ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ສຳເລັດການຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ ຊຸດທີ IV
ຈຳນວນຜູ້ອ່ານ: 24
ອະນຸມັດວັນທີ: 13/05/2022

ຂ່າວ ແລະ ພາບ: ວິລະສະໄໝ

     ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2022 ທີ່ຫ້ອງປະຊຸມກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ ຊຸດທີ IV ໂດຍການເຂົ້າຮ່ວມຂອງສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ​ມີບັນດາເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ຜູ້ຊ່ວຍວຽກໜ່ວຍພັກຂອງຫ້ອງການ, ບັນດາກົມ ແລະ ທຽບເທົ່າກົມ ພາຍໃນກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

     ຊຸດຝຶກອົບຮົມຄັ້ງນີ້ ດຳເນີນມາແຕ່ ວັນທີ 9 ພຶດສະພາ 2022 ໃຊ້ເວລາຝຶກອົບຮົມ 5 ວັນ ມີຜູ້ເຂົ້າຮ່ວມຝຶກອົບຮົມ 48 ສະຫາຍ, ຍິງ 19 ສະຫາຍ ແລະ ມີນັກວິທະຍາກອນມາຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໃຫ້ກຽດຂຶ້ນຫ້ອງສອນບັນຍາຍເອກະສານ ແລະ ບົດສອນສຳຄັນຕ່າງໆດັ່ງນີ້:

  1. ແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງພັກ
  2. ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ
  3. ວຽກງານຄຸ້ມຄອງ-ປ້ອງກັນພັກ
  4. ວຽກງານຂະຫຍາຍພັກ
  5. ຍົກສູງຄຸນະນພາບການດໍາເນີນຊີວິດຂອງໜ່ວຍພັກ
  6. ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ
  7. ວຽກງານພະນັກງານຂອງພັກ
  8. ຍົກສູງຄຸນນະພາບຖັນແຖວສະມາຊິກພັກ
  9. ວຽກງານຂອງຄະນະພັກຮາກຖານ
  10. ກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

     ການຈັດຊຸດຝຶກອົບຮົມຄັ້ງນີ້ກໍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ເຊິ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໜ່ວຍພັກ ໃຫ້ມີຄວາມສາມາດນຳພາ-ຊີ້ນຳ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນສໍາເລັດ.

     ໃນຕອນທ້າຍຂອງພິທີ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດມອບໃບຢັ້ງຢືນ ພ້ອມທັງມີຄຳເຫັນໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຮັບການຝຶກອົບຮົມຄັ້ງນີ້ ນຳເອົາບົດຮຽນທີ່ໄດ້ຮຽນມານັ້ນ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດໃໝ່ຢ່າງຕັ້ງໜ້າ…ຯ