ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ພະນັກງານຈັດຕັ້ງແຂວງຜົ້ງສາລີ ສ້າງຄວາມເຂັ້ມແຂງໃນການປະຕິບັດໜ້າທີ່.
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 11/08/2022

     ພາບ - ຂ່າວ: ແສງຄຳ ສາລີວັນ

     ເນື່ອງໃນໂອກາດທີ່ເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ ໃນວັນທີ 9 ສິງຫາ 2022 ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມ ພະນັກງງານລັກແຫລ່ງຂອງແຂວງຢູ່ສະໂມສອນໃຫຍ່ຂອງເມືອງບຸນເໜຶອ ຊຶ່ງທ່ານ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານພັກ, ພະນັກງານ ຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ 2022 ຊຶ່ງຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ເຊື່ອມຊຶມບັນດານິຕິກໍາຂອງພັກ-ລັດ ໃຫ້ຖັນແຖວສະມາຊີກພັກຢ່າງເປັນປົກກະຕິ, ປັດຈຸບັນທົ່ວແຂວງຜົ້ງສາລີ ມີ 942 ຮາກຖານພັກ, ມີ 89 ຄະນະພັກຮາກຖານ, ມີ 853 ໜ່ວຍພັກ, ໜ່ວຍພັກທີຂຶ້ນກັບຄະນະພັກໂດຍກົງມີ 307 ໜ່ວຍພັກ ແລະ ໜ່ວຍພັກທີຂຶ້ນກັບຄະນະພັກຮາກຖານມີ 546 ໜ່ວຍພັກ, ມີສະມາຊິກພັກທົ່ວແຂວງທັງໝົດ 13.805 ສະຫາຍ, ຍິງ 4.139 ສະຫາຍສໍາຮອງ 1.084 ສະຫາຍ, ຍິງ 306 ສະຫາຍ; ໃນປີ 2021 ທົ່ວແຂວງໄດ້ດໍາເນີນການຕີລາຄາຈັດແບ່ງປະເພດໜ່ວຍພັກທັງໝົດ 846 ໜ່ວຍພັກ, ບໍ່ໄດ້ຕີລາຄາ 7 ໜ່ວຍພັກ; ໃນນີ້, ໄດ້ຮອງຮັບເປັນ  ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນຈໍານວນ 487 ໜ່ວຍພັກເທົ່າກັບ 58% ຂອງຈໍານວນໜ່ວຍພັກທົ່ວແຂວງ; ມີສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 9.942 ສະຫາຍ, ຍິງ 3.213 ສະຫາຍ, ເທົ່າກັບ 72% ຂອງສະມາຊິກພັກທົ່ວແຂວງ; ມາຮອດປັດຈຸບັນໄດ້ອອກບັດ-ມອບບັດສະມາຊິກພັກ ໃນທົວແຂວງໄດ້ 15 ຊຸດ ໃຫ້ສະມາຊິກພັກຈໍານວນ 9.514, ຍິງ 3.091 ສະຫາຍ ກວມ 68% ຂອງຈໍານວນສະມາຊິກພັກທັງໝົດ (ໃນນີ້; ສໍາລັບ 6 ເດືອນຕົ້ນປີ 2022 ປະຕິບັດໄດ້ 1 ຊຸດ ມີ 637/196 ສະຫາຍ).

     ໃນໂອກາດນີ້້, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍເຊີຍຕໍ່ຄະນະພັກ, ອົງການປົກຄອງແຂວງແຕ່ລະຂັ້ນ,  ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນຊາວແຂວງຜົ້ງສາລີທີ່ໄດ້ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ການສ້າງສາແຂວງໃຫ້ມີການພັດທະນາ, ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຍົກລະດັບດີຂື້ນເປັນກ້າວໆ ພ້ອມກັນນັ້ນທ່ານ ໄດ້ເໜັ້ນໜັກໃຫ້ອຳນາດການປົກຄອງແຂວງສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່, ໂດຍສະເພາະການສ້າງການຫັນປ່ຽນທີ່ແຂງແຮງເລິກເຊິ່ງ ແລະ ຮອບດ້ານທີ່ໄດ້ກໍານົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນຕິດພັນກັບການປັບປຸງພະນັກງານໃຫ້ມີຄວາມຊື່ສັດບໍລິສຸດ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ແບບແຜນການດຳຊີວິດໃຫ້ສອດຄ່ອງ, ສ້າງຄວາມມີລະບຽບວິໄນ, ຈຸດໃດທີ່ຍັງອ່ອນ, ຄົງຄ້າງ ຕ້ອງໄປແກ້ຢ່າງເດັດດ່ຽວ; ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງແຂວງຜົ້ງສາລີ; ຊູກຍູ້ໃຫ້ມີຜູ້ປະກອບການມາກະຕຸ້ນປະຊາຊົນຜະລິດເປັນສິນຄ້າ, ສ້າງມູນຄ່າເພີ່ມເພື່ອສ້າງລາຍຮັບໃຫ້ກັບຄອບຄົວ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕີຖອຍກະແສສ້າງຄວາມແຕກແຍກຄວາມສາມັກຄີພາຍໃນສັງຄົມ, ຍົກສູງຄຸນນະພາບການສຶກສາ, ສາທາລະນະສຸກ; ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ກ້າວໄປສູ່ຄວາມຢູ່ດີກີນດີ ແລະ ມີຄວາມຜາສຸກ. ພ້ອມກັນນັ້ນທ່ານຍັງໄດ້ເນັ້ນຕື່ມຕໍ່ບັນດາທ່ານທີ່ຮັບຜິດ ຊອບວຽກງານຈັດຕັ້ງ ທຸກຂັ້ນ ຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ ເປັນຕົ້ນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມ ບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ຕ້ອງເປັນຜູ້ທີ່ອົດທົນ, ດຸໝັ່ນຄົ້ນຄວ້າບັນດານິຕິກໍາຕ່າງໆ ໂດຍສະເພາະ ກໍາແໜ້ນນິຕິກໍາໃນວຽກງານກໍ່ສ້າງພັກ ເປັນຕົ້ນ ມະຕິ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜັນຂະຫຍາຍອອກເປັນນິຕິກໍາຂອງແຂວງ, ຂອງເມືອງ ຕາມຄວາມເໝາະສົມ; ຕ້ອງກໍາປະຫວັດຕົ້ນກໍາເນີດ, ປະຫວັດການເຄື່ອນໄຫວ, ສະພາບຈຸດພິເສດ ແລະ ຜົນງານຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງແຂວງ, ຂອງເມືອງ ເປັນແຕ່ລະໄລຍະ, ຕ້ອງເອົາໃຈໃສ່ປະຕິບັດລະບອບຊຸກຍູ້, ຕິດຕາມກວດກາການປະຕິບັດສິດ, ໜ້າທີ່ ຂອງຄະນະພັກ, ສະມາຊິກພັກ ໂດຍສົມທົບກັບຄະນະພາກສ່ວນກ່ຽວຂ້ອງເພື່ອຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ໄປຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍອື່ນໆ ແລະ ລະບຽບການກ່ຽວຂ້ອງ ໃຫ້ເປັນປົກກະຕິ ແລະ ໝັກແໜ້ນ.