ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສານປະຊາຊົນສູງສຸດ ເປີດອົບຮົມວຽກງານກໍ່ສ້າງພັກ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 22/03/2022

 

ໂດຍ: ອານຸພົນ ພົມຮັກສາ

      ໃນວັນທີ 18 ມີນາ 2022 ທີ່ຫ້ອງປະຊຸມສານປະຊາຊົນສູງສຸດ ໄດ້ເປີດອົບຮົມວຽກງານກໍ່ສ້າງພັກໃຫ້ບັນດາເລຂາ, ຮອງເລຂາ ແລະ ຜູ້ກວດກາປະຈຳໜ່ວຍພັກ ຂອງສານປະຊາຊົນສູງສຸດ ໂດຍເປັນປະທານຂອງ ສະຫາຍ ຄຳພັນ ບຸນພາຄົມ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ມີບັນດາສະຫາຍ ເລຂາ, ຮອງເລຂາ, ຜູ້ກວດກາປະຈຳໜ່ວຍພັກແຕ່ລະກົມ, ຫ້ອງການ, ຄະນະສານ, ສະຖາບັນຄົ້ນຄ້ວາ ແລະຝືກອົບຮົມ ເຂົ້າຮ່ວມ.

     ການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍຕາມແຈ້ງການແນະນຳເລກທີ 18/ຄອສພ, ລົງວັນທີ 03 ມີນາ 2022 ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອເປັນການຂຳນັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2022) ຄົບຮອບ 67 ປີ.

     ຊຸດອົບຮົມວຽກງານກໍ່ສ້າງພັກນີ້ ຈະໄດ້ຮຽນຮູ້ ແລະ ຮັບຟັງ ຄົ້ນຄ້ວາປະກອບຄຳຄິດ,ຄຳເຫັນແລກປ່ຽນບົດຮຽນໃນຫົວຂໍ້ ວຽກງານການຂະຫຍາຍພັກ, ການຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ-ໜ່ວຍພັກ, ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ, ຄຸ້ມຄອງຍົກຍ້າຍ ແລະ ຮ່ວມຊີວິດພັກ, ວຽກງານອອກບັດ ແລະ ມອບບັດສະມາຊີກພັກ.ເຊີ່ງບັນດາບົດຮຽນເຫຼົ່ານັ້ນ ຈະເປັນທິດສະດີພື້ນຖານ ເພື່ອໝູນໃຊ້ເຂົ້າໃນຊີວິດປະຈໍາວັນຂອງຄະນະໜ່ວຍພັກ ໃນການນໍາພາປະຕິບັດແຜນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ດໍາລັດ ແລະ ລະບຽບການຕ່າງໆທີ່ ພັກ-ລັດວາງອອກ.