ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ຈຳນວນຜູ້ອ່ານ: 61
ອະນຸມັດວັນທີ: 28/06/2022

ແຫຼ່ງຂ່າວ: ກະຊວງສາທາລະນະສຸກ

ພາບ: ພອນສະຫວັນ ລາຊະບັນເທົາ

     ໃນລະຫວ່າງ​ວັນ​ທີ 27-30 ມິຖຸນາ 2022 ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທີ່ຂື້ນກັບສິດຄຸ້ມຄອງຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຂື້ນທີ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ວິທະຍາເຂດດົງໂພສີ ພາຍ​ໃຕ້​ການ​ເປັນ​ປະ​ທານຮ່ວມຂອງສະ​ຫາຍ ປອ.ດ​ຣ.ບຸນ​ແຝງ ພູມ​ມະ​ໄລ​ສິດ ​ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ກະ​ຊວງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ  ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຄໍາແນະນໍາ  ເລກທີ 292/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 158/ຄຈສພ, ລົງວັນທີ 01 ຕຸລາ 2021. ເປົ້າໝາຍຕຳແໜ່ງທີ່ຈະທາບທາມໃນຄັ້ງນີ້ປະກອບດ້ວຍ 7 ຕຳແໜ່ງ ດັ່ງນີ້: 1). ເລຂາຄະນະພັກກະຊວງ, ລັດຖະມົນຕີ; 2) ຮອງເລຂາຄະນະພັກກະຊວງ; 3) ຮອງລັດຖະມົນຕີ; 4) ກຳມະການປະຈຳພັກກະຊວງ; 5) ກຳມະການພັກກະຊວງ; 6) ບັນດາຕຳແໜ່ງຫົວໜ້າກົມ ແລະ ທຽບເທົ່າ (7 ກົມ, 2 ຫ້ອງການ, 2 ສະຖາບັນ 5 ໂຮງໝໍສູນກາງ ແລະ ສູນການແພດຟື້ນຟູໜ້າທີ່ການ); 7) ບັນດາຕຳແໜ່ງໃນ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ອະທິການບໍດີ, ຮອງອະທິການບໍດີ, 6 ຄະນະວິຊາ, 2 ຫ້ອງການ ແລະ 1 ສະຖາບັນ).

     ກອງປະຊຸມໄດ້ຈັດການທາບທາມເປັນ 3 ຮອບ ໂດຍຜູ້ເຂົ້າຮ່ວມທາບທາມ ຮອບທີ 1 ປະກອບມີ: ຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ທຽບເທົ່າ; ສະມາຊິກສະພາແຫ່ງຊາດທີ່ສັງກັດຢູ່ກະຊວງ; ຫົວໜ້າ-ຮອງຫົວໜ້າກົມ ແລະ ທຽບເທົ່າ; ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ຄົບຊຸດ; ເລຂາ ຫຼື ປະທານອົງການຈັດຕັ້ງມະຫາຊົນກະຊວງ ແລະ ພະນັກງານບໍານານອະດີດການນຳຂັ້ນຮອງລັດຖະມົນຕີ ແລະ ທຽບເທົ່າຂື້ນໄປ ຈຳນວນ 256 ສະຫາຍ.

     ຜູ້ເຂົ້າຮ່ວມທາບທາມ ຮອບທີ 2 ປະກອບມີ: ຄະນະບໍລິຫານງານພັກກະຊວງ; ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ທຽບເທົ່າ; ເລຂາ, ຮອງເລຂາຄະນະພັກຮາກຖານ; ເລຂາ, ຮອງເລຂາຄະນະໜ່ວຍພັກຮາກຖານ; ຫົວໜ້າກົມ ແລະ ທຽບເທົ່າ ຈຳນວນ 87 ສະຫາຍ. ສ່ວນຜູ້ເຂົ້າຮ່ວມທາບທາມຮອບ 3 ປະກອບມີ ຄະນະບໍລິຫານງານພັກກະຊວງ ຈຳນວນ 17 ສະຫາຍ.

     ຂັ້ນຕອນ ແລະ ບາດກ້າວດຳເນີນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປະກອບດ້ວຍການເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໂດຍສະຫາຍ ປອ.ດ​ຣ.ບຸນ​ແຝງ ພູມ​ມະ​ໄລ​ສິດ ​ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ກະ​ຊວງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ຜ່ານມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນຳພາ-ຄຸ້ມຄອງ ໂດຍສະຫາຍ ດຣ. ສະໜອງ ທອງຊະນະ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜ່ານບົດແນະນຳຂອງຄະນະຈັດຕັ້ງສູນກາງພັກເລກທີ 292/ກມສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິເລກທີ 032/ກມສພ ໂດຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ. ຈາກນັ້ນ,​ ຜູ້ເຂົ້າຮ່ວມກອງປະຊຸມໄດ້ດຳເນີນການທາມທາບດ້ວຍຄວາມຮັບຜິດຊອບສູງ ໂດຍມີຄະນະຮັບຜິດຊອບດຳເນີນການຕາມບາດກ້າວຂັ້ນຕອນ ສະຫລຸບ-ສັງລວມຄະແນນ ແລະ ຜົນການທາບທາມແຕ່ລະຮອບ ພ້ອມທັງມີບົດລາຍງານສະຫລຸບຕີລາຄາຂໍ້ດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີຖອດຖອນໄດ້ ຜ່ານຕໍ່ກອງປະຊຸມຄະນະປະຈຳພັກກະຊວງ ໂດຍມີຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.