ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ - ພະນັກງານ ທົ່ວເມືອງເມິງ ແຂວງບໍ່ແກ້ວ ປະຈຳປີ 2022
ຈຳນວນຜູ້ອ່ານ: 63
ອະນຸມັດວັນທີ: 30/05/2022

     ໂດຍປະຕິບັດຕາມແນວທາງການເມືອງຂອງພັກ ໃນການປະຕິບັດ 4 ບຸກທະລຸຂອງພັກ ເປັນຕົ້ນແມ່ນບຸກທະລຸທາງດ້ານຈິນຕະນາການແນວຄິດ, ການພັດທະນາຊັບພະຍາກອນມະນຸດ, ການແກ້ໄຂລະບອບລະບຽບການ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານກໍ່ສ້າງ - ບຳລຸງພະນັກງານແຕ່ລະຂັ້ນ ໃຫ້ມີຄວາມຮູ້ຄວາມສາມາດໃນເງື່ອນໄຂໃໝ່.

      ໃນວັນທີ 19 - 20 ພຶດສະພາ 2022 ນີ້ ຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ເປີດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ພະນັກງານຜູ້ເຮັດວຽກງານຈັດຕັ້ງທົ່ວເມືອງເມິງ ໂດຍໄດ້ຈັດຂຶ້ນຢູ່ສະໂມສອນເມືອງເມິງ ໃຊ້ເວລາຝຶກອົບຮົມ 2 ວັນ ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ແລະ ສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ, ເລຂາພັກເມືອງ - ເຈົ້າເມືອງໆເມິງ, ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 61 ສະຫາຍ, ຍິງ 19 ສະຫາຍ, ມີຄູຝຶກຈາກຄະນະຈັດຕັ້ງແຂວງ 5 ສະຫາຍ, ຄະນະຈັດຕັ້ງເມືອງ 2 ສະຫາຍ.

     ເນື້ອໃນເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້ມີ 14 ເອກະສານສຳຄັນກ່ຽວກັບວຽກພັກ - ພະນັກງານ ຄື:

1) ຄຳສັ່ງ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

2) ຄຳແນະນຳ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

3) ມະຕິ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພັກ - ພະນັກງານ.

4 ) ຄຳສັ່ງແນະນຳ 1394 ຄປພຂ.ບກ, ລົງວັນທີ 10 ທັນວາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງຄະນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານໃນທົ່ວແຂວງບໍ່ແກ້ວ.

5) ມະຕິ 031/ ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ.

6) ມະຕິ 032/ກມສພ, ລົງວັນທີ 3 ມັງກອນ 2008 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.

7) ຄຳແນະນຳ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງ ກມສພ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.

8) ຄຳສັ່ງ 064/ກມສພ, ລົງວັນທີ 9 ເມສາ 2018 ວ່າດ້ວຍວຽກງານຂະຫຍາຍພັກ.

9) ຄຳແນະນຳ 201/ຄຈສພ, ລົງວັນທີ 29 ຕຸລາ 2019 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານຂະຫຍາຍພັກ.

10) ຂໍ້ກຳນົດ 02/ກມສພ, ລົງວັນທີ 14 ກໍລະກົດ 2003.

11); ຄຳແນະນຳ 359/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 02/ກມສພ, ລົງ ວັນທີ 14 ກໍລະກົດ 2003.

12); ຂໍ້ກຳນົດ 02/ຄລສພ, ລົງວັນທີ 24 ທັນວາ 2010.

13) ມະຕິ 072/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍລະບອບການຮໍ່າຮຽນທິດສະດີການເມືອງ. 

14) ມະຕິກົມການເມືອງ 073/ກມສພ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ. 

     ຜ່ານການຝຶກອົບຮົມ 2 ວັນຄືດັ່ງກ່າວ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈໜ້າທີ່, ພາລະບົດບາດໃນການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ, ມີຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ວຽກງານຂອງພັກ-ພະນັກງານເລິກເຊິ່ງກວ່າເກົ່າ, ມີຄວາມເປັນເອກະພາບ, ສາມາດກຳໄດ້ຂັ້ນຕອນ, ວິທີການດຳເນີນໃນການຈັດຕັ້ງປະຕິບັດຕາມນິຕິກຳທີ່ໄດ້ກຳນົດໄວ້.

     ໃນຕອນທ້າຍພິທີຊຸມຝຶກອົບຮົມ ສະຫາຍ ສົມສັກ ປິ່ນແກ້ວ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆເມິງ ໄດ້ມີຄໍາເຫັນຕໍ່ບັນດາສະຫາຍທີ່ຜ່ານການຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໜ້າເອົາໃຈໃສ່ນຳເອົາບົດຮຽນທີ່ໄດ້ຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໜ້າວຽກຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ແລະ ມີຜົນງານໃໝ່ພົ້ນເດັ່ນໃນຕໍ່ໜ້າ.