ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືືອງສົບເບົາ
ຈຳນວນຜູ້ອ່ານ: 50
ອະນຸມັດວັນທີ: 01/03/2022

ໂດຍ: ສູນທອນ ທອງຊະນະ

     ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຮອບທີ I, II, III ຢູ່ແຂວງຫົວພັນໃນລະຫວ່າງວັນທີ 24-25 ກຸມພາ 2022, ໃນວັນທີ 26 ກຸມພາ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ນາງ ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ-ເຮັດວຽກຢູ່ເມືອງສົບເບົາ, ໂດຍມີສະຫາຍ ໄຊຍະແສງ ຊົງຢົງຢາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງສົບເບົາ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

     ໃນໂອກາດດັ່ງກ່າວ ສະຫາຍ ຈອນສະໝຸດ ແກ້ວສຸດທາ ຫົວໜ້າຄະນະຈັດຕັ້ງເມືອງສົບເບົາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໂດຍສັງເຂບເປັນຕົ້ນ: ວຽກງານກໍ່ສ້າງພັກ, ວຽກງານຄຸ້ມຄອງ ປ້ອງກັນພັກ-ພະນັກງານ, ການນຳພາພັດທະນາເສດຖະກິດ-ສັງຄົມ. ທ່າແຮງບົ່ມຊ້ອນ ແລະ ສິ່ງທ້າທ້າຍຕໍ່ການນຳພາໃນໄລຍະໃໝ່ຂອງເມືອງ. ຈາກນັ້ນ ສະຫາຍຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ການນຳຫຼັກແຫຼ່ງຂອງເມືອງ ໃນການເປັນແບບຢ່າງນຳໜ້າຂອງສະມາຊິກພັກ-ພະນັກງານ, ເອົາໃຈໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊື່ອມຊຶມກຳແໜ້ນກົດລະບຽບພັກ ສະໄໝທີ XI ຢ່າງເລິກເຊິ່ງ, ຕິດຕາມກວດກາ ແລະ ປະເມີນການນຳພາຂອງຄະນະພັກແຕ່ລະຂັ້ນ, ກຳແໜ້ນປະຫວັດຂອງພະນັກງານທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນຢ່າງລະອຽດ, ຮັກສາຈັນຍາບັນ ແລະ ຄຸນທາດການເມືອງຂອງພະນັກງານ-ສະມາຊິກພັກ ໄວ້ໃຫ້ໝັ້ນຄົງ, ສ້າງແຜນກຳນົດພະນັກງານ, ບຳລຸງ-ກໍ່ສ້າງພະນັກງານຕາມແຜນການ, ມີການຕິດຕາມກວດກາ ແລະ ປະເມີນຜົນເປັນແຕ່ລະໄລຍະ, ພ້ອມກັນຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ຄາດໝາຍສູ້ຊົນທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນວາງອອກໃຫ້ປະກົດຜົນເປັນຈິງ.

       ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນຄັ້ງນີ້ ສະຫາຍຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ມອບເຄື່ອງອຸປະໂພກ ແລະ ເຄື່ອງຮັບໃຊ້ຫ້ອງການຈໍານວນໜຶ່ງໃຫ້ເມືອງສົບເບົາ ແລະ ທັດສະນະຢ້ຽມຊົມຖ້ຳທ່ານຜູ້ນຳທີ່ເປັນຖານທີ່ໝັ້ນ ແລະ ເປັນສະຖານທີ່ທາງປະຫວັດສາດສະໄໝຕໍ່ສູ້ກູ້ຊາດຢູ່ເມືອງວຽງໄຊຕື່ມອີກ.