ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກົມປ້ອງກັນພັກ-ພະນັກງານ ເຄື່ອນໄຫວພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ ຢູ່ນະຄອນຫຼວງວຽງຈັນ
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 27/05/2022

ໂດຍ: ນາງ ຄຳສະຫວັນ ພົມມະວົງ

     ໃນລະຫວ່າງວັນທີ 24-25 ພຶດສະພາ 2022 ກົມປ້ອງກັນພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ນຳໂດຍ ສະຫາຍ ຄູນເພັງ ໄຊສະຫວາດ ຮັກສາການແທນຫົວໜ້າກົມ ຮອງຫົວໜ້າກົມປ້ອງກັນພັກ-ພະນັກງານ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະແລກປ່ຽນບົດຮຽນວິຊາສະເພາະ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແລະ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ຫ້ອງການຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ.

     ການພົບປະຄັ້ງນີ້ ເພື່ອແລກປ່ຽນບົດຮຽນວິຊາສະເເພາະ ແລະ ສະພາບການເຄື່ອນໄຫວວຽກງານຂອງກຳລັງປະກອບອາວຸດຢູ່ນະຄອນຫຼວງວຽງຈັນ ທີ່ພົວພັນເຖິງວຽກງານປ້ອງກັນພັກ-ພະນັກງານ, ທັງເປັນການຊອກຮູ້ວິທີການ, ຂັ້ນຕອນຕ່າງໆ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງ ເພື່ອໝູນໃຊ້ເຂົ້າໃນວຽກງານປ້ອງກັນພັກ-ພະນັກງານ ໃນສະເພາະໜ້າໃຫ້ດີຂຶ້ນກວ່າເກົ່າ ແລະ ສ້າງພື້ນຖານໃຫ້ແກ່ການປະສານສົມທົບວຽກງານລະຫວ່າງ ກົມປ້ອງກັນພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ກັບກຳລັງປະກອບອາວຸດ ແລະ ຫ້ອງການຄະນະກຳມະການ ປກຊ-ປກສ ຢູ່ນະຄອນຫຼວງວຽງຈັນ ໃນຕໍ່ໜ້າ.

     ການພົບປະແລກປ່ຽນບົດຮຽນຄັ້ງນີ້ຈະເປັນອີກບາດກ້າວໜຶ່ງຂອງການເພີ່ມທະວີການຮ່ວມມືທີ່ສຳຄັນ ໂດຍຈະໄດ້ມີການຮ່ວມມືປະສານສົບທົບເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ເພື່ອຖອດຖອນບົດຮຽນວຽກງານວິຊາສະເພາະໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ພ້ອມກັນໄປໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງການເຄື່ອນໄຫວວຽກງານປ້ອງກັນພັກ-ພະນັກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.