ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງຊຽງຂວາງສຳເລັດການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຮອບທີ III
ຈຳນວນຜູ້ອ່ານ: 50
ອະນຸມັດວັນທີ: 01/04/2022

ຂ່າວ ແລະ ພາບ:​ ພອນສະຫວັນ

     ໃນວັນທີ ​30 ມີ​ນາ 2022 ທີ່​ຜ່ານ​ມາ ຢູ່​ພະ​ແນກແຜນ​ການ ແລະ ການ​ລົງ​ທືນ​ຂອງ​ແຂວງ​ຊຽງ​ຂວາງ ​ໄດ້​ຈັດ ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ປີ 2021-2025 ຮອບທີ III ຂອງແຂວງຊຽງ​ຂວາງ ໂດຍການເປັນປະທານຂອງ ສະຫາຍ ບຸນ​ຈັນ ສີ​ວົງ​ພັນ ​ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຊຽງ​ຂວາງ ແລະ ສະຫາຍ ນາງ ​ບຸດ​ສະ​ດີ ທະ​ນະ​ເມືອງ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາ​ງ​ພັກ, ມີຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມທັງໝົດ 29 ສະ​ຫາຍ, ຍິງ 3 ສະ​ຫາຍ.

     ໃນໂອກາດດັ່ງ​ກ່າວ ສະ​ຫາຍ​ເລ​ຂາ​ພັກ​ແຂວງ​ຊຽງ​ຂວາງ ກໍ່ໄດ້ມີຄຳເຫັນໂດຍເນັ້ນໃສ່ 3 ບັນຫາຄື: 1. ຕ້ອງໄດ້ກຳນົດເປົ້າໝາຍ ທີ່ຈະຈັດວາງເຂົ້າໃນຕໍາແໜ່ງງານນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜງການ ເພື່ອແນໃສ່ຮັບປະກັນ ໃຫ້ມີລັກສະນະສືບທອດ, ປ່ຽນແທນຕໍ່ເນື່ອງ ທັງໃນສະເພາະໜ້າ ແລະ ຍາວນານ, 2. ກະກຽມບຸກຄະລາກອນ ທີ່ມີລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງທາງດ້ານ ຈຳນວນ ແລະ ຄຸນນະພາບ ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດ ຕາມຄວາມຮຽກຮ້ອງຕ້ອງການ ຂອງບັນດາຕໍາແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, 3. ຕ້ອງມີຄວາມໂປງໄສ ພາວະວິໄສຮອບດ້ານ ແລະ ມີຄວາມຍຸຕິທຳ ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ການຄົ້ນຄວ້າເປົ້າໝາຍ ເຂົ້າໃນການກຳນົດ ພະນັກງານຕ້ອງໄດ້ດຳເນີນໄປເປັນໝູ່ຄະນະ ແລະ ຕົກລົງເປັນສຽງສ່ວນຫຼາຍ ແລະ ຕ້ອງຮັບປະກັນຄວາມ ເປັນເອກະພາບສູງ ພາຍໃນຄະນະພັກແຕ່ລະຂັ້ນ ເພື່ອເຮັດໃຫ້ແຜນກຳນົດພະນັກງານ ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດຕົວຈິງໄດ້.

     ຈາກນັ້ນບັນດາຜູ້ເຂົ້າຮ່ວມ​ກອງ​ປະ​ຊຸ​ມ ກໍ່ໄດ້​ສິດ​ບ່ອນ​ບັດເລືອກເຟັ້ນບັນດາ ບຸກຄະລາກອນ ເພື່ອຈະປະກອບເຂົ້າໃນຕຳແໜ່ງງານໃນແຕ່ລະຂະ​ແໜງ​ການ​ຂອງ​ແຂວງ ເພື່ອຮັບປະກັນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ປີ 2021-2025 ຮອບທີ III ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາໝາຍ ແລະ ມີຄຸນນະພາບທີ່​ໄດ້​ກຳ​ນົດ​ໄວ້…ຯ