ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກ ງານ ຂະແໜງສາທາລະນະສຸກ ໄລຍະ 5 ປີຜ່ານມາ.
ຈຳນວນຜູ້ອ່ານ: 62
ອະນຸມັດວັນທີ: 22/02/2022

ຂ່າວ: ລັດດາວັນ ສີຫານຸວົງ

ພາບ: ບານ ມູນປະເສີດ

     ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງຂະແໜງສາທາລະນະສຸກ ໃນໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ໄດ້ຈັດຂຶ້ນໃນວັນທີ 18-19 ກຸມພາ 2022 ທີ່ໂຮງແຮມດອນຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີ​ຄະນະ​ພັກກະຊວງ, ​​ຄະນະໜ່ວຍ​ພັກກົມ, ຫົວໜ້າ​ພະ​ແນ​ກອ້ອມ​ຂ້າງ​ກະຊວງ ​ແລະ ຕາງໜ້າຂະ​ແໜງສາທາລະນະສຸກບັນດາ​ແຂວງ-ນະຄອນຫຼວງ​ເຂົ້າ​ຮ່ວມ 150 ກວ່າສະຫາຍ, ຍິງ 60 ສະຫາຍ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້​ລົມຕໍ່ກອງປະຊຸມ​ໂດຍ ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

     ກອງ​ປະຊຸມຄັ້ງ​ນີ້ ​ໄດ້​ສະຫຼຸບຕີລາຄາການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງພັກ-ພະນັກງານ ​ທົ່ວຂະແໜງສາທາລະນະສຸກ ໄລ​ຍະ 5 ປີ (2016-2020) ເຊິ່ງຜ່ານ​ການ​ຕີ​ລາຄາ​​​ເຫັນ​ວ່າ ຄະນະ​ພັກ​ທຸກ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ເຮັດວຽກ​ງານ​​ການ​ເມືອງ-​ແນວ​ຄິດ​ເປັນ​ກົກ, ສະມາຊິກ​ພັກ-ພະນັກງານ ຍັງມີ​ທັດສະນະ​ຫຼັກ​ໝັ້ນຖືກຕ້ອງ, ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ມີຄຸນສົມບັດ​ສິນ​ທຳ​ປະຕິວັດ, ​ຈຳ​ແນ​ກມິ​ດສັດຕູ​ຈະ​ແຈ້ງ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ ​ແລະ​ ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ສາມັກ​ຄີ​​ເປັນ​ເອກ​ະພາບ ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ, ໜ້າ​ທີ່​ວິ​ຊາ​ສະ​ເພາະ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີ​ຜົນສຳ​ເລັດ​ຢ່າງ​ຕໍ່​ເນື່ອງ ຕິດ​ພັນ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກແໜ້ນ ເ​ຊິ່ງ​ 5 ປີຜ່ານມາ ສາມາດ​ຕີ​ລາຄາ ​ແລະ ປະ​ເມີນ​ຮັບຮອງ​ໜ່ວຍ​ພັກ​ເຂັ້ມ​ແຂງ-ຮູ້​ນຳພາ​ຮອບດ້ານ ກໍ່​ຄືໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ​ໄດ້​ທັງ​ໝົດ 153 ​ເທື່ອ​ໜ່ວຍ. ການ​ຕີ​ລາຄາ​ແບ່ງ​ປະ​ເພດ​ສະມາຊິກ​ພັກ​ທົ່ວ​ອົງຄະ​ນະພັກ​ກະຊວງ​ໃນ​ແຕ່ລະ​ປີ ສາມາດ​ຕີ​ລາຄາ​ໄດ້​ສະມາຊິກ​ພັກ​ແຂງ ຈຳນວນ 1007 ​ເທື່ອ​ສະຫາຍ, ກາງ 120 ​ເທື່ອ​ສະຫາຍ, ​ສະມາຊິ​ກພັກ​ອ່ອນ 1 ສະຫາຍ ​ແລະ ບໍ່ໄດ້ຈັດປະເພດ 31 ເທື່ອສະຫາຍ.

     ໃນໄລຍະປີ 2016-2020 ຜ່ານມາ, ພະນັກງານ-ລັດຖະກອນຂະແໜງສາທາລະນະສຸກໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງ, ປະຈຸບັນມີ​ພະນັກງານທັງໝົດ 20,351 ຄົນ (ເພີ້ມຂື້ນຈາກປີ 2015 ຈໍານວນ 303 ຄົນ ເທົ່າກັບ 1,48%), ຍິງ 13,328 ຄົນ (65,5% ຂອງລັດຖະກອນທັງໝົດ). ໃນນັ້ນ, ຢູ່ຂັ້ນສູນກາງ 3.721 ຄົນ (ຫຼຸດລົງຈາກປີ 2015 ຈໍານວນ 214 ຄົນ, ຫຼຸດ 5,7%), ​ຢູ່ຂັ້ນແຂວງ 4.945 ຄົນ (ເພີ້ມຂຶ້ນຈາກປີ 2015 ຈໍານວນ 524 ເທົ່າກັບ 10,5%), ​ຢູ່ຂັ້ນເມືອງ 7.235 (ຫຼຸດລົງ 93 ຄົນ ທຽບໃສ່ປີ 2015 ຫຼຸດ 1,2%), ໂຮງໝໍນ້ອຍ 4.319 ຄົນ (ທຽບໃສ່ປີ 2015 ເພີ້ມຂື້ນ 64 ຄົນ ເທົ່າກັບ 1,4%) ແລະ ຂັ້ນບ້ານ 131 ຄົນ (ທຽບໃສປີ 2015 ເພີ້ມຂຶ້ນ 22 ຄົນ ເທົ່າກັບ 16,7%).

     ການບັນຈຸ ແລະ ສັບຊ້ອນລັດຖະກອນໃໝ່ແມ່ນສຸມໃສ່ທ້ອງຖີ່ນ ມີຈໍານວນ 2.050 ຕໍາແໜ່ງ, ຂັ້ນສູນກາງ 547 ຄົນ (26,7%), ຂັ້ນແຂວງ 272 ຄົນ (13,2%), ຂັ້ນເມືອງ 345 ຄົນ (16,8%) ແລະ ໂຮງໝໍນ້ອຍ 886 ຄົນ (43,2%). ໃນນີ້ ແມ່ນໃຫ້ບູລິມະສິດ ຂັ້ນໂຮງໝໍນ້ອຍທີ່ມີພະນັກງານບໍ່ຮອດ 3 ຄົນ, ບໍ່ມີແພດປິ່ນປົວ ແລະ ຜະດຸງຄັນ ເພື່ອແນໃສ່ປັບປຸງການບໍລິການສຸຂະພາບຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ດີຂຶ້ນກວ່າເກົ່າ.

     ການຄຸ້ມຄອງສະຖິຕິຂໍ້ມູນພະນັງການ ໄດ້ນໍາໃຊ້ລະບົບຄຸ້ມຄອງທີ່ທັນສະໄໝ ເຊື່ອມຕໍ່ແຕ່ຂັ້ນກະຊວງຮອດຂັ້ນໂຮງໝໍນ້ອຍ; ໄດ້ສ້າງແຜນພັດທະນາພະນັກງານສາທາລະນະສຸກຂັ້ນແຂວງສຳເລັດ 18 ແຂວງ ໃນປີ 2017 ແລະ ໄດ້ກຳນົດທິດການປະຕິຮູບພະນັກງານສາທາລະນະສຸກ ຮອດປີ 2030 ເພື່ອເປັນບ່ອນອີງໃນການວາງແຜນ ແລະ ການຄຸ້ມຄອງພະນັກງານສາທາລະນະສຸກ.

