ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ I
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 11/03/2022

ແຫຼ່ງຂ່າວ: ກະຊວງເຕັກໂນໂລຊີ ແລະ ການສື່ສານ

     ໃນວັນທີ 9 ມີນາ 2022, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ດຳ​ເນີນ​ຊີວິດ​ການ​ເມືອງ​ ຄະນະ​ບໍລິຫານ​ງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະ​ໄໝ​ທີ I ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ, ກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາສະຫາຍຄະ​ນະ​ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່​ຂັ້ນ​ສູນ​ກາງ, ບັນດາ​ສະຫາຍ​ຄະນະປະ​ຈຳ​ພັກ ແລະ ກຳມະກາ​ນພັກ ກະຊວງເຕັກໂນໂລຊີ ແລະການສື່ສານເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມໃນຄັ້ງນີ້ ຄະນະ​ບໍລິຫານ​ງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ​ໄດ້ດຳ​ເນີນ​ຊີວິດ​ການ​ເມືອງ​ທ້າຍ​ສະ​ໄໝຂອງຕົນ, ການ​ດຳ​ເນີນ​ຊີວິດ​ການ​ເມືອງ ໃນ​ຄັ້ງ​ນີ້ແມ່ນມີ​ຄວາມໝາຍຄວາມ​ສຳຄັນທີ່​ສຸດ ແລະ ບັນດາ​ສະຫາຍຄະນະ​ບໍລິຫານ​ງານພັກກະຊວງ ກໍ​ໄດ້ມີ​ຄວາມ​ຮັບຜິດຊອບ​ສູງ. ຊຶ່ງໃນ​ກອງ​ປະຊຸມ​​ໄດ້​ພ້ອມ​ກັນ​ປະກອບຄຳເຫັນ ໃສ່ບົດ​ສຳ​ຫຼວດການ​ນຳພາ​ລວມ ຂອງ​ຄະນະ​ບໍລິຫານງານ​ພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ​ໃນ​ໄລຍະ 5 ປີ ຜ່ານມາ​ ແລະ ​ດຳ​ເນີນ​ການສຳ​ຫຼວດກວດກາບຸກຄົນ​ໃນ​ຄະນະ​ພັກ ຕໍ່ກັບບົດ​ສຳ​ຫຼວດການ​ນຳພາ​ລວມ ກໍໄດ້​ຍົກ​ໃຫ້​ເຫັນຈຸດ​ດີຜົນງານ​ອັນ​ພົ້ນ​ເດັ່ນຂອງການ​ເຄື່ອນ​ໄຫວ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ. ພ້ອມ​ນັ້ນ, ກໍ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ອ່ອນ,​ ຂໍ້ຄົງຄ້າງ, ສາ​ເຫດ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ພ້ອມ​ທັງ​ໄດ້​ກຳນົດ​ວິທີ​ການ ແລະ ມາດ​ຕະການ​ແກ້​ໄຂ ຈຸດ​ອ່ອນ​, ຂໍ້ຄົງຄ້າງ ແລະ ການກຳນົດທິດທາງແກ້ໄຂ ໃນ​ການ​ນຳພາ-ຊີ້​ນຳ ຂອງຄະນະພັກ​ໃນ 5 ປີ ຕໍ່ໜ້າ.

     ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນຳII ຂອງ​ອົງຄະ​ນະ​ພັກ​​ ກະຊວງເຕັກໂນໂລຊີ ແລະການສື່ສານ ໃຫ້​ມີ​ຜົນສຳ​ເລັດ​ດີ ດັ່ງ​ນີ້:

  1. ພາຍຫຼັງ​ສຳ​ເລັດ​ການ​ດຳ​ເນີນ​ຊີວິດ​ການ​ເມືອງໃນ​ຄັ້ງ​ນີ້​ແລ້ວ ໃຫ້​ບັນດາຄະນະພັກ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຜົນສຳ​ເລັດ​ ຂອງ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ໃນ​ຄັ້ງ​ນີ້ໄປ​ຜັນ​ຂະຫຍາຍ​ ແລະ ແກ້​ໄຂ​ບັນຫາ​ຕົວ​ຈິງ​ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໃໝ່​ ທີ່ແຂງແຮງ ແລະ ເລິກເຊິ່ງ ຕາມທິດທີ່ພັກເຮົາວາງໄວ້.
