ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງການຕ່າງປະເທດ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ຈຳນວນຜູ້ອ່ານ: 72
ອະນຸມັດວັນທີ: 28/06/2022

​                                                                                                                                                                                                                               ໂດຍ: ສ.ສົດໃສ


    ໃນ​ວັນ​ທີ 28 ມິ​ຖຸນາ 2022 ​ກະຊວງ​ການ​ຕ່າງ​ປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ສ້າງ​ແຜນ​ກຳນົດ​ພະນັກງານນຳພາ-ຄຸ້ມ​ຄອງ ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ ຂອງ​ກະຊວງ​ການ​ຕ່າງ​ປະ​ເທດ ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ສະ​ເຫຼີມ​ໄຊ ກົມມະ​ສິດ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລຂາ​ຄະນະບໍລິຫານ​ງານ​ພັກ​ກະຊວງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ​ໂດຍ​ມີ​ຄະນະ​ພັກ​ກະຊວງ, ຮອງ​ລັດຖະມົນຕີ, ຄະນະ​ໜ່ວຍ​ພັກ, ຄະນະ​ຫ້ອງການ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ ​ແລະ ຫົວໜ້າ​ພະ​ແນ​ກທີ່​ເປັນ​ຄະນະ​ໜ່ວຍ​ພັກ​ພາຍ​ໃນ​ກະຊວງ​ການ​ຕ່າງ​ປະ​ເທດ ​ແລະ ພະນັກງານ​ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ.

     ​ໃນ​ວາລະ​ຂອງກອງ​ປ​ະຊຸມ​ ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ​ ​​ໄດ້ກ່າວ​ເປີດ​ກອງ​ປ​ະຊຸມ ​ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງຄວາມ​ໝາຍ ຄວາມ​ສຳຄັນ​ໃນ​ການສ້າງ​ແຜນ​ກຳນົດ​ພະນັກງານ ​ໂດຍ​ການ​ຄາດ​ຄະ​ເນ​ເປົ້າ​ໝາຍ​ພະນັກງານ​ທີ່​ຈະ​ຈັດ​ວາງ​ເຂົ້າ​ໃນ​ຕຳ​ແໜ່​ງນຳພາ-ຄຸ້ມ​ຄອງ ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ​ໃນ​ກະຊວງ​ຂອງ​ຕົນ ​ແນໃສ່​ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ຕໍ່​ເນື່ອງ ​ເພື່ອ​ຕອບ​ສະໜອງ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ-ລັດໃນສະ​ເພາະ​ໜ້າ ​ແລະ ຍາວ​ນານ ເປັນ​ການຫັນ​​ຍຸດ​ທະ​ສາດ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ​ໃຫ້​ເປັນອັນ​ລະ​ອຽດ ທັງເປັນພື້ນຖານ​ໃຫ້​ແກ່​ການ​ສ້າງ​ແຜນ​ກໍ່ສ້າງ​-ບຳລຸງ, ຄາດ​ຄະ​ເນ​ສັບ​ຊ້ອນ ​ແລະ ຈັດ​ວາງ​ພະນັກງານ​ຢ່າງ​ສົມ​ເຫດ​ສົມ​ຜົນ.

     ພ້ອມ​ນັ້ນ ສະຫາຍຍັງ​ໄດ້​ແນ​ະນຳ​ໃຫ້​ຜູ້​ເຂົ້າຮ່ວມ​ຄົ້ນ​ຄວ້າ​ຢ່າງ​ເລິກ​ເຊິ່ງຕໍ່​ກັບ​ເປົ້າ​ໝາຍ​ທີ່​ຈະ​ເລືອກ​ເຟັ້ນກຳນົດ​ເຂົ້າ​ໃສ່​ແຕ່​ລະ​ຕຳ​ແໜ່​ງ, ຕ້ອງ​ຄັດ​ເລືອກ​ໃຫ້​ໄດ້​ບຸກຄົນ​ທີ່​ພົ້ນ​ເດັ່ນ ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້, ຄວາມ​ສາມາດ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຮູ້​ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ ​ແລະ ນິຕິ​ກຳ​ຕ່າງໆ​ຂອງ​ພັກ-ລັດ ​​ເຂົ້າ​ໃນ​ການ​ນຳພາ​ປະຕິບັດ​ໜ້າ​ທີ່​ວຽກ​ງານ, ມີ​ພາວະ​ຄວາມ​ເປັນ​ຜູ້ນຳ, ​ໂດຍ​ສະ​ເພາະ​ແມ່ນການ​ນຳພາ​ພະນັກງານ-ລັດຖະກອນ ​ແລະ ມະຫາຊົນ​ເຄື່ອ​ນ​ໄຫວ​ວຽກ​ງານ​ຕ່າງໆ​ທີ່​ການຈັດ​ຕັ້ງ​ມອບ​ໝາຍ​ໃຫ້, ມີ​ຄວາມ​ສະດຸ້ງ​ໄວຕໍ່​ບັນຫາ​ຕ່າງໆ, ​ແກ້​ໄຂ​ບັນຫາ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ມີ​ຄວາມ​ດຸ​ໝັ່ນ, ພາກ​ພຽນ, ປະຢັດ, ສັດ​ຊື່, ປອດ​ໃສ, ບໍ່​ຫຼິ້ນ​ກິນ​ຟູມ​ເຟືອຍ, ບໍ່​ສໍ້​ລາດ​ບັງ​ຫຼວງ, ມີ​ທັດສະ​ນະມະ​ຫາ​ຊົນ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ​ເຮັດ​ວຽກ​ມີ​ແບບ​ແຜນ, ມີ​ໂຄງການ, ມີ​ການ​ຊຸກຍູ້​ຕິດຕາມ, ກວດກາ, ສະຫຼຸບ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ ​ແລະ ​ໃກ້ຊິດ​ຕິດ​ແທດ​ກັບ​ມະຫາຊົນ​ຢ່າງ​ແທ້​ຈິງ.

