ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 09/05/2022

     ເພື່ອເປັນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກົດລະບຽບຂອງພັກ ສະໄໝທີ XI ໃຫ້ເຂົ້າສູ່ວຽກງານຕົວຈິງຢ່າງເປັນຮູບປະທໍາ ໃນວັນທີ 5-6 ພຶດສະພາ 2022 ທີ່ຜ່ານມາ ສະຫາຍ ນ. ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໂດຍມີ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ,​ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.

     ການລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນໃນຄັ້ງນີ້ ສະຫາຍ ນ. ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX, ການນໍາພາ, ຊີ້ນໍາວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຈາກສະຫາຍເລຂາຄະນະບໍລິຫານງານພັກແຂວງ ຊຶ່ງຜ່ານການຮັບຟັງບົດລາຍງານໄດ້ສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານພັກຕໍ່ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ ໂດຍສະເພາະວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ແຜນພັດທະນາເສດຖະກິດ-ສັງຄົມ ລວມທັງການປະຕິບັດ 02 ວາລະແຫ່ງຊາດ ເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມກະຕືລືລົ້ນເຂົ້າຮ່ວມການປະຕິບັດຕາມມະຕິ, ຄໍາສັ່ງຂອງຂັ້ນເທິງ ກໍ່ຄືທິດທາງວຽກງານຂອງແຕ່ລະຂະແໜງການວາງອອກມີຜົນສໍາເລັດຢ່າງຫຼວງຫຼາຍ; ສໍາລັບການປະຕິບັດ 02 ວາລະແຫ່ງຊາດ ໃນເບື້ອງຕົ້ນຍັງບໍ່ທັນໄດ້ສະຫຼຸບ ແຕ່ສາມາດແກ້ໄຂໄດ້ຫຼາຍບັນຫາ, ອັນພົ້ນເດັ່ນແມ່ນສາມາດຈັດເກັບລາຍຮັບງົບປະມານເພີ່ມຂຶ້ນໃນແຕ່ລະປີ ຊຶ່ງປະຕິບັດລື່ນແຜນການ 04 ປີຊ້ອນ, ສໍາລັບປີ 2021 ໄດ້ປະຕິບັດເກີນແຜນ 56% ກວ່າ, ຖ້າທຽບໃສ່ປີ 2020 ການລົງທຶນຂອງພາກເອກະຊົນກໍເພີ່ມຂຶ້ນຫຼາຍເທົ່າ, ພິເສດ ແຂວງໄຊສົມບູນໄດ້ປະກາດການຈົບຊັ້ນມັດທະຍົມຕົ້ນລະບົບບໍາລຸງໃນທົ່ວແຂວງ ແລະ ວຽກງານອື່ນໆ ກໍ່ມີຫຼາຍບັນຫາທີ່ໄດ້ປະຕິບັດສໍາເລັດ; ຕິດພັນກັບວຽກງານດັ່ງກ່າວຄະນະບໍລິຫານງານພັກແຂວງ ເວົ້າລວມ, ເວົ້າສະເພາະ ຄະນະປະຈໍາພັກແຂວງ ໄດ້ຖືສໍາຄັນຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຊຶ່ງເປັນວຽກທີ່ສໍາຄັນຕັດສິນຜົນສໍາເລັດໃນການປະຕິບັດແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍ່ຄືການປະຕິບັດບັນດາກົດໝາຍ ແລະ ລະບຽບການຕ່າງໆ ສະແດງອອກການຈັດຕັ້ງພັກ, ສະມາຊິກພັກໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ກວມເອົາທຸກວິຊາຊີບ, ລະບົບການເມືອງຢູ່ຮາກຖານມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດໄດ້ຮັບການປັບປຸງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂໃຫ້ດີຂຶ້ນ ແລະ ປະກົດການຫຍໍ້ທໍ້ດ້ານຕ່າງໆຖືກຕີຖອຍ.ແຕ່ແນ່ນອນໃນການເຄື່ອນໄຫວປະຕິບັດໜ້າທີ່ ເຖິງຈະມີຜົນສໍາເລັດໃນຫຼາຍດ້ານ ແຕ່ກໍບໍ່ສາມາດຫຼີກລ່ຽງໄດ້ຈຸດອ່ອນ, ຂໍ້ບົກຜ່ອງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂບັນຫາຕ່າງໆ ໃຫ້ກາຍເປັນຮູບປະທໍາ ແລະ ມີປະສິດທິຜົນເທື່ອລະກ້າວ.

     ໃນໂອກາດດັ່ງກ່າວຢູ່ທີ່ຫ້ອງປະຊຸມຊັ້ນ 5 ສໍານັກງານປົກຄອງແຂວງໄຊສົມບູນ ສະຫາຍ ນ. ສີໃສ ລືເດດມູນສອນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເປັນກຽດໂອ້ລົມຕໍ່ຄະນະພັກ ຄະນະນໍາ, ສະມາຊິກພັກ-ພະນັກງານຄະນະຈັດຕັ້ງແຂວງ ແລະ ຫົວໜ້າຄະນະຈັດຕັ້ງເມືອງຂອງແຂວງໄຊສົມບູນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນວາງໄວ້.