະ ວິເຄາະແຜນກຳນົດຕຳແໜ່ງງານ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 24/08/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວຄະນະຈັດຕັ້ງແຂວງຊຽງຂວາງ

       ໃນລະຫວ່າງວັນທີ 22-24 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດກອງປະຊຸມການປັບປຸງພາລະບົດບາດຂອງຄະນະຈັດຕັ້ງແຂວງ, ເມືອງ ແລະ ສະຖິຕິພະນັກງານຈັດຕັ້ງແຂວງ ແລະ ເມືອງ ໂດຍການເປັນປະທານຂອງສະຫາຍ ສູນທອນ ພັນມີໄຊ  ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ມີຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ຄະນະຈັດຕັ້ງແຂວງ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງເຂົ້າຮ່ວມ.

       ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນວິເຄາະການກຳນົດຕຳແໜງງານ ທັງປັບປຸງພາລະບົດບາດຂອງແຕ່ລະຂະແໜງການຂອງແຂວງ, ແນໃສ່ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະຂະແໜງການພາຍໃນຄະນະຈັດຕັ້ງແຂວງໃຫ້ມີຄຸນນະພາບ; ພ້ອມນີ້ ຍັງໄດ້ຮັບຟັງການລາຍງານສະພາບໂດຍລວມໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຄະນະຈັດຕັ້ງແຂວງ ເຊິ່ງເມື່ອກ່ອນມີ 5 ຂະແໜງ, ປັດຈຸບັນ ໄດ້ໂຮມເຂົ້າກັນເປັນ 4 ຂະແໜງ ຄື: ຂະແໜງພັກ, ຂະແໜງພະນັກງານ, ຂະແໜງຈັດຕັ້ງ ແລະ ກົດລະບຽບພັກ ແລະ ຂະແໜງບໍລິຫານ-ສັງລວມ. ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາໃນການວິເຄາະບັນຫາ ເຮັດໃຫ້ກອງປະຊຸມມີບັນຍາກາດທີ່ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີ.

       ການກຳນົດຕຳແໜງງານ ຕ້ອງອີງໃສ່ໜ້າວຽກທີ່ມີຕາມພາລະບົດບາດ ແລະ ໜ້າທີ່ໃນຂະແໜງການຂອງຕົນ, ຕ້ອງກຳນົດລະອຽດຊັດເຈນຈຳນວນກຸ່ມວຽກ, ໜ້າວຽກ ແລະ ຈຳນວນຄົນທີ່ຕ້ອງການ ເພື່ອຮັບຜິດຊອບຕາມໜ້າວຽກທີ່ໄດ້ກຳນົດ; ວຽກງານດັ່ງກ່າວ ຕ້ອງໄດ້ລົງເລິກວິເຄາະ-ໄຈ້ແຍກບັນຫາທີ່ກ່ຽວຂ້ອງຢ່າງພາວະວິໄສຮອບດ້ານ ເພື່ອຂຶ້ນແຜນງົບປະມານ ແລະ ກຳນົດເປົ້າໝາຍບຸກຄະລາກອນທີ່ຈະບັນຈຸເຂົ້າເຮັດວຽກໃຫ້ຖືກຕ້ອງເໝາະສົມກັບຕຳແໜ່ງງານ ເຮັດໃຫ້ວຽກງານ ແລະ ພະນັກງານກ້າວສູ່ຄຸນນະພາບໃໝ່ ດ້ວຍປະສິດທິພາບ ແລະ ປະສິດທິຜົນສູງສຸດ...ຯ