ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 23/03/2022

ຂ່າວ ແລະ ພາບ ໂດຍ: ສ.ສົດໃສ

     ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 67 ປີ.

     ໃນວັນທີ 22 ມີນາ 2022 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະ ຕິວັດລາວ ຄົບຮອບ 67 ປີ (22/3/1955-22/3/2022) ຂຶ້ນ. ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນ​ດາ​ສະຫາຍ ຄະນະ​ປະຈຳ​ພັກ, ຄະນະ​ພັກ​ກະຊວງ, ຫົວໜ້າ-ຮອງ​ຫົວໜ້າ​ກົມ​ ​ແລະ ທຽບ​ເທົ່າ, ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ​ຮາກ​ຖານອ້ອມ​ຂ້າງ​ອົງຄະ​ນະ​ພັກ​ກະຊວງ​ເຂົ້າ​ຮ່ວມ​ປະມານ 80 ກວ່າ​ສະຫາຍ.

     ພິທີດັ່ງກ່າວ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເລົ່າມູນເຊື້ອປະຫວັດການກຳເນີດພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະຢ່າງລະອຽດຈົນເຖິງ​ປະ​ຈຸບັນ. ຜ່ານ​ຂະ​ບວນການ​ຕໍ່ສູ້​ອັນ​ຍຶດ​ເຍື້ອຍາວ​ນາມ ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ ພັກ​ໄດ້​ນຳພາ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ຕໍ່ສູ້​ກູ້​ຊາດ​ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​​ເກົ່າ ​ແລະ ​ໃໝ່ ຈົນ​ສາມາດ​ປົດ​ປ່ອຍ ປະ​​ເທດ​ຊາດ​ຢ່າງ​ສົມບູນ ​ໃນ​ວັນ​ທີ 2 ທັນວາ 1975. ທັງສືບ​ຕໍ່​ຊີ້​ນຳ-ນຳພາ​ປະຊາຊົນ​ລາວບັນດາ​ເຜົ່າ ​ເພີ່ມ​ທະວີ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່, ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ເຊິ​ດຊູ​ບົດບາດນຳ​ພາ​ຂອງ​ພັກ ​ໄປ​ພ້ອມ​ກັບ​ການ​ປຸກລະດົມ​ຂະ​ບວນການ​ແຂ່ງ​ຂັນ “ຮັກ​ຊາດ ​ແລະ ພັດທະນາ” ​ໂດຍ​ຕິດ​ພັນ​ກັບ​ການ​ຍູ້​ແຮງ​ຂະ​ບວນການ​ຕ່າງໆ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ​ IX ​ໃນ​ຕໍ່ໜ້າ​ນີ້ ​ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່ວາງ​ໄວ້.

     ຕອນທ້າຍຂອງພິທີ ສະຫາຍ ທອງພັດ ວົງມະນີ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກທຸກສະຫາຍ ທົ່ວກະຊວງກະສິກຳ ແລະ ປ່າໄມ້ ຈົ່ງອອກແຮງທະນຸບຳລຸງ ແລະ ຮັກສາຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ຍົກລະດັບຄວາມຮູ້-ຄວາມສາມາດໃນທຸກດ້ານ ໃຫ້ສູງຂຶ້ນຕື່ມອີກ, ໃກ້ຊິດຕິດແໜ້ນ ແລະ ຊ່ວຍເຫຼືອປະຊາຊົນຢູ່ສະເໝີ; ພະຍາຍາມຮຽນຮູ້ໃນພຶດຕິກຳ, ປັບປຸງດັດແປງວິທີນຳພາໃຫ້ທັນການ, ຍົກສູງບົດບາດຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ຂອງສະມາຊິກພັກ; ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນຂອງພັກເຮົາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສົມກັບຄວາມໄວ້ເນື້ອຊາດໃຈຂອງປະຊາຊົນບັນດາເຜົ່າ...ຯ