  2. ໃຫ້​ບັນດາສະຫາຍຄະນະພັກ ​ຮີບ​ຮ້ອນຮຽບຮຽງ-ປັບປຸງ​ຮ່າງ​ລາຍ​ງານ​ການ​ເມືອງ; ບົດສຳຫຼວດການນຳພາລວມ ຂອງຄະນະພັກ ແລະ ​ແຜນ​ພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນ 5 ປີ ຕໍ່ໜ້າ ໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ກໍ່ຄືປະຕິບັດວາລະແຫ່ງຊາດ ທາງດ້ານເສດຖະກິດ-ການເງິນ ຂອງປະເທດ ທີ່ວາງອອກ ​ພ້ອມ​ກັນ​ຄົ້ນຄວ້າປະກອບ​ຄຳ​ເຫັນ ​ໃນ​ເວລາ​ທາ​ບທາມ​ຮອບ​ທີ III ​ເຮັດ​ໃຫ້ ທັງ 3 ​ເນື້ອ​ໃນດັ່ງກ່າວ ເປັນຕົ້ນ ຮ່າງ​ລາຍ​ງານ​ການ​ເມືອງ ແລະ ​ແຜນ​ພັດທະນາຂະແໜງການ ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ, ສອດຄ່ອງ ແລະ ຕອບສະໜອງກັບການເລັ່ງທວງ ຂອງການຄຸ້ມຄອງບໍລິຫານລັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່ ສອດຄ່ອງກັບການຂະຫຍາຍຕົວທາງດານດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຍຸກປະຈຸບັນ. ພ້ອມກັນຊີ້ແຈງ​ໃຫ້ສະມາຊິກພັກ,​ ພະນັກງານ-ລັດຖະກອນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາຕ່າງໆ ທີ່ເຂົາເຈົ້າໄດ້ ຕຳນິສົ່ງຂ່າວ ຕໍ່ແຕ່ລະສະຫາຍ ໃນຄະນະພັກ ແມ່ນໄດ້ນຳມາເວົ້າວ່າກັນກົງໄປກົງມາ.
  3. ໃຫ້ຄະນະພັກ ເອົາໃຈໃສ່ສືບຕໍ່ນຳພາ-ຊີ້​ນຳ ວຽກງານໂຄສະນາ, ສຶກສາ​ອົບຮົມການເມືອງ​ແນວ​ຄິດ, ຍູ້ຂະບວນການຮອບດ້ານ ໃຫ້​​ຟົດ​ຟື້ນ ​ແລະ ​ແຂງ​ແຮງ​ຕື່ມ​ອີກ ​ເປັນ​ຕົ້ນ​ແມ່ນ​ ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ບັນດາ​ຄາດໝາຍ​ສູ້​ຊົນ​ຕ່າງໆ ​ທີ່​ໄດ້​ກຳນົດ​ໄວ້​ ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ​ຜ່ານ​ມາ; ການປະຕິບັດ 2 ວາລະແຫ່ງຊາດ, ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ການ​ເມືອງ, ວິຊາ​ສະ​ເພາະ ຂອງ​ແຕ່ລະຂົງເຂດ, ເອົາ​ໃຈ​ໃສ່ສະກັດ​ກັ້ນ ​​ພະຍາດ​ໂຄ​ວິດ-19 ແລະ ຂະບວນການ ອື່ນໆ.
