ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງຊຽງຂວາງ ດຳເນີນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 29/03/2022

ຂ່າວ ​ແລະ ພາບ: ພອນສະຫວັນ

     ເພື່ອເປັນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ​ການຜັນ​ຂະຫຍາຍ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກ​ ​ແລະ ຮັບປະກັນ​ໃນ​ການຈັດ​ຕັ້ງ​ປະຕິບັດມະຕິ 04/ຄບສພ ​ສ້າງການ​ຫັນປ່ຽນ​ຢ່າງ​​ແຂງ​ແຮງ ​ແລະ ​ເລິກ​ເຊິ່ງ ທຸກ​ຂອດ​ໃນ​ວຽກ​ງານ​ພະນັກງານ ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ ​ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງຢ່າງ​ເປັນ​ລະບົບ ​ແລະ ສອດຄ່ອງ​ກັບ​ຕົວ​ຈິງ.​ ​ໃນ​ລະ​ຫວ່າງ​ວັນ​ທີ 29-30 ມີນາ 2022 ຢູ່​ສະ​ໂມ​ສອນ​​ໃຫຍ່​ຂອງ​ພະ​ແນກ​ແຜນ​ການ ແລະ​ ການ​ລົງ​ທືນ​ແຂວງ​ຊຽງຂວາງ ​ໄດ້​ຈັດ​ກອງ​ປະຊຸມສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-​ຄຸ້ມ​ຄອງ ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ​ຂອງ​ແຂວງ​ ​ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ບຸນ​ຈັນ ສີ​ວົງ​ພັນ ກຳມະການ​ສູນ​ກາງ​ພັກ,  ​ເລຂາ​ຄະ ນະ​ບໍລິຫານ​ງານ​ພັກ​ແຂວງ, ເຈົ້າແຂວງ​ຊຽງຂວາງ ແລະ ເປັນ​ກ​ຽດ​ເຂົ້າ​ຮ່ວ​ມ​ໂດຍ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີ​ບັນດາ​ສະຫາຍຄະນະ​ບໍລິ​ຫານ​ງານ​ພັກ​ແຂວງ, ປະທານ-ຮອງ​ປະທານ​ຄະນະ​ກຳມາ​ທິການສະພາ​ປະຊາ​ຊົນ​ແຂວງ​, ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ແຂວງ; ​ເລຂາ-ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ​ເລຂາ​ໜ່ວຍ​ພັກ​; ຫົວໜ້າ​, ຮອງ​ຫົວໜ້າ​ພະ​ແນ​ກການ ​​ແລະ ອົງການ​ທຽບ​​ເທົ່າ​ຂັ້ນ​ແຂວງ, ​ເລຂາ-ຮອງ​ເລຂາ​ພັກ​ເມືອງ 7 ​ເມື​​ອງ; ​ເລຂາ, ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ, ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປກຊ-ປກສ ​ແລະ ພະນັກງານ​ບຳນານ ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

     ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​​ເປັນ​ການ​ຄາດ​ຄະ​ເນ​ເປົ້າ​ໝາຍ​ພະນັກງານ​ທີ່​ຈະ​ຈັດ​ວາງ​ເຂົ້າ​ໃນ​ຕຳ​ແໜ່​ງ ນຳພາ-ຄຸ້ມ​ຄອງ​ແຕ່ລະ​ຂັ້ນ, ​ແຕ່ລະ​ຂະ​ແໜງ​ການ, ​ແນ​ໃສ່​ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ຕໍ່​ເນື່ອງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ ພາຍ​ໃນແຂວງ​ຊຽງຂວາງ ເພື່ອ​ໃຫ້​ມີ​ແຫຼ່ງ​ເລືອກ​ເຟັ້ນ​ພະ​ນັກ​ງານ​ນຳ​ພາ​-ຄຸ້ມ​ຄອງ ຕອບ​ສະ​ໜອງ​ທາງ​ດ້ານ​ຈຳ​ນວນ ແລະ ຄຸນ​ນະ​ພາບ.

     ​ກອງ​ປະຊຸມຄັ້ງ​ນີ້, ໄດ້ຮັບຟັງການ​ລາຍ​ງານ​ສະພາບໂດຍລວມຂອງແຂວງຈາກ ​ສະຫາຍ ສະຫາຍ ບຸນ​ຈັນ ສີ​ວົງ​ພັນ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ເຈົ້າແຂວງຊຽງ​ຂວາງ ເຊິ່ງສະຫາຍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່ຄະນະ​ຮັບ​ຜິດຊອບ​ຂັ້ນ​ແຂວງ ​ແລະ ຂັ້ນ​ສູນ​ກາງ​ ທີ່​ໄດ້​​​ເອົາ​​ໃຈ​ໃສ່​ເຮັດ​ສຳ​ເລັດໜ້າ​ທີ່​ທີ່ໄດ້ຮັບມອບ​ໝາຍ ພ້ອມ​ທັງ​ຮຽກຮ້ອງ​ມາ​ຍັງ​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຈົ່ງຍົກ​ສູງ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ​ຂອງ​ຕົນ​, ສຸມ​ສະຕິ​ປັນຍາ ​​ພິຈາລະນາ​ເບິ່ງ​ບັນຫາ​ພະນັກງານ​ທີ່​ຈະ​ຄັດ​ເລື​ອກ​ເຂົ້າໃນ​ເປົ້າ​ໝາ​ຍຕຳ​ແໜ່​ງງານ​ໃຫ້​ລະອຽດ​ຊັດ​ເຈນ, ຄັດ​​ເລືອກ​ເອົາ​ບຸກຄະລາ​ກອນ​ໃຫ້​ຖືກຕ້ອງ, ຄົບ​ຖ້ວນ​ຕາມ​ມາດຕະຖານ​ເງື່ອນ​ໄຂ​ທີ່​ກຳນົດ, ສິ່ງ​ສຳຄັນ​ຕ້ອງ​ເລືອກ​ບຸກຄົນ​ທີ່ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ​, ຕໍ່​ລະບອບ​ປະຊາທິປະ​ໄຕປະຊາຊົນ​ຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ພະນັກງານ, ສະມາຊິກ​ພັກ, ມີ​ປະຫວັດຕົ້ນ​ກຳ​ເນີ​ດຈະ​ແຈ້ງ ​ແລະ ການ​ເຄື່ອນ​ໄຫວ​ດີ ປາສະຈາກ​ຄວາມ​ອະຄະຕິ​ຕໍ່ພັກ-​ພະນັກງານ.

     ໃນ​ວາ​ລະ​ດັງ​ກ່າວ ສະ​ຫາຍ ນາງ ບຸດ​ສະ​ດີ ທະ​ນະ​ເມືອງ ຍັງ​ໄດ້​ເໜັ້ນ​ບາງ​ຈຸດ​ ​ໃຫ້​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ເອົາ​ໃຈ​ໃສ່ຕື່ມ​ບາງ​ຈຸດ ໂດຍ​ສະ​ເພາະ 1. ການສ້າງແຜກໍານົດພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແຕ່ລະຂັ້ນ ຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານ; 2. ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກໍານົດພະນັກງານເປັນໝູ່ຄະນະ ແລະ ຕົກລົງຕາມສຽງສ່ວນຫຼາຍ; 3. ການສ້າງແຜນກໍານົດພະນັກງານ ຕ້ອງບົນພື້ນຖານ​ກຳ​ແໜ້ນການເລັ່ງທວງຂອງ​ໜ້າທີ່ການເມືອງໃນສະເພາະຫນ້າ ແລະ ຍາວນານ ຂອງພັກ, ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຂອງຂະແໜງການ ແລະ ທ້ອງຖິ່ນ; 4. ແຜນກໍານົດພະນັກງານ ຕ້ອງເລີ່ມຈາກສະພາບຄວມເປັນຈິງຂອງຖັນແຖວພະນັກງານ, ຮັບປະກັນລັກສະນະເປີດກວ້າງ ແລະ ເຄື່ອນເໜັງ; 5. ຮັບປະກັນຄວາມຖືກຕ້ອງໂປ່ງໃສ, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຄໍານຶງເຖິງໂຄງປະກອບເພດ, ເຜົ່າ ແລະ ເລັ່ງໃສ່ພະນັກງານຫນຸ່ມໃຫ້ກວມອັດຕາສ່ວນຫຼາຍ ຊຶ່ງ​ໄດ້​ກຳ​ນົດ​ໄວ້​ໃນມະຕິ​ 032/ກມສພ, ລົງ​ວັນ​ທີ 03 ມັງກອນ 2018 ວ່າ​ດ້ວຍ​ວຽກ​ງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະບັບ​ເລກທີ 292/ກມສພ, ລົງ​ວັນ​ທີ 26 ​ເມສາ 2018 ກ່ຽວ​ກັບ​ການຈັດ​ຕັ້ງປະຕິບັດ​ມະຕິ ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ວ່າ​ດ້ວຍ​ມາດຕະຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ, ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ ​ແລະ ວຽກ​ງານ​ສ້າງ​ແຜນ​ກຳ ນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ໃຫ້​ບັນ​ລຸ​ຕາມ​ຈຸດ​ປະ​ສົງ​​ຂອງແຂວງ​ຕາມ​ແຜນ​ການທີ່ກຳ​ນົດ​ໄວ້ນັ້ນ

     ​ໃນ​ຕອນ​ທ້າຍ​ຂອງ​ກອງປະຊຸມ ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ທາ​ບທາມ ຮອບ​ທີ 1 ຢ່າງ​ເປັນ​ທາງ​ການ ​ແລະ ຈະ​ໄດ້ສືບ​ຕໍ່​ດຳ​ເນີນ​ການ​ທາ​ບທາມ ຮອບ​ທີ 2 ​ແລະ ຮອບ​ທີ 3 ໃນມື້ຖັດໄປໃຫ້​ສຳ​ເລັດ...ຯ