ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ
ຈຳນວນຜູ້ອ່ານ: 56
ອະນຸມັດວັນທີ: 22/04/2022

     ສະຫາຍ ນ. ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໃນວັນທີ 20 ເມສາ 2022 ໂດຍມີ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ,​ ເຈົ້າແຂວງໆ ວຽງຈັນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ,​ ເຈົ້າແຂວງໆ ວຽງຈັນ ໄດ້ລາຍງານ ສະພາບການຊີ້ນໍາ-ນໍາພາວຽກງານຕ່າງໆ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍກົດລະບຽບຂອງພັກ ສະໄໝ ທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX, ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດນິຕິກໍາກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງພາຍໃນແຂວງວຽງຈັນ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ  ຂໍ້ຫຍຸ້ງຍາກຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ຕອບ່າຍຂອງວັນດຽວກັນນັ້ນ, ສະຫາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກຍັງໄດ້ໄປຢ້ຽມຢາມພົບປະພະນັກງານ-ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນຮາກຖານພັກບ້ານຢູ່ເມືອງທຸລະຄົມຈໍານວນໜຶ່ງ.

     ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ສະຫາຍ ນ. ສີໃສ ລືເດດມູນສອນ ໄດ້ໂອ້ລົມຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນຄະນະຈັດຕັ້ງແຂວງ,​ ຫົວໜ້າຄະນະ ຈັດຕັ້ງ 11 ເມືອງຂອງແຂວງວຽງຈັນ ດັ່ງນີ້: ພະນັກ ງານທີ່ເຮັດວຽກງານຈັດຕັ້ງຕ້ອງໄດ້ຝຶກຝົນຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ,​ ມີຄຸນສົມບັດສິນທໍາປະຕິວັດ,​ ມີຈັນຍາບັນ, ຈັນຍາທໍາຂອງພະນັກງານ,​ ມີແນວຄິດຊື່ຕົງ, ບໍລິສຸດສັດຊື່, ບໍ່ເຫັນຜົນປະໂຫຍດຕົນເອງສູງກວ່າສ່ວນລວມ, ມີສາຍຕາເບິ່ງກວ້າງມອງໄກ; ຕ້ອງມີຄວາມອົດທົນ, ດຸໝັ້ນ, ຊອກຮູ້ຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍ, ມະຕິ,​ ຄໍາສັ່ງ, ຂໍ້ກໍານົດ, ບົດແນະນໍາຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ; ຕ້ອງກໍາແໜ້ນປະຫວັດຕົ້ນກໍາເນີດ,​ ປະຫວັດການເຄື່ອນໄຫວຂອງພະນັກງານ-ລັດຖະກອນໃນແຕ່ລະໄລຍະ, ​ການປະສານງານລະຫວ່າງຄະນະຈັດຕັ້ງກັບຫ້ອງການພາຍໃນ, ສາຍຕັ້ງສາຍຂວາງ ລວມທັງລະບອບສ່ອງແສງລາຍງານໃຫ້ຄະນະພັກຂັ້ນຂອງຕົນເປັນປົກກະຕິ. ນອກຈາກນັ້ນວຽກງານກໍ່ສ້າງພັກຄະນະພັກຕ້ອງເພີ່ມທະວີການສຶກສາອົບຮົມມູນເຊື້ອການນໍາພາຂອງພັກ, ການເຄື່ອນໄຫວຊີ້ນໍາ-ນໍາພາຂອງຄະນະພັກແຂວງ, ​ພັກເມືອງແຕ່ລະໄລຍະໃຫ້ພະນັກງານ-ສະມາຊິກພັກ ກໍຄືປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ,​ ຖືສໍາຄັນການຕິດຕາມເກັບກໍາສະພາບຫາງສຽງຂອງສັງຄົມ; ຄະນະພັກຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືຂອງອົງຄະນະພັກຕົນ, ເອົາໃຈໃສ່ການກໍ່ສ້າງ-ປັບປຸງພັກຕາມ 5 ຫຼັກການ 3 ທິດນໍາໂດຍສະເພາະຫຼັກການຕໍານິຕິຊົມຕົນເອງ ແລະ ຕໍານິສົ່ງຂ່າວໝູ່ຄູ່; ​ ເພີ່ມທະວີຄວາມຮັບຜິດຊອບຕໍ່ການຈັດຕັ້ງຮາກຖານພັກໃນການກໍ່ສ້າງໜ່ວຍພັກປອດໃສ, ​ເຂັ້ມແຂງ, ໜັກແໜ້ນຕາມ 5 ເນື້ອໃນທີ່ໄດ້ກໍານົດໄວ້, ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການຈັດຕັ້ງຂະຫຍາຍພັກໃນຂະບວນການວຽກງານຕົວຈິງຂອງມະຫາຊົນ; ປະຕິບັດຢ່າງເຂັ້ມງວດຫຼັກການນໍາພາຂອງພັກໂດຍສະເພາະຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ເອົາໃຈໃສ່ຊຸກຍູ້ຄະນະກວດກາພັກແຕ່ລະຂັ້ນໃນການປະຕິບັດພາລະບົດບາດ,​ ສິດ, ໜ້າທີ່ຂອງຕົນ ບັນຫາເກີດຂື້ນຢູ່ບ່ອນໃດແມ່ນຄະນະພັກຢູ່ບ່ອນນັ້ນເປັນຜູ້ແກ້ໄຂ; ເພີ່ມທະວີການປັບປຸງລະບອບແບບແຜນນໍາພາວິທີເຮັດວຽກ, ແບ່ງງານແບ່ງຄວາມຮັບຜິດຊອບກັນຢ່າງລະອຽດຈະແຈ້ງ, ສົມທົບຢ່າງກົມກຽວການນໍາພາຂອງບຸກຄົນຄະນະພັກກັບການນໍາພາລວມຂອງໝູ່ຄະນະ, ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກທີ່ຕິດແທດຮາກຖານ, ​ຕິດແທດມະຫາຊົນ; ເອົາໃຈໃສ່ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນໃຫ້ຄໍານຶງເຖິງພະນັກງານທັງສາມຮຸ້ນ, ເພດ, ເຜົ່າ ແຕ່ຕ້ອງຮັບປະກັນມາດຕະຖານ-ເງື່ອນໄຂທີ່ໄດ້ກໍານົດໄວ້; ເອົາໃຈໃສ່ການສ້າງແຜນບໍາລຸງ-ກໍ່ສ້າງ ແຕ່ສໍາຄັນພາຍຫຼັງການບໍາລຸງ-ກໍ່ສ້າງມາແລ້ວຕ້ອງໄດ້ປະເມີນຄວາມຮັບຜິດຊອບວຽກງານຂອງຜູ້ກ່ຽວ; ປະສານສົມທົບລະຫວ່າງສາຍຕັ້ງສາຍຂວາງໃນການຕົກລົງແຕ່ງຕັ້ງຍົກຍ້າຍ, ໜູນວຽນ, ສັບຊ້ອນ, ຈັດວາງພະນັກງານ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ ວ່າດ້ວຍເພີ່ມທະວີການນໍາພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ໃຫ້ເປັນຮູບປະທໍາ.