  4. ສືບ​ຕໍ່​ຄົ້ນຄວ້າ​ກະກຽມ​ບຸກຄະລາ​ກອນທີ່​ຈະ​ສະໝັກ​ຮັບ​ເລືອກ​ຕັ້ງ ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຸດໃໝ່ ໂດຍ​ໃຫ້​ອີງ​ໃສ່​ຜົນ​ຂອງ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ໃນ​ຄັ້ງ​ນີ້, ອີງ​ໃສ່​ມາດຕະຖານ, ​ເງື່ອນ​ໄຂ ທີ່​ກຳນົດ​ໄວ້​ໃນ​ມະຕິ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 030/ກມສພ ແລະ ອີງໃສ່ການທາບທາມຮອບ 3 ໃນຕໍ່ ໜ້າ ທັງຮັບປະກັນໃຫ້ມີໂຄງປະກອບ ຄື: 3 ຮຸ້ນ: ຮຸ້ນອາວຸໂສ, ຮຸ້ນກາງ ແລະ ຮຸ້ນໜຸ່ມ, ມີເພດ, ເຜົ່າ ແລະ ການແຈກຢາຍແຕ່ລະວຽກງານ ​ສາມາດເປັນ​ກຳລັງ​ແຮງຫຼັກ​ແຫຼ່ງ ໃຫ້​ການ​ເຄື່ອນ​ໄຫວ​ນຳພາ ​ໃນ​ສະ​ໄໝ​ຕໍ່ໜ້າດ້ວຍ​ບາດກ້າວ​ບຸກທະລຸ.... ສ່ວນ​ດ້ານ​ຈຳນວນ​ຄະນະ​ພັກ ​ຊຸດ​ທີ II ນີ້ ​ໃຫ້​ບັນດາ​ສະຫາຍ​ຄົ້ນຄວ້າ​ເປັນ​ເອກະ​ພາບ​ກັນໃນການກຳນົດ​ຈຳນວນ​ ​ເພື່ອ​ລາຍ​ງານ​ຕໍ່​ກົມ​ການ​ເມືອງ ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ ພິຈາລະນາ​ຕົກລົງ.
  5. ໃຫ້​ເອົາ​ໃຈ​ໃສ່ກວດກາ​ຄືນດ້ານ​ຈຳນວນ ​ແລະ ຄຸນ​ລັກສະນະຂອງ​ຜູ້​ແທນ​​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ມາດຕະຖານ, ເງື່ອນ​ໄຂ ບົນ​ພື້ນຖານ​ນັ້ນ​ເອົາ​ໃຈ​ໃສ່​ນຳພາ ​ແລະ ສຶກສາ​ອົບຮົມ​ແນວ​ຄິດ​ໃຫ້​ຜູ້​ແທນ​ກອງ​ປະຊຸມ​ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ສູງຕໍ່​ກັບ​ຜົນສຳ​ເລັດຂອງ​ກອງ​ປະຊຸມ​ໃຫຍ່ ​ຂອງ​ອົງຄະ​ນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ​ບັນດາ​ສະຫາຍ​ຜູ້​ແທນ​ນີ້​ຈະ​ເປັນ​ຜູ້​ເຂົ້າ​ຮ່ວມ ແລະ ພິຈາລະນາ​ຕົກລົງ, ຮັບຮອງ​ເອົາ​ເນື້ອ​ໃນ​ສຳຄັນ​ຕ່າງໆ ​ຂອງ​ກອງ​ປະຊຸມ​ໃຫຍ່.
  6. ພາຍຫຼັງ​ສຳ​ເລັດ​ໜ້າ​ວຽກ​ຕ່າງໆ​ໃຫ້​ບັນດາ ​ສະຫາຍ ຄະນະພັກ ​ກະກຽມ​ເອກະສານ​ເພື່ອ​​ລາຍ​ງານ​ຄວາມ​ພ້ອມ ກ່ຽວ​ກັບການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງລະອຽດ ພ້ອມ​ກັນ​ນັ້ນ, ກໍ​​ໃຫ້​​ກຳນົດ​ວັນ, ເວລາທີ່​ຈະ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II  ຂອງ​ອົງຄະ​ນະ​ພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ນຳພາກະກຽມ​ກອງ​ປະຊຸມ​ໃຫຍ່ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.