ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ຈັດຕັ້ງເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 27/07/2022

   ຂ່າວ ແລະ ພາບ: ສ.ສົດ​ໃສ

    ໃນວັນທີ 26 ກໍລະກົດ 2022 ກະຊວງ​ສາທາລະນະ​ສຸກ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ຂໍ້ຕົກລົງວ່າດ້ວຍກົນໄກການເຮັດວຽກຂອງກະຊວງສາທາລະນະສຸກ ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ວິທະຍາເຂດດົງໂພສີ) ໂດຍການເປັນປະທານຂອງສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມທັງໝົດ 254 ສະຫາຍ, ຍິງ 105 ສະຫາຍ.

    ພິທີດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝ XI ສະ​ເໜີ​ໂດຍສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ເພື່ອສ້າງໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ກໍາແໜ້ນເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລີກເຊິ່ງ ເປັນບ່ອນອີງໃຫ້ຄະນະພັກແຕ່ລະຂັ້ນນໍາເອົາມະຕິດັ່ງກ່າວ ນໍາໄປຜັນຂະຫຍາຍໃຫ້ເປັນແຜນການ, ໂຄງການອັນລະອຽດ ໂດຍຕິດພັນກັບວຽກງານຕົວຈີງໃນຂະແໜງການຂອງຕົນ ບົນຈິດໃຈຍູ້ແຮງການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ແຂງແຮງ-ເລິກເຊິ່ງ, ສ້າງການຫັນປ່ຽນທາງດ້ານຄວາມຮູ້, ທັກສະ, ແນວຄິດ ແລະ ການກະທໍາ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຄວາມບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆໃນໄລຍະຜ່ານມາ, ສ້າງຄວາມເຊື່ອໝັ້ນຂອງພະນັກງານຕໍ່ການນໍາພາຂອງພັກ.

    ຈາກ​ນັ້ນ, ສະ​ຫາຍ ດຣ. ສະໜອງ ທອງ​ຊະນະ ຮອງ​ເລຂາ​ຄະນະ​ພັກ​ກະຊວງ​ສາທາລະນະ​ສຸກ ​ໄດ້​ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍກົນໄກການເຮັດວຽກຂອງກະຊວງສາທາລະນະສຸກ ຈຸດປະສົງເພື່ອຮັບປະກັນໃຫ້ແກ່ການບັນຊາ-ຊີ້ນໍາ ແລະ ແກ້ໄຂວຽກງານຂອງຄະນະລັດຖະມົນຕີ, ຫ້ອງການ, ບັນດາກົມ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ), ສະຖາບັນ, ໂຮງໝໍ ແລະ ຫົວໜ່ວຍການຈັດຕັ້ງຂອງກະຊວງໃຫ້ມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງໃຫ້ມີປະສິດທິພາບສູງ ແລະ ໃຫ້ມີລະບຽບການ ແລະ ກົນໄກທີ່ເປັນເອກະພາບກັນໃນການພົວພັນປະສານງານລະຫວ່າງສາຍງານການຈັດຕັ້ງດ້ວຍກັນ ໃຫ້ມີຄວາມເປັນເອກະພາບກັນ ແລະ ມີຄວາມສະດວກດີ​ຂຶ້ນ​ກວ່າ​ເກົ່າ.