ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງວຽງພູຄາ ຄັ້ງທີ III
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 17/03/2022

     ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 15 ມີນາ 2022  ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງສະຫາຍ ພັນວົງໄຊ ວິໄລພອນ ກຳມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ເຂົ້າຮ່ວມໂດຍສະຫາຍ ຕຽງສະໝອນ ພອນປະເສີດ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງ, ມີກຳມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ຄະນະພັກຮາກຖານ ແລະ ພະນັກງານ-ລັດຖະກອນທົ່ວເມືອງເຂົ້າຮ່ວມ.

     ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງເມືອງໄລຍະ 5 ປີຜ່ານມາ (2017-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2022-2026) ໂດຍຜ່ານຂອງສະຫາຍ ນາງ ວຽງຄໍາ ອິນປະເສີດ ຮອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍໃຫ້ຮູ້ວ່າ ຜ່ານມາຄະນະພັກແຕ່ລະຂັ້ນ ຖືເອົາການສຶກສາອົບຮົບການເມືອງ-ແນວຄິດເປັນສິ່ງສໍາຄັນ, ໄດ້ຢືດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນຕົ້ນມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ຄັ້ງທີ IX ຂອງອົງຄະນະພັກເມືອງ, ການກໍ່ສ້າງພັກທາງດ້ານແນວຄິດ-ດ້ານການຈັດຕັ້ງ,

    ປະຈຸບັນທົ່ວເມືອງວຽງພູຄາ ມີ 1 ອົງຄະນະພັກເມືອງ, ມີຄະນະບໍລີຫານງານພັກເມືອງ 21 ສະຫາຍ, ຍິງ 4 ສະຫາຍ, ມີ 9 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 82 ໜ່ວຍ, ໃນນັ້ນ ມີໜ່ວຍພັກຮາກຖານ 27 ໜ່ວຍ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 55 ໜ່ວຍພັກ, ທຽບໃສ່ 5 ປີຜ່ານມາ ເພີ້ມຂຶ້ນ 26 ໜ່ວຍພັກ, ມີຫຼາຍໜ່ວຍພັກທີ່ໄດ້ຮັບຮອງເອົາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສະເພາະປີ 2021 ໄດ້ຕີລາຄາການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທັງໝົດ 82 ໜ່ວຍ, ໄດ້ຮັບຮອງຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 61 ໜ່ວຍພັກ ກວມ 74,3% ຂອງຈໍານວນໜ່ວຍພັກທັງໝົດ, ທົ່ວເມືອງມີສະມາຊິກພັກ 1.359 ສະຫາຍ, ຍິງ 346 ສະຫາຍ, ທຽບໃສ່ປີ 2017 ເພີ່ມຂຶ້ນ 303 ສະຫາຍ, ໃນນີ້ ສະມາຊິກພັກຢູ່ຮາກຖານບ້ານ ມີ 521 ສະຫາຍ ກວມ 38,33%. ຜ່ານການຕີລາຄາແບ່ງປະເພດ ໃນປີ 2021 ມີສະມາຊິກພັກແຂງ 995 ສະຫາຍ ກວມ 73,21%, ກາງ 118 ສະຫາຍ ກວມ 8,68%, ອ່ອນ 22 ສະຫາຍ ກວມ 1,67% ບໍ່ໄດ້ຈັດປະເພດ 268 ສະຫາຍ ກວມ 19,72%; ໄດ້ອອກບັດ-ມອບບັດ ໃຫ້ແກ່ສະມາຊິກພັກ  620 ສະຫາຍ, ຍິງ 188 ສະຫາຍ ກວມ 45,62%;  ໄດ້ສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ ໄດ້ສຳເລັດທົ່ວເມືອງ ມີ 23 ຫ້ອງການ, 7 ຄະນະພັກຮາກຖານ ແລະ 10 ບ້ານ, ມາຮອດປະຈຸບັນທົ່ວເມືອງມີພະນັກງານ-ລັດຖະກອນທັງໝົດ 356 ສະຫາຍ, ຍິງ 118 ສະຫາຍ.  ພ້ອມນັ້ນ ຍັງໄດ້ຜ່ານຮ່າງລາຍງານສະພາບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນທົ່ວເມືອງວຽງພູຄາ, ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງຫ້ອງການພາຍໃນເມືອງ, ຜ່ານດໍາລັດ184/ລບ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ  ແລະ ຜ່ານບົດໂອ້ລົມຂອງສະຫາຍເລຂາຄະນະບໍລິຫານງານພັກແຂວງ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງຫຼວງນໍ້າທາ ຄັ້ງທີ IV. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ກອງປະຊຸມດັ່ງກ່າວ ເພື່ອໃຫ້ມີເນື້ອໃນໜັກແໜ້ນ ຕໍ່ການຈັດຕັ້ງປະຕິບັດ 5 ປີຕໍ່ໜ້າໃຫ້ປະກົດຜົນເປັນຈິງ...ຯ