ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງອຸດົມໄຊ ດຳເນີນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 11/03/2022

ຂ່າວ ​ແລະ ພາບ: ສ.ສົດ​ໃສ

     ເພື່ອຜັນ​ຂະຫຍາຍ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກ​ ​ແລະ ຮັບປະກັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສ້າງການ​ຫັນປ່ຽນ​ຢ່າງ​​ແຂງ​ແຮງ ​ແລະ ​ເລິກ​ເຊິ່ງທຸກ​ຂອດ​ໃນ​ວຽກ​ງານ​ພະນັກງານ ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ ​ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງຢ່າງ​ເປັນ​ລະບົບ ​ແລະ ສອດຄ່ອງ​ກັບ​ຕົວ​ຈິງ.​ ​ໃນ​ລະ​ຫວ່າງ​ວັນ​ທີ 10-11 ມີນາ 2022 ຢູ່​ສະ​ໂມ​ສອນ​​ໃຫຍ່​ຂອງ​ສຳນັກງານ​ປົກຄອງ​ແຂວງ​ອຸດົມ​ໄຊ ​ໄດ້​ຈັດ​ກອງ​ປະຊຸມສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ​ຄຸ້ມ​ຄອງ-ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ​ຂອງ​ແຂວງ​ອຸດົມ​ໄຊ ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ບຸນ​ຄົງ ຫຼ້າ​ຈຽມ​ພອນ ກຳມະການ​ສຳຮອງ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ເຈົ້າແຂວງ​ອຸດົມ​ໄຊ, ​ມີສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ຄະນະ​​ປະຈໍາພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີ​ບັນດາ​ສະຫາຍຄະນະ​ບໍລິ​ຫານ​ງານ​ພັກ​ແຂວງ, ປະທານ-ຮອງ​ປະທານ​ຄະນະ​ກຳມາ​ທິການສະພາ​ປະຊາ​ຊົນ​ແຂວງ​, ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ແຂວງ; ​ເລຂາ-ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ​ເລຂາ​ໜ່ວຍ​ພັກ​; ຫົວໜ້າ​, ຮອງ​ຫົວໜ້າ​ພະ​ແນ​ກການ ​​ແລະ ອົງການ​ທຽບ​​ເທົ່າ​ຂັ້ນ​ແຂວງ, ​ເລຂາ-ຮອງ​ເລຂາ​ພັກ​ເມືອງ 7 ​ເມື​​ອງ; ​ເລຂາ, ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ, ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ກອງ​ບັນຊາ​ການ​ທະຫານ​ແຂວງ ​ແລະ ພະນັກງານ​ບຳນານ, ອະດີດ​ການ​ນຳ​ຂັ້ນ​ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ ​ແລະ ທຽບ​ເທົ່າ​ຂຶ້ນ​ໄປ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

     ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​​ເປັນ​ການ​ຄາດ​ຄະ​ເນ​ເປົ້າ​ໝາຍ​ພະນັກງານ​ທີ່​ຈະ​ຈັດ​ວາງ​ເຂົ້າ​ໃນ​ຕຳ​ແໜ່​ງນຳພາ-ຄຸ້ມ​ຄອງ​ແຕ່ລະ​ຂັ້ນ, ​ແຕ່ລະ​ຂະ​ແໜງ​ການ, ​ແນ​ໃສ່​ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ຕໍ່​ເນື່ອງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານໃນ​ແຂວງ​ອຸດົມ​ໄຊ.

     ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້ຮັບຟັງຄຳ​ເຫັນ​ຊີ້​ນຳ​​ເບື້ອງ​ຕົ້ນ​ຕໍ່​ກອງ​ປະຊຸມ​ໂດຍ​ສະຫາຍ ບຸນ​ຄົງ ຫຼ້າ​ຈຽມ​ພອນ ກຳມະການ​ສຳຮອງ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ເຈົ້າແຂວງ​ອຸດົມ​ໄຊ ເຊິ່ງສະຫາຍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່ຄະນະ​ຮັບ​ຜິດຊອບ​ຂັ້ນ​ແຂວງ ​ແລະ ຂັ້ນ​ສູນ​ກາງ​ ທີ່​ໄດ້​​​ເອົາ​​ໃຈ​ໃສ່​ເຮັດ​ສຳ​ເລັດໜ້າ​ທີ່​ທີ່ໄດ້ຮັບມອບ​ໝາຍ ພ້ອມ​ທັງ​ຮຽກຮ້ອງ​ມາ​ຍັງ​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຈົ່ງຍົກ​ສູງ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ​ຂອງ​ຕົນ​, ສຸມ​ສະຕິ​ປັນຍາ ​​ພິຈາລະນາ​ເບິ່ງ​ບັນຫາ​ພະນັກງານ​ທີ່​ຈະ​ຄັດ​ເລື​ອກ​ເຂົ້າໃນ​ເປົ້າ​ໝາ​ຍຕຳ​ແໜ່​ງງານ​ໃຫ້​ລະອຽດ​ຊັດ​ເຈນ, ຄັດ​​ເລືອກ​ເອົາ​ບຸກຄະລາ​ກອນ​ໃຫ້​ຖືກຕ້ອງ, ຄົບ​ຖ້ວນ​ຕາມ​ມາດຕະຖານ​ເງື່ອນ​ໄຂ​ທີ່​ກຳນົດ, ສິ່ງ​ສຳຄັນ​ຕ້ອງ​ເລືອກ​ບຸກຄົນ​ທີ່ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ​, ຕໍ່​ລະບອບ​ປະຊາທິປະ​ໄຕປະຊາຊົນ​ຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ພະນັກງານ, ສະມາຊິກ​ພັກ, ມີ​ປະຫວັດຕົ້ນ​ກຳ​ເນີ​ດຈະ​ແຈ້ງ ​ແລະ ການ​ເຄື່ອນ​ໄຫວ​ດີ ປາສະຈາກ​ຄວາມ​ອະຄະຕິ​ຕໍ່ພັກ-​ພະນັກງານ.

     ຕໍ່​ຈາກ​ນັ້ນ, ສະຫາຍ ຄຳ​ພຽງ ຢາ​ຈົງ​ວາ ຮອງ​ເລຂາ​ພັກ​ແຂວງ, ຜູ້​ຊີ້​ນຳ​ວຽກ​ພັກ-ພະນັກງານ ​ໄດ້​ຂຶ້ນ​ລາຍ​ງານບົດ​ສະຫຼຸບ​ຫຍໍ້ ການຈັດ​ຕັ້ງປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງຂັ້ນ​ສູນ​ກາງ​ຄຸ້ມ​ຄອງ, ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 030/ກມສພ, ລົງ​ວັນ​ທີ 03 ມັງກອນ 2018 ວ່າ​ດ້ວຍ​ມາດຕະຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ຄະນະ​ປະຈຳພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​​ເຜີຍ​ແຜ່​-​ເຊື່​ອມຊຶມ ມະຕິ​ 032/ກມສພ, ລົງ​ວັນ​ທີ 03 ມັງກອນ 2018 ວ່າ​ດ້ວຍ​ວຽກ​ງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະບັບ​ເລກທີ 292/ກມສພ, ລົງ​ວັນ​ທີ 26 ​ເມສາ 2018 ກ່ຽວ​ກັບ​ການຈັດ​ຕັ້ງປະຕິບັດ​ມະຕິ ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ວ່າ​ດ້ວຍ​ມາດຕະຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ, ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ ​ແລະ ວຽກ​ງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ.

     ​ໃນ​ຕອນ​ທ້າຍ​ຂອງ​ກອງປະຊຸມ ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ທາ​ບທາມ ຮອບ​ທີ 1 ຢ່າງ​ເປັນ​ທາງ​ການ ​ແລະ ຈະ​ໄດ້ສືບ​ຕໍ່​ດຳ​ເນີນ​ການ​ທາ​ບທາມ ຮອບ​ທີ 2 ​ແລະ ຮອບ​ທີ 3 ໃນມື້ຖັດໄປໃຫ້​ສຳ​ເລັດ...ຯ