ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ
ຈຳນວນຜູ້ອ່ານ: 88
ອະນຸມັດວັນທີ: 24/03/2022

ຂ່າວ: ໄພຊານ

ພາບ: ລັດດວັນ

     ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ທິດທາງແຜນການວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ); ຄະນະພັກ ທຫລ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນາ 2012 ທີ່ສະໂມສອນສະຖາບັນການທະນາຄານ ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ, ມີບັນດາສະຫາຍ ຄະນະບໍລິຫານງານພັກ ທຫລ, ຄະນະໜ່ວຍພັກ-ຄະນະພັກຮາກຖານ, ພະນັກງານຫຼັກແຫຼ່ງນໍາພາທີ່ເຮັດວຽກງານຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 200 ສະຫາຍ.

     ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິ ແລະ ເອກະສານສໍາຄັນຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ແລະ ຄົ້ນຄວ້າປະກອບຄວາມເຫັນຕໍ່ການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢູ່ອົງຄະນະພັກ ທຫລ ໃນຊຸມປີຜ່ານມາ (2016-2021) ແລະ ກຳນົດທິດທາງແຜນການໃນຊຸມປີຕໍ່ໜ້າ (2022-2025).

     ໃນຊຸມປີຜ່ານມາ, ຄະນະພັກ ກໍ່ຄືຄະນະນໍາແຕ່ລະຂັ້ນ ໄດ້ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການນຳພາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢ່າງມີຜົນສຳເລັດ, ສະແດງອອກສະພາບແນວຄິດຂອງຖັນແຖວສະມາຊິກພັກ-ພະນັກງານ ໂດຍລວມມີຄວາມໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງການຈັດຕັ້ງທຸກຂັ້ນ, ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍ-ນິຕິກຳຂອງຂັ້ນເທິງວາງອອກໃນແຕ່ລະໄລຍະ; ການກໍ່ສ້າງປັບປຸງພັກ ໄດ້ດຳເນີນຕາມກົດລະບຽບພັກ ແລະ ກ້າວສູ່ຄຸນນະພາບໃໝ່ ທີ່ໜັກແໜ້ນກວ່າເກົ່າ; ຖັນແຖວພະນັກງານ ນັບມື້ນັບເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຜ່ານການບຳລຸງສ້າງທາງດ້ານທິດສະດີການເມືອງ, ດ້ານວິຊາການ-ເຕັກນິກລວມທັງພາສາຕ່າງປະເທດຢ່າງເປັນລະບົບຕໍ່ເນື່ອງ; ການຈັດຕັ້ງແຕ່ລະຂັ້ນ ໄດ້ຮັບການປັບປຸງເປັນລະບົບຄົບຊຸດຫຼາຍຂຶ້ນ ມີລະບຽບ-ກົນໄກ-ເຄື່ອງມືໃນການບໍລິຫານທີ່ເໝາະສົມ, ມີຕາໜ່າງການບໍລິການທີ່ກວ້າງຂວາງ.

     ຄຽງຄູ່ກັບຜົນສຳເລັດແຫ່ງການນຳພາໃນຊຸມປີຜ່ານມາ, ການເຄື່ອນໄຫວບາງດ້ານ ກໍ່ຍັງມີດ້ານອ່ອນ-ຂໍ້ຄົງຄ້າງ ຈໍານວນໜຶ່ງ ທີ່ຕ້ອງເອົາໃຈໃສ່ປັບປຸງແກ້ໄຂ.

     ໃນໂອກາດນີ້, ສະຫາຍ ປະທານກອງປະຊຸມ ໄດ້ມີຄວາມເຫັນເນັ້ນໜັກບາງບັນຫາຕໍ່ກອງປະຊຸມ ຊຶ່ງໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເປັນເຈົ້າການສືບຕໍ່ເຊື່ອມຊຶມ-ກຳແໜ້ນເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ເລິກເຊິ່ງ ເພື່ອຜັນຂະຫຍາຍເປັນແຜນການ ແລະ ວິທີການເຄື່ອນໄຫວວຽກງານອັນລະອຽດຂອງຕົນ, ທັງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ວຽກງານຈັດຕັ້ງ, ກໍ່ສ້າງພັກພະນັກງານ ຢູ່ອົງຄະນະພັກ ທຫລ ມີບາດກ້າວຫັນປ່ຽນໃໝ່ຢ່າງຈະແຈ້ງ, ເສີມຂະ ຫຍາຍໄວ້ລັກສະນະນຳໜ້າ, ຈຳກັດ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ໃນວຽກງານດັ່ງກ່າວໃຫ້ໝົດໄປ.