ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັັ້ງແຂວງບໍ່ແກ້ວ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 03/06/2022

     ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ສະເພາະແມ່ນປະຕິບັດຕາມຄຳສັ່ງ 01 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການກໍ່ສ້າງບົດບາດການນຳພາຂອງພັກໃນເງື່ອນໄຂໃໝ່ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ.

     ໃນວັນທີ 26 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດມອບໃບຢັ້ງຢືນຂອງ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ, ສະມາຊິກພັກພາຍໃນໜ່ວຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

     ການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ແນໃສ່ເຊີດຊູບົດບາດຄວາມອາດສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມ ເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

     ພາຍຫຼັງມອບໃບຢັ້ງຢືນແລ້ວ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຮຽກຮ້ອງໃຫ້ຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍເອົາໃຈໃສ່ຕັ້ງໜ້າຮັກສາມູນເຊື້ອຜົນງານອັນດີເດັ່ນ, ຍົກສູງຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານໃຫ້ໜ່ວຍພັກຄະນະຈັດຕັ້ງແຂວງບໍ່ແກ້ວໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຕໍ່ໄປ. ສະຫາຍ ແກ້ວລາ ນໍລະສິງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ຕາງໜ້າຄະນະໜ່ວຍພັກ, ສະມາຊິກພັກຄະນະຈັດຕັ້ງແຂວງບໍ່ແກ້ວ ຂຶ້ນຮັບຄຳໂອ້ລົມດັ່ງກ່າວ ແລະ ພ້ອມຈະນຳເອົາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອຮັກສາມູນເຊື້ອ ແລະ ເສີມຂະຫຍາຍໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.ເຊິ່ງ ໜ່ວຍພັກຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 4 ສະໄໝຊ້ອນ.