ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງຫົວພັນ ເປີດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 24/02/2022

ຂ່າວ ແລະ ພາບ: ສູນທອນ ທອງຊະນະ

     ຕອນເຊົ້າຂອງວັນທີ 24 ກຸມພາ 2022 ຢູ່ທີ່ສະໂມສອນ ແຂວງຫົວພັນ ໄດ້ເປີດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ໂດຍການເປັນປະທານຮ່ວມຂອງສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ແລະ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ, ເລຂາທິການ, ປະທານ, ຮອງປະທານຄະນະກໍາມະການຂອງສະພາປະຊາຊົນແຂວງ, ເລຂາ, ຮອງເລຂາຄະນະພັກຮາກຖານ ແລະ ເລຂາ, ຮອງເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ທຽບເທົ່າແຂວງ, ເລຂາພັກເມືອງ, ຮອງເລຂາພັກເມືອງ, ເລຂາ, ຮອງເລຂາຄະນະພັກ, ຫົວໜ້າ, ຮອງຫົວໜ້າກອງບັນຊາ ກອງບັນຊາການ ປກສ-ປກຊ ຕະຫຼອດຮອດພະນັກງານບຳນານ ອະດິດການນຳຂັ້ນຮອງເລຂາພັກແຂວງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ ໄດ້ຂຶ້ນບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານ ໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າໂດຍສັງເຂບ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ເຊີດຊູຄວາມຮັບຜິດຊອບດ້ານການເມືອງຂອງຕົນໃຫ້ສູງ, ສຸມສະຕິປັນຍາ ເຂົ້າໃນການຕິດຕາມຄົ້ນຄວ້າໃຫ້ເລິກເຊິ່ງ ເພື່ອຄັດເລືອກເອົາບຸກຄະລາກອນໃຫ້ຖືກຕ້ອງ, ຄົບຕາມມາດຖານເງື່ອນໄຂທີ່ຂັ້ນເທິງກຳນົດ ສິ່ງທີ່ສຳຄັນຕ້ອງມີຄວາມສາມັກຄີ, ມີຄວາມເປັນເອກະພາບ ປາສະຈາກຄວາມອະຄະຕິ.

     ຈາກນັ້ນ ສະຫາຍເລຂາພັກແຂວງ ໄດ້ຂຶ້ນຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຍົກໃຫ້ຮູ້ເຖິງຈຸດປະສົງ-ຄາດໝາຍ, ຫຼັກການຂອງການສ້າງແຜນກຳນົດພະນັກງານ ດ້ວຍຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານ ເພື່ອຮັບປະກັນຄວາມຖືກຕ້ອງໂປ່ງໃສ, ຮອບດ້ານ ແລະ ຍຸຕິທຳ; ການສ້າງແຜນກຳນົດພະນັກງານຄຸ້ມຄອງ-ນໍາພາ ຕ້ອງປະກອບມີ ເພດ, ເຜົ່າ ແລະ ເລັ່ງໃສ່ພະນັກງານໜຸ່ມ ໃຫ້ກວມເອົາອັດຕາສ່ວນຫຼາຍ.

     ຕໍ່ຈາກນັ້ນ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ຕໍ່ດ້ວຍສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ  ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ.

     ໃນໂອກາດດັ່ງກ່າວ ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມເປັນຫ່ວງເປັນໃຍ ພ້ອມທັງຍົກໃຫ້ເຫັນເຖິງການກຳນົດພະນັກງານນຳພາ-ຄຸ້ມຄອງ ແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາໃນໄລຍະໃໝ່ ຕ້ອງໄດ້ເຮັດເພື່ອເປັນບ່ອນອີງໃນການສ້າງພະນັກງານສືບທອດປ່ຽນແທນໃນແຕ່ລະໄລຍະໃຫ້ມີຄຸນນະພາບ, ມີຈັນຍາບັນ, ຈັນຍາທຳ, ມີຄຸນສົມບັດສິນທຳປະຕິວັດ ຢຶດໝັ້ນຕາມແນວທາງສັງຄົມນິຄົມ ທີ່ ພັກເຮົາໄດ້ກຳນົດໄວ້ຢ່າຈະແຈ້ງ ແລະ ໄດ້ເນັ້ນໜັກມາຍັງບັນດາສະຫາຍທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຄົ້ນຄວ້າກໍາແໜ້ນບັນດາມະຕິ ແລະ ຄໍາແນະນໍາ ທີ່ໄດ້ກ່າວມານັ້ນໃຫ້ເລິກເຊິ່ງ ເພື່ອແນໃສ່ການກຳນົດພະນັກງານນຳພາ-ຄຸ້ມຄອງໃຫ້ໄດ້ຮັບປະສິດທິຜົນສູງ ໂດຍອີງໃສ່ 5 ມາດຕະຖານຂອງນິຕິກຳທີ່ໄດ້ກຳນົດໄວ້, ຄົ້ນຄວ້າ ແລະ ພິຈາລະນາຢ່າງເລິກເຊິ່ງເຖິງຖອງ ຕໍ່ກັບບຸກຄົນ, ມີການເລືອກເອົາບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເສຍສະຫຼະເພື່ອສ່ວນລວມ, ມີຜົນງານດີເດັ່ນ ແລະ ເປັນຜູ້ທີ່ໄດ້ຕາມມາດຕະຖານຄົບຖ້ວນ.

        ໃນຕອນທ້າຍຂອງກອງປະຊຸມ ໄດ້ດຳເນີນການປ່ອນບັດທາບທາມ ຮອບທີ 1 ຢ່າງເປັນທາງການ ແລະ ກອງປະຊຸມຍັງຈະໄດ້ສືບຕໍ່ດໍາເນີນການປ່ອນບັດທາບທາມ ຮອບທີ 2 ແລະ ຮອບທີ 3 ໄປອີກ 2 ວັນ ຈຶ່ງຈະສໍາເລັດ.