ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ຈັດປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມອບບັດສະມາຊິກພັກ ແລະ ຍ້ອງຍໍຜົນງານປະຈໍາປີ 2021
ຈຳນວນຜູ້ອ່ານ: 44
ອະນຸມັດວັນທີ: 15/07/2022

       ໂດຍ: ນ.ວິລະສະໄໝ

       ໃນວັນທີ 15 ກໍລະກົດ 2022 ​ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ (ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ);  ພ້ອມນີ້ ໃນວາລະທີ 2 ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ; ມອບໃບຍ້ອງຍໍຜົນງານປະຈໍາປີ 2021 ແລະ ມອບບັດສະມາຊິກພັກສົມບູນ ຊຸດທີ VIII.

       ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ, ປາຖະກະຖາ ແລະ ມອບໃບຢັ້ງຢືນ ໂດຍສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກກະຊວງ, ຄະນະກົມ, ຫ້ອງການ, ຄະນະພະແນກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງແຜນການ ​ແລະ ການ​ລົງທຶນ ເຂົ້າຮ່ວມ​ 300 ກວ່າສະຫາຍ, ຍິງ 143 ສະຫາຍ.

       ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍ່ຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ ທັງເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດ ສສ ຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສສ ຫວຽດນາມ ໃນປະຈຸບັນ; ໃນປີ 2022 ນີ້ ພໍດີ ຄົບຮອບ 45 ປີ (18/7/1977-17/7/2022) ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຫວຽດນາມ-ລາວ  ແລະ ຄົບຮອບ 60 ປີ (5/9/1962-5/9/2022) ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ເຊິ່ງເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ.

       ຕະລອດໄລຍະເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ໄດ້ສ້າງສາຍພົວພັນມິດຕະພາບ,​ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບມື້ນັບເພີ່ມທະວີຄວາມເລິກເຊິ່ງຍິ່ງຂຶ້ນ. ປະທານສຸພານຸວົງ ເວົ້າວ່າ “.....ທະນຸຖະໜອມມິດຕະພາບນັ້ນ ຄືກັນກັບເກືອຮັກສາຄວາມເຄັມ, ໝາກເພັດຮັກສາຄວາມຮ້ອນ, ຕາບໃດຍັງມີຟ້າ ແລະ ດິນ, ຕາບນັ້ນກໍ່ຍັງມີຄວາມສາມັກຄີ ລາວ-ຫວຽດນາມ”

       ນອກຈາກປາຖະກະຖາແລ້ວ ວາລະຕໍ່ມາໄດ້ມີພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໃຫ້ກັບ 17 ໜ່ວຍພັກຄື: ໜ່ວຍພັກ ຫ້ອງການ ສູນສະຖິຕິແຫ່ງຊາດ; ໜ່ວຍພັກ ກົມສະຖິຕິເສດຖະກິດ; ໜ່ວຍພັກ ກົມສະຖິຕິສັງຄົມ; ໜ່ວຍພັກ ກົມບໍລິການສະຖິຕິ; ໜ່ວຍພັກ ຫ້ອງການ ກະຊວງ ຜທ; ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ; ໜ່ວຍພັກ ກົມກວດກາ; ໜ່ວຍພັກ ກົມນິຕິກໍາ; ໜ່ວຍພັກ ກົມແຜນການ;​ ໜ່ວຍພັກ ກົມປະເມີນຜົນ; ໜ່ວຍພັກ ກົມສົ່ງເສີມການລົງທຶນ; ໜ່ວຍພັກ ກົມຮ່ວມມືສາກົນ; ໜ່ວຍພັກ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ; ໜ່ວຍພັກ ຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ; ໜ່ວຍພັກ ຫ້ອງການຄະນະກໍາມະການຮ່ວມມື ລາວ-ຈີນ; ໜ່ວຍພັກ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ໜ່ວຍພັກ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດແຜນການ.

       ໃນລາລະສຸດທ້າຍ ໄດ້ຈັດພິທີຍ້ອງຍໍຜົນງານ ປະຈຳປີ 2021 ໃຫ້ການຈັດຕັ້ງ ແລະ ບຸກຄົນ; ໃນນີ້ ໄດ້ຍ້ອງຍໍການຈັດຕັ້ງ 17 ກົມກອງ ແລະ ບຸກຄົນ 619 ທ່ານ,​ ຍິງ 230 ທ່ານ. ນັ້ນໃນ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງ 606 ທ່ານ, ຍິງ 233 ທ່ານ ແລະ ໃບຊົມເຊີຍ 13 ທ່ານ, ຍິງ 07 ທ່ານ. ພ້ອມນີ້ ຍັງໄດ້ມອບຮັບ ບັດສະມາຊິກພັກສົມບູນ ຊຸດທີ VIII ຈໍານວນ 46 ສະຫາຍ, ຍິງ 19 ສະຫາຍ.