      ​ເພື່ອ​ສາມາດ​ເລືອກ​ໄດ້​ບຸ​ກຄົນ​ຄືດັ່ງກ່າວ​ ສະຫາຍຍັງ​ໃຫ້​ທິດ​ຊີ້​ນຳ​ວ່າ ຕ້ອງ​ຫຼີກ​ລ້ຽງ​ແນວ​ຄິດ​ອິດສາ​ບັງ​ບຽດ, ກຸ່ມ​ກ້ອນ, ​ແນວ​ຄິດ​ພັກ​ພວກ, ​ເພື່ອນ​ສະໜິດ​ມິດ​ສະຫາຍ ເພື່ອ​ສ້າງ​ເຄື​ອຂ່າຍ ​ແລະ ຜົນ​ປະ​ໂຫຍດ​ໃດ​ໜຶ່ງ​ແກ່​ຕົນ​ເອງ; ຕ້ອງ​ກ້າ​ສົ່ງ​ເສີມ​ບຸກຄົນ​ທີ່​ດີ​ເດັ່ນ ​ແລະ ມີ​ມາດຖານ​ເງື່ອນ​ໄຂ​ຄົບ​ຖ້ວນ​ເຂົ້າ​ໃນ​ຕຳ​ແໜ່​ງນຳພາ-ຄຸ້ມ​ຄອງ. ການ​ສ້າງ​ແຜນ​ກຳນົດ​ພະນັກງານ ຕ້ອງ​ຮັບປະກັນ​ລັກສະນະ​ເປີດ​ກວ້າງ, ມີ​ຄວາມ​ໂປ່​ງ​ໃສ, ພາວະ​ວິ​ໄສ, ຮອບດ້ານ, ຍຸຕິ​ທຳ, ຕ້ອງ​ຮັບປະກັນ​ໂຄງ​ປະກອບ​ເພດ, ​ເຜົ່າ ​ແລະ ​ເລັ່ງ​ໃສ່​ພະນັກງານ​ໜຸ່ມ​ໃຫ້​ກວມ​ອັດຕາ​ສ່ວນ​ຫຼາຍ.

      ຈາກ​ນັ້ນ, ສະຫາຍ ຕິ່ງ ສຸກ​ສັນ ຮອງ​ເລຂາ​ຄະນະ​ພັກ​ກະຊວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ ​ໄດ້​ຜ່ານມະຕິຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 032/ກມສພ ລົງວັນ​ທີ 03 ມັງກອນ 2018 ​ວ່າ​ດ້ວຍ​ວຽກງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ສະຫາຍ ນາງ​ ບຸ​ດສະ​ດີ ທະນະ​ເມືອງ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຂຶ້ນ​ຜ່ານ​ຄຳ​ແນະນຳຂອງ​ຄະນະ​ຈັດ​ຕັ້ງສູ​ນກາງ​ພັກ ​ເລກທີ 292/ຄຈສພ ລົງ​ວັນ​ທີ 26 ​ເມສາ 2018 ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ​ວຽກງານ​ຄຸ້ມຄອງພະນັກງານ ແລະ ວຽກງານສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ.

      ກອງ​ປະຊຸມ ຈະ​ດຳ​ເນີນ​ການປ່ອນ​ບັດ​ທາ​ບທາມ 3 ຮອບ ໃຊ້​ເວລາ 3 ວັນ ເຊິ່ງຈະອັດລົງໃນວັນ​ທີ 30 ມິຖຸນາ 2022.