ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IV ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 11 ສະຫາຍ.
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 21/03/2022

ໂດຍ: ວິລະສະໄໝ

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2022 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສູນກາງສະຫະພັນແມ່ຍິງລາວ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະໜ່ວຍພັກ, ສະມາຊິກພັກ, ຜູ້ແທນສົມບູນຊຶ່ງມາຈາກ 13 ພາກສ່ວນທີ່ຂຶ້ນກັັບອົງຄະນະພັກ ສສຍລ ເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງລາຍງານການເມືອງທັງ II ພາກຄື: ພາກທີ I ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງຜ່ານມາ ໄລຍະປີ 2016-2020 ແລະ ພາກທີ II ທິດທາງໜ້າທີ່ ໃນ 05 ປີຕໍ່ໜ້າ (2021-2025); ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ, ຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ຈາກການຊີ້ນຳ-ນຳພາ ຕະຫຼອດໄລຍະ 5 ປີ ຜ່ານມາ ພ້ອມ​ຮັບ​ຟັງ​ບົດ​ສໍາ​ຫຼວດການ​ນຳພາລວມ​ຂອງ​ຄະນະ​ພັກ​ຊຸດ​ເກົ່າ ແລະ ມີການປະກອບຄໍາເຫັນຈາກຜູ້ແທນກອງປະຊຸມ ພ້ອມນີ້ ບັນດາຜູ້ແທນສົມບູນຂອງກອປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ 11 ສະຫາຍ ຈາກຜູ້ສະໝັກ 14 ສະຫາຍ.

     ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຊຸດໃໝ່ ໄດ້ເລືອກເອົາຄະນະປະຈຳພັກ 3 ສະຫາຍ ຄື: 1. ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, 2. ສະຫາຍ ນາງ ທຳມາ ເພັດວິໄຊ ແລະ 3. ສະຫາຍ ນາງ ເຫຼັກ ແສນຄຳວົງສາ; ເລືອກເອົາສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ທຳມາ ເພັດວິໄຊ ເປັນຮອງເລຂາຄະນະບໍລິຫານງານພັກ  ທັງເປັນປະທານຄະນະກວດກາພັກ, ສະຫາຍນາງ ພູຄໍາ ຄັດສະຫວ່າງ ແລະ ສະຫາຍນາງ ວົງອາກອນ  ເພັງດາລິດ ເປັນຮອງປະທານຄະນະກວດກາພັກ.

     ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ 5 ປີ ຜ່ານມາ, ພ້ອມທັງຮຽກຮ້ອງ​​ມາ​ຍັງ​ຄະນະ​ພັກ, ສະມາຊິກ​ພັກທຸກສະຫາຍຈົ່ງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ​ແໜ້ນ​ໜາ, ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ໃນໜ້າທີ່​ການ​ເມືອງ​ຂອງ​ຕົນ, ຕັດສິນ​ໃຈ​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ສູງ​ໃນ​ການ​ນຳພາ​ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ​ໃຫຍ່​ສະມາຊິກພັກ ຄັ້ງ​ທີ IV ຂອງອົງຄະ​ນະພັກ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວຄັ້ງນີ້ ​ເຂົ້າ​ສູ່​ຂະ​ບວນການວຽກງານ​ຕົວ​ຈິງ​ໃຫ້​ມີ​ໝາກມີຜົນ ​ເຮັດໃຫ້ສູນກາງສະຫະພັນແມ່ຍິງລາວ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ​ປະ​ກອບ​ສ່ວນຢ່າງ​ແຮງ​ກ້າ​ເຂົ້າ​ໃນ​ການປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ​ໃຫ້​ມີ​ຄວາມ​ມັ່ງ​ຄັ່ງ, ເຂັ້ມ​ແຂງ ກ້າວ​ຂຶ້ນ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ.