ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຜທ ເປີດກວ້າງ ຄັ້ງທີ 9 ສະໄໝທີ IV
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 10/08/2022

ແຫຼ່ງຂ່າວ: ກະຊວງ ຜທ

ພາບ: ຄອນຄຳ

       ໃນ​ວັນທີ 08 ​ສິງຫາ 2022 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ເປີດກວ້າງ ຄັ້ງທີ 9 ສະໄໝທີ IV (6 ເດືອນຕົ້ນປີ 2022) ຂຶ້ນເປັນເວລາ 1 ວັນ, ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍ ຄະນະໜ່ວຍພັກ ແລະ ຄະນະກົມ ພາຍໃນກະຊວງແຜນການ ​ແລະ ການ​ລົງທຶນ ເຂົ້າຮ່ວມ​ 80 ກວ່າສະຫາຍ.

       ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI; ມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດຂອງລັດຖະບານ; ຂໍ້ຕົກລົງການແບ່ງວຽກ ລະຫວ່າງ ນາຍົກ ແລະ ຮອງນາຍົກລັດຖະມົນຕີ ສະບັບເລກທີ 58/ນຍ, ລົງວັນທີ 25/7/2022; ສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລີຫານງານພັກກະຊວງແຜນການ ແລະ ການລົງທຶນ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2022; ປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງແຜນການ ແລະ ການລົງທຶນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງວຽກງານໃນໄລຍະໃໝ່ ເພື່ອຍົກສູງຄວາມຮັບຜິດຊອບຂອງບັນດາສະຫາຍຄະນະພັກ, ຄະນະນໍາແຕ່ລະຂັ້ນ, ເສີມຂະຫຍາຍຫົວຄິດປະດິດສ້າງ, ພ້ອມກັນນໍາພາ-ຊີ້ນໍາ ວຽກງານໃນຂະແໜງແຜນການ ແລະ ການລົງທຶນ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າກວ່າເກົ່າ.

       ໃນໄລຍະ 6 ເດືອນຕົ້ນປີ 2022 ຄະນະບໍລິຫານງານພັກກະຊວງ ຜທ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳວຽກງານ ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານພາຍໃນກະຊວງ ໂດຍໄດ້ຈັດຕັ້ງການເຊື່ອມຊຶມເອກະ ສານສຳຄັນຕ່າງໆຂອງພັກ ຂອງຊາດ ລວມມີ 19 ຫົວຂໍ້ ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ 1,413 ເທື່ອຄົນ, ຍິງ 434 ເທື່ອຄົນ; ໄດ້ຊີ້ນຳບັນດາໜ່ວຍພັກດຳເນີນຊີວິດການເມືອງປະຈຳເດືອນ, ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ; ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ 11 ສະຫາຍ, ຍິງ 5 ສະຫາຍ, ເລື່ອນສະມາຊິກພັກສຳຮອງເປັນສົມບູນ 17 ສະຫາຍ, ຍິງ 8 ສະຫາຍ. ປະຈຸບັນ ທົ່ວອົງຄະນະພັກກະຊວງ ຜທ ມີສະມາຊິກພັກ ທັງໝົດ 380 ສະຫາຍ, ຍິງ 136 ສະຫາຍ.

       ການນຳພາວຽກງານວິຊາສະເພາະ ຄະນະບໍລິຫານງານພັກກະຊວງໄດ້ຊີ້ນຳບັນດາກົມວິຊາການທີ່ເປັນເສນາທິ ການສະເພາະດ້ານ ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດລ້ອນໜ້າທີ່ຕາມການມອບໝາຍ; ໂຄງປະກອບກົງຈັກການຈັດຕັ້ງກະຊວງ ຜທ ປະຈຸບັນປະກອບມີຫ້ອງການ, ກົມ ແລະ ສະຖາບັນ 11 ພາກສ່ວນ, ນອກຈາກນີ້ ຍັງມີສູນສະຖິຕິແຫ່ງຊາດ ເຊິ່ງມີຖານະທຽບເທົ່າທະບວງ ປະກອບມີ 1 ຫ້ອງການ ແລະ 3 ກົມຂຶ້ນກັບ.