ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ຈັດກອງປະຊຸມເຜີຍແຜ່, ເຊື່ອຊຶມ ເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ
ຈຳນວນຜູ້ອ່ານ: 26
ອະນຸມັດວັນທີ: 11/07/2022

     ຂ່າວ: ວິລະສະໄໝ

ພາບ: ພອນສະຫວັນ

     ໃນວັນທີ ວັນທີ 11/7/2022 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ວິທະຍາເຂເດົງໂພສີ) ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອຊຶມ ເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍການເປັນປະທານ ຂອງ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ , ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງກົມ; ຫົວໜ້າພະແນກ ທີ່ມີຕໍາແໜ່ງປະເພດ 4 ຫຼື ທຽບເທົ່າ ອ້ອມຂ້າງກະຊວງສາທາລະນະສຸກ ແລະ ປະທານຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ທັງໝົດ 450 ສະຫາຍ ເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ເອກະສານສຳຄັນດັ່ງນີ້:

  1. ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ.
  2. ວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ (13 ກໍລະກົດ 1909 ຫາ 13 ກໍລະກົດ 2022);
  3. ເອກະສານອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ;
  4. ເອກະສານອົບຮົມ 2 ວາລະແຫ່ງຊາດ;

     ການເຜີຍແຜ່, ເຊື່ອມຊຶມ ເອກະສານຄັ້ງນີ້ເພື່ອເຮັດໃຫ້ພະນັກງນນໍາພາ ຫຼັກແຫຼ່ງກະຊວງສາທາລະນະສຸກ ລະນຶກເຖີງມູນເຊື້ອອັນດີງາມຂອງຜູ້ນໍາລາວ, ສົງເສີມມິດຕະພາບລາວຫວຽດນາມ ແລະ ການແກ້ໄຂວາລະແຫ່ງຊາດ ໃນການນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.