ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງຜົ້ງສາລີ.
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 11/08/2022

ພາບ - ຂ່າວ: ແສງຄຳ ສາລີວັນ

     ເນື່ອງໃນໂອກາດທີ່ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ນັ້ນໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງຜົ້ງສາລີ. ໂດຍມີ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍການນຳແຂວງ ແລະ ຄະນະຮັບຜິດຊອບໂຄງການຕະຫຼອດຮອດບໍລິສັດຮັບເໜົາເຂົ້າຮ່ວມຕິດຕາມ.

     ທ່ານ ບົວລິກັນ ກ້ອນຈັນ ຫົວໜ້າພາກສະໜາມບໍລິສັດທີ່ປືກສາໂຄງການຍົກຍ້າຍເທດສະບານແຂວງ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງ ໂຄງການດັ່ງກ່າວແມ່ນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2018 ໂດຍແມ່ນບໍລິສັດ ນໍຣິນໂກ ສປ ຈີນ. ເປັນຜູ້ສຶກສາດ້ານເຕັກນິກ, ສໍາຫຼວດ-ອອກແບບໂຄງການ, ແຫຼ່ງທືນ100% ແມ່ນທືນກູ້ຢືມຈາກບໍລິສັດ ນໍຣິນໂກ; ຮູບແບບສັນຍາ ( EPC ) ຜູ້ລົງທຶນ ແລະ ຜູ້ລົງມືກໍ່ສ້າງແມ່ນ ບໍລິສັດນໍຮິນໂກ ໃນມູນຄ່າການກໍ່ສ້າງທັງໝົດ 200 ລ້ານໂດລາ. ມາຮອດກາງປີ 2022  ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສາມາດສັງລວມເປີເຊັນຂອງຄວາມຄືບໜ້າຕາມໝວດວຽກໃຫຍ່ໄດ້ດັ່ງນີ້: ກໍ່ສ້າງເສັ້ນທາງພາຍໃນເທດສະບານ ແລະ ຂົວ 4 ແຫ່ງ ສຳເລັດແລ້ວ: 95,45%, ອາຄານສໍານັກງານພະແນກການຕ່າງໆ ແລະ ຫໍປະຊຸມຂອງແຂວງ ສຳເລັດແລ້ວ: 56,55%, ເຮືອນພັກການນໍາ ແລະ ຫ້ອງພັກພະນັກງານທຸກຂັ້ນ ສຳເລັດແລ້ວ: 100%, ຂະຫຍາຍລະບົບຕາຂ່າຍນໍ້າປະປາ ສຳເລັດແລ້ວ: 99,89%, ກໍ່ສ້າງ ແລະ ຂະຫຍາຍຕາຂ່າຍໄຟຟ້າ ສຳເລັດແລ້ວ: 99%, ລະບົບກໍາຈັດສິ່ງເສດເຫຼືອ ສຳເລັດແລ້ວ: 59.12%, ວຽກກໍ່ສ້າງເສັ້ນທາງ ຜົ້ງສາລີ ຫາ ເມືອງບຸນເໜືອ ສຳເລັດແລ້ວ: 83.78%, ກໍ່ສ້າງສະໜາມກິລາໃຫຍ່ ສຳເລັດແລ້ວ: 50.81%, ຈັດຊື້ພາຫະນະຮັບໃຊ້ເທດສະບານ ສຳເລັດແລ້ວ: 100%, ສວນສາທາລະນະ ແລະ ສິ່ງອໍານວຍຄວາມສະດວກ ສຳເລັດແລ້ວ: 40,32%, ປັບປຸງຍົກລະດັບເສັ້ນທາງແຕ່ ເມືອງບຸນເໜືອ ຫາດ່ານປ່າຄາ ສຳເລັດແລ້ວ: 26,10%, ກໍ່ສ້າງປະຕູດ່ານປາຄາ, ຫ້ອງການ ແລະ ຫໍພັກເຈົ້າໜ້າທີ່ດ່ານ ສຳເລັດແລ້ວ: 20,77%, ຂຸມບໍາບັດນໍ້າເສຍ /ວົງວຽນທາງ /ຕ້ານເຈື່ອນ /ລະບົບໄຟອໍານາດ ສຳເລັດແລ້ວ: 23,06%, ເສັ້ນທາງເຂົ້າເຂດຈັດສັນ 6 ເຂດ ສຳເລັດແລ້ວ: 78,63%. ສັງລວມແລ້ວມາຮອດປະຈຸບັນການກໍ່ສ້າງໂຄງການດັ່ງກ່າວສຳເລັດສຳເລັດລວມທັງໝົດ 72,30% ແລະ ຄາດວ່າຈຳສຳເລັດ 100% ໃນກາງປີ 2023.

     ໃນໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງທຸກພາກສ່ວນທີ່ເອົາໃຈໃສ່ໃນຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພ້ອມກັນນັ້ນທ່ານຍັງໄດ້ແໜ້ນໃຫ້ອົງການປົກຄອງແຂວງ, ບໍລິສັດຜູ້ຮັບເໝົາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຂັ້ນສູນກາງ, ຂັ້ນແຂວງ ຈົ່ງພ້ອມກັນເອົາໃຈໃສ່ປະສານສົບທົບວຽກງານໃຫ້ມີຄວາມກົມກຽວ ແລະ ໄປລວງດຽວກັນ, ເອົາໃຈໃສ່ປະຕິບັດແຕ່ລະໜ້າວຽກໃຫ້ມີຄວາມຄືບໜ້າໄປແຕ່ລະໄລຍະ ເພື່ອໃຫ້ໂຄງການດັ່ງກ່າວສຳເລັດໄປຕາມຈຸດປະສົງທີ່ໄດ້ວາງໄວ້, ພ້ອມທັງຍົກສູງໃນການຕິດຕາມກວດກາຢ່າງໃກ້ຊິດໃນກໍ່ສ້າງໃຫ້ມີຄວາມທົນທານ, ແໜ້ນໜາ ແລະ ມີຄຸນນະພາບ.

     ໂອກາດດຽວກັນນີ້ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ໄປທ່ຽວຊົມ ຕະຫຼາດຫັດຖະກຳສິ້ນຄ້າໂອດ໋ອບຂອງເມືອງບຸນເໜືອຕື່ມອີກ.