ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີປະກາດການຈັດຕັ້ງພາຍໃນຄະນະຈັດຕັ້ງແຂວງຊຽງຂວາງ
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 08/08/2022

ໂດຍ: ສົມໄຊ ຫຼ້າດວງມະນີ

ນັກຂ່າວແຂວງຊຽງຂວາງ

     ໃນວັນທີ 05 ສິງຫາ 2022 ຄະນະຈັດຕັ້ງແຂວງຊຽງຂວາງໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ຄຳສີ ວິໄລສັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະໜ່ວຍພັກ, ພະນັກງານ-ລັດຖະກອນພາຍໃນຄະນະຈັດຕັ້ງແຂວງຊຽງຂວາງເຂົ້າຮ່ວມ.

     ໃນພິທີໄດ້ປະກາດແຕ່ງຕັ້ງ ສະຫາຍ ຄຳໄຊ ບຸນເພັດ ຄະນະໜ່ວຍພັກ, ຫົວໜ້າຂະແໜງຄຸ້ມຄອງພະນັັກງານ ຂຶ້ນເປັນຮອງຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງຊຽງຂວາງ ສະບັບເລກທີ 280/ຄປພຂ, ລົງວັນທີ 03 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ. ຈາກນັ້ນ ສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ໃຫ້ກຽດມອບມະຕິຕົກລົງ ແລະ ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ເນັ້ນໃຫ້ຮອງຫົວໜ້າຄະນະຈັດຕັ້ງແຂວງຜູ້ໃໝ່ ພ້ອມດ້ວຍບັນດາສະຫາຍໃນຄະນະພັກ ແລະ ພະນັກງານ-ລັດຖະກອນພາຍໃນຄະນະຈັດຕັ້ງແຂວງຊຽງຂວາງ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າກຳແໜ້ນນິຕິກຳຕ່າງໆໃຫ້ເລິກເຊິ່ງ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ສຳເລັດຜົນຕາມການມອບໝາຍ.

 

        ໃນວັນທີ 10 ສິງຫາ 2022 ໄດ້ສືບຕໍ່ຈັດພິທີປະກາດການຈັດຕັ້ງ ຂັ້ນຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພາຍໃນຄະນະຈັດຕັ້ງແຂວງ ແລະ ເຊື່ອມຊຶມມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ຄຳສີ ວິໄລສັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະຈັດຕັ້ງແຂວງຊຽງຂວາງເຂົ້າຮ່ວມ.

       ໃນພິທີໄດ້ຈັດເປັນ 2 ວາລະຄື: ວາລະທຳອິດໄດ້ເຊື່ອມຊຶມມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງແຂວງ ໂດຍການບັນຍາຍຂອງສະຫາຍ ຄຳສີ ວິໄລສັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງເນື້ອໃນໄດ້ຍົກໃຫ້ເຫັນພາລະບົດບາດ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງແຂວງ ໃນການເປັນເສນາທິການວຽກງານຈັດຕັ້ງໃຫ້ຄະນະບໍລິຫານງານພັກແຂວງ ເຊິ່ງບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນຄະນະຈັດຕັ້ງແຂວງ ຈະຕ້ອງໄດ້ພ້ອມກັນເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ບັນລຸຜົນສຳເລັດຕາມການມອບໝາຍ.

       ໃນວາລະທີ 2 ໄດ້ປະກາດຍົກຍ້າຍ, ແຕ່ງຕັ້ງ, ຊັບຊ້ອນ ຂັ້ນຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ຕາມຂໍ້ຕົກລົງຂອງຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ສະບັບເລກທີ 22/ຄຈຂ, ລົງວັນທີ 09 ສິງຫາ 2022 ວ່າດ້ວຍການບັນຈຸ, ຊັບຊ້ອນພະນັກງານພາຍໃນຄະນະຈັດຕັ້ງແຂວງ ດັ່ງມີລາຍຊື່ລຸ່ມນີ້:

1.    ທ່ານ ສົມພອນ ພັນທະລັງສີ   ຫົວໜ້າຂະແໜງຈັດຕັ້ງ-ນະໂຍບາຍ  ເປັນຫົວໜ້າຂະແໜງຈັດຕັ້ງ ແລະ ກົດລະບຽບພັກ.

2.    ທ່ານ ນາງ ສຸດສະໝອນ ວົງທອງຈິດ ຫົວໜ້າຂະແໜງປ້ອງກັນພັກ-ພະນັກງານ ເປັນຫົວໜ້າຂະແໜງພະນັກງານ.

3.    ທ່ານ ຫັດສະດີ ສອນພະຈັນ ເປັນຫົວໜ້າຂະແໜງບໍລິຫານ-ສັງລວມ.

4.    ທ່ານ ສຸວອນ ພົມມະວີ ເປັນຫົວໜ້າຂະແໜງພັກ.

5.    ທ່ານ ນາງ ບົວຈິດ ຄໍາມະນີວົງ ຮອງຫົວໜ້າຂະແໜງບໍລິຫານ-ສັງລວມ ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ກົດລະບຽບພັກ.

6.    ທ່ານ ສົມໄຊ ຫຼ້າດວງມະນີ ຮອງຫົວໜ້າຂະແໜງຈັດຕັ້ງ-ນະໂຍບາຍ ເປັນຮອງຫົວໜ້າຂະແໜງບໍລິຫານ-ສັງລວມ.

       ໃນຕອນທ້າຍ ສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ກ່າວວ່າ: ການແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ ຄັ້ງນີ້ ແມ່ນປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ຕອບສະໜອງໄດ້ໜ້າທີ່ການເມືອງໃນແຕ່ລະໄລຍະ ທັງເປັນການມອບໝາຍໜ້າທີ່ຄວາມຮັບຜິດຊອບຢ່າງຖືກຕ້ອງ; ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ ຈົ່ງພ້ອມກັນຄົ້ນຄວ້ານິຕິກໍາຕ່າງໆສ້າງຄວາມເຂົ້າໃຈ ແລະ ກຳແໜ້ນໜ້າທີ່ວຽກງານຄວາມຮັບຜິດຊອບໃໝ່ຂອງຕົນໃຫ້ເລິກເຊິ່ງ ສາມາດເປັນເສນາທິການໃຫ້ຄະນະຈັດຕັ້ງແຂວງ ເຮັດລ້ອນໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.