ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຂ່າວ ເມືອງວຽງພູຄາ ແຂວງຫຼວງນໍ້າທາ
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 03/03/2022

ຂ່າວ ຄໍາປິງ

     ວັນທີ່ 2 ມີນາ ປີ 2022 ນີ້, ຢູ່ທີ່ສະໂມສອນຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງ, ປະກາດຊັບຊ້ອນຍົກຍ້າຍພະນັກງານໄປປະຈໍາການຢູ່ບ່ອນໃໝ່ ແລະ ອະນຸມັດໃຫ້ລັດຖະກອນພັກຜ່ອນຮັບນະໂຍບາຍເບ້ຍບຳນານ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຕຽງສະໝອນ ພອນປະເສີດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ, ມີຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

     ສະຫາຍ ພັນວົງໄຊ ວິໄລພອນ ກຳມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງສະບັບເລກທີ 73/ຈມ, ລົງວັນທີ 22 ກຸມພາ 2022, ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ຊຶ່ງໄດ້ແຕ່ງຕັ້ງ ທ່ານ ຄໍາມວນແອ່ບຸນເຫຼືອງ ເປັນຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ, ຜູ້ຖືກແຕ່ງຕັ້ງຈະໄດ້ຮັບນະໂຍບາຍອຸດໜູນຕາມດໍາລັດ 203/ລບ  ລົງວັນທີ 4 ກໍລະກົດ 2017 ນັບແຕ່ງວດ II ປີ 2022 ເປັນຕົ້ນໄປ, ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ເລກທີ48/ຈມ ລົງວັນທີ 31 ມັງກອນ 2022 ວ່າດ້ວຍການຍົກຍ້າຍພະນັກງານລັດຖະກອນ ໄປປະຈໍາການຢູ່ບັນດາຫ້ອງກາພາຍໃນເມືອງຊຶ່ງໄດ້ຍົກຍ້າຍ ທ່ານ ສາຍພູວົງ ອຸນທະວົງ ພະນັກງານວິຊາການ ຈາກຫ້ອງການຊາວໜຸ່ມເມືອງ ໄປປະຈຳການຢູ່ ຄະນະຈັດຕັ້ງເມືອງ, ທ່ານ ນາງ ເມກບັນດາຈັກ  ພະນັກງານວິຊາການ ຈາກຫ້ອງການຊາວໜຸ່ມເມືອງ ໄປປະຈໍາການຢູ່ຫ້ອງວ່າການເມືອງ, ຜ່ານຂໍ້ຕົກລົງເຈົ້າເມືອງ ເລກທີ 51 /ຈມ ລົງວັນທີ 31 ມັງກອນ 2022 ວ່າດ້ວຍການອະນຸມັດໃຫ້ພະນັກງານ ລັດຖະກອນອອກພັກຮັບອຸດໜູນບໍານານ ຊຶ່ງອະນຸມັດໃຫ້ ທ່ານ ນາງ ທອງວັນ ກິງມາລາ ຮອງອໍານວຍການໂຮງໝໍ່ຊຸມຊົນເມືອງວຽງພູຄາ ອອກພັກຜ່ອນ ຮັບອຸດໜູນບໍານານ,  ອີງຕາມກົດໝາຍ ວ່າດ້ວຍການອະນຸມັດໃຫ້ລັດຖະກອນພັກຜ່ອນຮັບນະໂຍບາຍເບ້ຍບຳນານໃນ ງວດ II ປີ 2022 ເປັນຕົ້ນໄປ.

     ໂອກາດນີ້ ສະຫາຍ ຕຽງສະໝອນ ພອນປະເສີດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ໄດ້ມີຄຳເຫັນໂອ້ລົມ  ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ບັນດາທ່ານທີ່ໄດດໍາລົງຕໍາແໜ່ງຜູ້ໃໝ່, ຜູ້ທີ່ອອກພັກຜ່ອນຮັບອຸດໜູນບໍານານ ແລະ ຜູ້ທີໄດ້ຍົກຍ້າຍບ່ອນປະຈໍການ ບັນດາທ່ານລ້ວນແຕ່ມີຄວາມຮູ້ ຄວາມສາມາດ, ມີຄູນທາດການເມືອງ, ສິນທໍາປະຕິວັດໄດ້ບຸກບືນຕໍ່ໜ້າທີວຽກງານໄລຍະຜ່ານມາ ແລະ ເປັນການປະກອບສວ່ນຕໍ່ວຽກງານຂອງພັກ ແລະ ລັດໄດ້ມອບໝາຍ  ຜູ້ທີຖືກແຕ່ງຕັ້ງ  ແລະ ຍົກຍ້າຍ ກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີວຽງກງານຕົນຮັບຜິດຊອບ, ຮຽນຮູ້ດ້ານວິຊາສະເພາະ, ດ້ານການເມືອງເປັນແບບຢ່າງໃຫ້ແກ່ມະຫາຊົນ ປັບປຸງແບບແຜນວິທີເຮັດເຮັດວຽກຢ່າງລວມສູນປະຊາທິປະໄຕ ວຽກແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ ຈົ່ງສືບຕໍ່ເຮັດໜ້າທີ່ຂອງຕົນໃຫ້ກ້າວໜ້າຍິ່ງໆຂື້ນ. ຜູ້ທີອອກພັກຜ່ອນຕ້ອງເປັນແບບຢ່າງໃຫ້ລູກຫຼານ, ສຶກສາອົບຮົບລຸກຫຼານ ແລະ ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ດີຂື້ນ.