ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມເປີດກວ້າງ ຄະນະບໍລິຫານງານພັກແຂວງຊຽງຂວາງ ຄັ້ງທີ 5 ສະໄໝທີ VIII
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 09/08/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວແຂວງຊຽງຂວາງ

     ກອງປະຊຸມເປີດກວ້າງຄະນະບໍລິຫານງານພັກແຂວງຊຽງຂວາງ ຄັ້ງທີ 5 ສະໄໝທີ VIII ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2022 ຢູ່ທີຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ວຽກງານການເມືອງ-ແນວຄິດ ຂັ້ນແຂວງ ໄດ້ລາຍງານສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຄວາມຕືນຕົວເປັນເຈົ້າການປະຕິບັດແນວທາງຂອງພັກກໍ່ຄືການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານ-ສະມາຊິກພັກ, ຄວາມມີສະຕິຕໍ່ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ຄະນະພັກແຕ່ລະຂັ້ນໄດ້ຢຶດໝັ້ນຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄາດຄະເນໝົດປີ ຢູ່ໃນລະດັບ 6% ໃນ 6 ເດືອນຕົ້ນປີ 2022 ສາມາດເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານໄດ້ 48,27 ຕື້ກີບ ເທົ່າກັບ 32,41% ຂອງແຜນການປີ, ປະຕິບັດຄຸ້ມຄອງລາຍຈ່າຍງົບປະມານໄດ້ 208,72 ຕື້ກີບ ເທົ່າກັບ 40,75% ຂອງແຜນການປີ, ແຂວງຍັງຂາດດຸນງົບປະມານ 160,45 ຕື້ກີບ, ຊຸກຍູ້ການສົ່ງເສີມການປູກຝັງ-ລ້ຽງສັດເປັນຂະບວນການກວ້າງຂວາງ ສາມາດປັກດຳເຂົ້າໄດ້ 12,609 ເຮັກຕ່າ ເທົ່າກັບ 45% ຂອງແຜນການປີ, ຄຸ້ມຄອງ ແລະ ສົ່ງເສີມວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ສຸມໃສການປ່ອຍສິນເຊື່ອເພື່ອສົ່ງເສີມການຜະລິດເປັນສິນຄ້າຂອງກຸ່ມຜະລິດ, ໄດ້ເອົາໃຈໃສ່ກະກຽມຄວາມພ້ອມການເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI, ຄຸ້ມຄອງປັບປຸງບັນດາແຫຼ່ງທ່ອງທ່ຽວທີ່ໄດ້ເປີດບໍລິການ, ປັບປຸງບູລະນະກົງຈັກບໍລິຫານ-ຄຸ້ມຄອງລັດດ້ວຍກົດໝາຍ ໃຫ້ມີຄວາມສັກສິດເປັນກ້າວໆ, ເຕົ້າໂຮມຄວາມສາມັກຄີ, ເອົາໃຈໃສ່ບັບປຸງແບບແຜນນຳພາ ແລະ ວິທີເຮັດວຽກໃຫ້ຍົກສູງບົດບາດການນຳພາຂອງພັກໃຫ້ໜັກແໜ້ນ, ຢຶດໝັ້ນແນວທາງການຕ່າງປະເທດທີ່ພັກວາງອອກຢ່າງສະເໝີຕົ້ນສະເໝີປາຍ, ເສີມຂະຫຍາຍສິດເປັນເຈົ້າ ແລະ ຫົວຄິດປະດິດສ້າງ, ພົວພັນຮ່ວມມືກັບແຂວງແຮກສ່ຽວເພື່ອນມິດຍຸດທະສາດ ແລະ ສູ້ຊົນພັດທະນາທ້ອງຖິ່ນຂອງຕົນໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

     ກອງປະຊຸມໄດ້ຮັບຟັງການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການປັບປຸງແບບແຜນວິທີເຮັດວຽກ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການບຳລຸງກໍ່ສ້າງ-ຄຸ້ມຄອງ ແລະ ນຳໃຊ້ພະນັກງານໃນຕໍ່ໜ້າ, ວຽກງານການຊີ້ນຳ-ນຳພາອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ວຽກງານການແກ້ໄຂສະພາບຫຍໍ້ທໍ້ໃນສັງຄົມພາຍໃນແຂວງຊຽງຂວາງ; ຈາກນັ້ນທ່ານ ເຈົ້າແຂວງ ໄດ້ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ຜັນຂະຫຍາຍຜົນຂອງກອງປະຊຸມໃນຄັ້ງນີ້ເຂົ້າສູ່ວຽກງານຕົວຈິງ, ສຶກສາອົບຮົບວຽກງານການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ກວ້າງຂວາງ, ສືບຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້; ຊີ້ນຳການກະກຽມ ແລະ ດຳເນີນກອງປະຊຸມສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດທີ II, ສຸມໃສ່ກະກຽມຄວາມພ້ອມຮອບດ້ານການເປັນເຈົ້າພາບຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ, ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທີ່ກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນປັດຈຸບັນ ເປັນຕົ້ນແມ່ນບັນຫາການເພີ່ມຂຶ້ນຂອງລາຄາສິນຄ້າ, ລາຄານໍ້າມັນ ແລະ ອັດຕາແລກປ່ຽນ ທີ່ສົ່ງຜົນກະທົບຕໍ່ການເປັນຢູ່ຂອງປະຊາຊົນເຮັດໃຫ້ຄ່າຄອງຊີບສູງ ແລະ ບັນຫາອື່ນໆ...ຯ