     ໄດ້ຄົ້ນຄວ້າ ແລະ ນຳສະເໜີແຕ່ງຕັ້ງພະນັກງານ ຮັບຕຳແໜ່ງບໍລິຫານປະເພດຕ່າງໆ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈໍານວນ 892 ຕໍາແໜ່ງ; ປະຈຸບັນ ທົ່ວຂະແໜງສາທາລະນະສຸກ ພະນັກງານ-ລັດຖະກອນ ມີຕຳແໜ່ງບໍລິຫານທັງໝົດ 5.728 ຄົນ ກວມ 28,1% ຂອງຈໍານວນລັດຖະກອນທັງໝົດ ໃນນັ້ນເປັນເພດຍິງ 3.136 ຄົນ ກວມ 54,7%. ນອກນັ້ນ, ຍັງໄດ້ມອບໃບຍ້ອງຍໍ ແລະ ລາງວັນໃຫ້ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍດີເດັ່ນ ຈຳນວນ 10 ແຫ່ງ ໃນທົ່ວປະເທດ, ໃນນີ້ ໄດ້ຮັບລາງວັນດີເດັ່ນທີ 1-3 ຈຳນວນ 4 ແຫ່ງ ແລະ ລາງວັນຊົມເຊີຍ 6 ແຫ່ງ.

     ຕອນທ້າຍ​ຂອງ​ກອງ​ປະຊຸ​ມ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງຄຳ​ເຫັນ​ໂອ້​ລົມ​ຈາກສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ເຊິ່ງສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​​ຜົນງານ 5 ປີຜ່ານມາ ແລະ ເນັ້ນໜັກໃຫ້ຄະນະພັກ ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ຄົ້ນຄວ້າຜັນຂະຫຍາຍແນວທາງການຈັດຕັ້ງຂອງພັກໃນໄລຍະໃໝ່, ແນວຄິດໄກສອນ ພົມວິຫານ, ການໝູນໃຊ້ທິດສະດີ ແລະ ພຶດຕິກໍາວຽກງານຕົວຈິງໃຫ້ກົມກຽວ; ເພີ່ມຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ກ້າຫານໃນການສະເໜີບັນຫາ ແລະ ຕັດສິນບັນຫາໃຫ້ທັນສະພາບການ, ພັດທະນາ ແລະ ຍົກສູງບົດບາດການນຳພາຂອງພັກຢ່າງຮອບດ້ານ,  ບຸກຄະລາກອນຂະແໜງສາທາລະນະສຸກ ເວົ້າລວມ, ເວົ້າສະເພາະ ບັນດາແພດໝໍສ່ວນຫຼາຍແມ່ນປັນຍາຊົນ, ຜູ້ຊ່ຽວຊານ ແລະ ມີລະດັບຄວາມຮູ້ຄວາມສາມາດວິຊາສະເພາະອັນແນ່ນອນ ເພື່ອປິ່ນປົວ ແລະ ກອບກູ້ເອົາຊີວິດຂອງມວນມະນຸດ. ສະນັ້ນ, ສະມາຊິກພັກ-ພະນັກງານຂອງຂະແໜງສາທາລະນະສຸກ ຍິ່ງຈໍາເປັນຕ້ອງມີຫລັກໝັ້ນການເມືອງສູງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ, ຈັນຍາທໍາ, ຈັນຍາບັນ, ມີນໍ້າໃຈເສຍສະຫຼະ, ຮັກ ແລະ ຈິງໃຈປະຕິບັດໜ້າທີບໍລິການຮັບໃຊ້ປະຊາຊົນ ເພື່ອປະຕິບັດນະໂຍບາຍ 5 ດີ 1 ພໍໃຈ (5ດີ: ຕ້ອນຮັບດີ, ສະອາດດີ, ສະດວກດີ, ບົ່ງມະຕິຊັດເຈນດີ ແລະ ປິ່ນປົວດີ; 1 ພໍໃຈ: ຄົນເຈັບພໍໃຈ) ແນ່ໃສ່ເພື່ອລຸດຜ່ອນຫາງສຽງຈົ່ມວ່າຂອງຜູ້ມາໃຊ້ບໍລິການຢູ່ສະຖານການປີ່ນປົວທາງສູນກາງ ແລະ ທ້ອງຖິ່ນເທື່ອລະກ້າວ.