ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ລັດວິສາຫະກິດໄຟຟ້າລາວ ເປີດຊຸດຝຶກອົບຮົມວຽກງານທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ XIV
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 18/08/2022

ຂ່າວ ​ແລະ ພາບ: ສ. ສົດໃສ

     ປະຕິບັດຕາມຂໍ້ຕົກລົງຂອງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 429/ຄພ.ພບ ລົງວັນທີ 03 ສິງຫາ 2022 ແລະ ຂໍ້ຕົກລົງຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ສະບັບເລກທີ 1055/ສມປຊ, ລົງວັນທີ 11 ສິງຫາ 2022 ວ່າດ້ວຍການອະນຸມັດໃຫ້ເປີດຊຸດອົບຮົມທິດສະດີການເມືອງ ​ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XIV ປະຈໍາປີ 2022 ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ; ໃນວັນທີ 17 ສິງຫາ 2022 ໂດຍການເປັນປະທານຂອງ​ສະຫາຍ ນາງ ຈັນ​ສະຫວາດ ບຸບຜາ ກຳມະການປະຈຳ​ພັກ​ກະຊວງ​, ຮອງ​ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​​ແຮ່, ສະຫາຍ ປອ ດາວ​ສະຫວັນ ເຄືອ​ມີ​ໄຊ ກຳມະການ​ຄະນະ​ບໍລິຫານ​ງານ​ພັກ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ, ມີບັນດາສະຫາຍສະມາຊິກພັກອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່, ສະມາຊິກພັກທີ່ຂຶ້ນກັບຄະນະພັກຮາກຖານ ຟຟລ, ສະມາຊິກພັກ 5 ສູນເມືອງອ້ອມຂ້າງໄຟຟ້ານະຄອນຫຼວງ  ແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

   ການຝຶກອົບຮົມຄັ້ງນີ້  ເພື່ອບຳລຸງສ້າງ-ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງໃຫ້ແກ່ພະນັກງານ-ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທີ່ສັງກັດຢູ່ໃນລັດວິສາຫະກິດໄຟຟ້າລາວ ​​ເຊິ່ງປະກອບ​ມີສຳມະນາກອນທີ່ມາ​ຈາກ​ 28 ໜ່ວຍ​ພັກທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ແລະ ມາ​ຈາກ 5 ໜ່ວຍ​ພັກ​ສູນເມືອງ​ອ້ອມ​ຂ້າງ​ໄຟຟ້ານະຄອນຫຼວງ ​​ທັງ​ໝົດ​ 71 ສະຫາຍ, ຍິງ 25 ສະຫາຍ.

     ​ເອກະສານ​ທີ່ນຳ​ໃຊ້​ເຂົ້າ​ໃນ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້ ມີ 5 ພາກ​ວິຊາ 33 ບົດ ຄື: ພາກ​ວິຊາ​ປັດ​ຊະ​ຍາ 6 ບົດ, ເສ​ດຖະສາດ-ການ​ເມືອງ 8 ບົດ, ​ລັດທິ​ສັງຄົມ​ວິທະຍາສາດ 6 ບົດ, ​ບໍລິຫານ​ສາດ 8 ບົດ ​ແລະ ພາກວິຊາ​ກໍ່ສ້າງ​ພັກ 5 ບົດ; ໃນ 5 ພາກ​ວິຊາ​ນີ້ ​ໄດ້​ແບ່ງ​ອອກ​ເປັນບັນດາກຸ່ມວິຊາຮຽນຄື: ກຸ່ມວິຊາທິດສະດີມີ 4 ວິຊາຄື: 1. ວິຊາປັດຊະຍາ, 2. ວິຊາເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, 3. ວິຊາລັດທິສັງຄົມວິທະຍາສາດ ແລະ 4. ວິຊາກໍ່ສ້າງພັກ ແລະ ປະຫວັດສາດຂອງພັກ, ສ່ວນກຸ່ມວິຊາບໍລິຫານສາດ ປະກອບມີ: 1. ວິຊາທິດສະດີລັດ ແລະ ກົດໝາຍ, 2. ວິຊາກົດໝາຍ ແລະ 3. ວິຊາການປົກຄອງ; ການຝຶກອົບຮົມຈະໃຊ້ເວລາລວມທັງໝົດ 275 ຊົ່ວໂມງ ​ເຊິ່ງ​ຈະ​ດຳ​ເນີນ​ໄປ​ຈົນ​​ເຖິງ ວັນທີ 18  ຕຸລາ 2022 ຈຶ່ງຈະສຳເລັດ.

     ບັນດາບົດຮຽນທີ່​ນຳ​ມາ​ແລກປ່ຽນ​ຂຶ້ນ​ຫ້ອງ​ສອນທັງໝົດ ແນ່ໃສ່ເຮັດໃຫ້ຜູ້ເຂົ້າຮ່ວມກຳແໜ້ນສະພາບຄວາມເປັນຈິງດ້ານການເມືອງ, ເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ໄດ້ຮັບຮູ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງເປັນລະບົບ, ໃຫ້ພະນັກງານຫຼັກແຫຼ່ງຮັບຮູ້ ແລະ ເຂົ້າໃຈ, ກຳແໜ້ນ ແລະ ນຳໄປໝູນໃຊ້ເຂົ້າໃນຊີວິດຕົວຈິງ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຢ່າງມີຫຼັກການ ແລະ ຖືກຕ້ອງ, ທັງເປັນການສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.

     ໃນຕອນທ້າຍ ສຳມະກອນທີ່​ເຂົ້າ​ຮ່ວມໄດ້ຮັບຟັງການໂອ້ລົມຂອງສະຫາຍ ນາງ ຈັນ​ສະຫວາດ ບຸບຜາ ​ເຊິ່ງສະຫາຍໄດ້ຮຽກຮ້ອງເຖິງຜູ້ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ, ປະກອບຄຳຄິດຄຳເຫັນ, ຍາດແຍ່ງເອົາບົດຮຽນນຳຄູອາຈານ ເພື່ອກຳແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ບັນດາຫຼັກມູນພື້ນຖານ, ກົດໝາຍ ກໍ່ຄືແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດຢ່າງຈະແຈ້ງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ກາຍເປັນພະນັກງານຫຼັກແຫຼ່ງເປັນຜູ້ສືບທອດທີ່ດີຂອງພັກ, ເປັນຜູ້ທີ່ມີຄວາມຫ້າວຫັນມີຄວາມກ້າວໜ້າ ເຮັດສຳເລັດທຸກໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ.