ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ 5 ປີ (2016-2020)
ຈຳນວນຜູ້ອ່ານ: 98
ອະນຸມັດວັນທີ: 08/02/2022

ພາບ ແລະ ຂ່າວ: ສ.ສົດ​ໃສ

     ໃນ​ວັນ​ທີ 7 ກຸມພາ 2022 ກະຊວງ​ແຮງ​ງານ ​ແລະ ສະຫວັດດີກາ​ນສັງຄົມ (ຮສສ) ​​ໄດ້​ຈັດ​ກອງ​ປະຊຸມວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວ​ຂະ​ແໜງ​​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ 5 ປີ (2016-2020) ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ນາງ ​ໃບ​ຄຳ ຂັດ​ທິຍະ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ພັກ​, ລັດ​ຖະມົນຕີກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ ​ແລະ ມີ​ຄຳ​ເຫັນ​ໂອ້​ລົມຂອງ​ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຄະນະ​ພັກ, ​​ເລຂາ-ຮອງ​​ເລຂາຄະນະ​ຮາກ​ຖານພັກ, ໜ່ວຍ​ພັກ, ຫົວໜ້າ​ພະ​ແນ​ກອ້ອມ​ຂ້າງ​ກະຊວງ ​ແລະ ຕາງໜ້າຂະ​ແໜງ ຮສສ ບັນດາ​ແຂວງ-ນະຄອນຫຼວງ​ເຂົ້າ​ຮ່ວມ​ຜ່ານ​ວິ​ດີ​ໂອ​ທາງ​ໄກ.

​     ກອງ​ປະຊຸມຄັ້ງ​ນີ້ ​ຜູ້​ເຂົ້າ​ຮ່ວມ ​ໄດ້​ຮັບ​ຟັງ​ການ​ຜ່ານ​ຮ່າງ​ບົດ​ສະຫຼຸບລາຍ​ງານການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງພັກ-ພະນັກງານ ​ໄລ​ຍະ 5 ປີ (2016-2020) ​ແລະ ທິດ​ທາງ​ແຜນການ 5 ປີ (2021-2025) ຊຶ່ງຜ່ານ​ການ​ຕີ​ລາຄາ​ວຽກ​ງານ 5 ປີທີ່​ຜ່ານ​ມາ​​ເຫັນ​ວ່າ ຄະນະ​ພັກ​ທຸກ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ເຮັດວຽກ​ງານ​​ການ​ເມືອງ-​ແນວ​ຄິດ​ເປັນ​ກົກ, ​ເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານທົ່ວ​ຂະ​ແໜງ ຮສສ ​ມີ​ສະຕິ​ຕໍ່​ລະບຽບວິ​ໄນ​ຂອງ​ພັກ, ມີ​ທາດ​ແທ້ທັດສະນະ​ຫຼັກ​ໝັ້ນຖືກຕ້ອງ, ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ມີຄຸນສົມບັດ​ສິນ​ທຳ​ປະຕິວັດ, ​ຈຳ​ແນ​ກມິ​ດສັດຕູ​ຈະ​ແຈ້ງ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ ​ແລະ​ ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ສາມັກ​ຄີ​​ເປັນ​ເອກ​ະພາບ ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ, ໜ້າ​ທີ່​ວິ​ຊາ​ສະ​ເພາະ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີ​ຜົນສຳ​ເລັດ​ຢ່າງ​ຕໍ່​ເນື່ອງ, ຕິດ​ພັນ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕາມ 5 ​ເນື້ອ​ໃນ ​ຊຶ່ງ​ໃນ 5 ປີຜ່ານມາ ສາມາດ​ຕີ​ລາຄາ ​ແລະ ປະ​ເມີນ​ຮັບຮອງ​ໜ່ວຍ​ພັກ​ເຂັ້ມ​ແຂງ-ຮູ້​ນຳພາ​ຮອບດ້ານ ກໍ​ຄື ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ​ໄດ້​ຈຳນວນ ທັງ​ໝົດ 79 ​ເທື່ອ​ໜ່ວຍ. ການ​ຕີ​ລາຄາ​ແບ່ງ​ປະ​ເພດ​ສະມາຊິກ​ພັກ​ທົ່ວ​ອົງຄະ​ນະພັກ​ກະຊວງ​ໃນ​ແຕ່ລະ​ປີ ສາມາດ​ຕີ​ລາຄາ​ໄດ້​ສະມາຊິກ​ພັກ​ແຂງ ຈຳນວນ 941 ​ເທື່ອ​ສະຫາຍ, ຍິງ 482 ​ເທື່ອ​ສະຫາຍ, ກາງ 74 ​ເທື່ອ​ສະຫາຍ, ຍິງ 26 ​ເທື່ອສະຫາຍ, ບໍ່​ມີ​ສະມາຊິ​ກພັກ​ອ່ອນ ​ແລະ ​ເສຍ​ທາດ​ຂາດ​ຄຸນ.

​     ໃນ​ທົ່ວ​ຂະ​ແໜງ ຮສສ ​ໄດ້​ສຳ​ເລັດ​ການ​ຂຽນ ​ແລະ ການຈັດ​ຕັ້ງ​ປະຕິບັດ​ການ​ກຳນົດ​ຕຳ​ແໜ່​ງງານ ​ ທີ່​ຖືກຕ້ອງ​ຕາ​ມມະຕິຂອງ​ກົມ​ການ​ເມືອງ​ສູ​ນກາງ​ພັກ ເລ​ກທີ 032/ກມສພ ລົງ​ວັນ​ທີ 03 ​ມັງກອນ 2018 ວ່າ​ດ້ວຍວຽກ​ງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ. ປະຈຸ​ບັນ ທົ່ວ​ຂະ​ແໜງ​ແຮງງານ ​ແລະ ສະຫວັດດີ​ການ​ສັງຄົມ ມີ​ພະນັກງານ-ລັດຖະກອນ ທັງ​ໝົດ 2.348 ທ່ານ, ຍິງ 861 ທ່ານ; ທຽບ​ໃສ່​ປີ 2015 ​ເພີ່ມ​ຂຶ້ນ 18.2%; ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ, ຈັດ​ວາງ ​ແລະ ສັບ​ຊ້ອນ​ພະນັກງານ-ລັດຖະກອນ ​ໂດຍ​ມີ​ການ​ຄັດ​ເລືອກ​ຜູ້​ທີ່​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮູ້, ຄວາມ​ສາມາດ​ຕົວ​ຈິງ, ມີ​ຄຸນ​ທາດ​ການ​ເມືອງ​ທີ່​ໜັກ​ແໜ້ນ ​ແລະ ​ໄດ້​ຜ່ານ​ຂະ​ບວນການ​ທົດ​ສອບ​ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ຈັດວາງເຂົ້າ​ໃນ​ຕຳ​ແໜ່​ງບໍລິຫານ​ປະ​ເພດ​ຕ່າງໆທັງ​ສູນກາງ ​ແລະ ທ້ອງ​ຖິ່ນ; ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ເຄື່ອນ​ໄຫວວຽກ​ງານ​ນະ​ໂຍບາຍ ​ແລະ ​ແຜນການ​ຢ່າງ​ຕັ້ງໜ້​າ ປະຕິບັດ​ນະ​ໂຍບາຍ​ຕໍ່​ພະນັກງານ-ລັດຖະກອນ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ຂອງ​ລັດ​ວາງ​ອອກ; ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ວຽກງານ​ແຂ່ງຂັນ-ຍ້ອງຍໍ ​ແລະ ​ໄດ້​ຕົກລົງ​ມອບ​ໃບ​ຍ້ອງຍໍ​ຂັ້ນ​ກະຊວງ ​ເພື່ອ​ສັນລະ​ເສີນ​ບັນດາ​ກົມ​ກອງ​ລວມໝູ່, ຄອບຄົວ ​ແລະ ບຸກຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຂະ​ບວນການ​ວຽກ​ງານ​ຕ່າງໆ​ໃນ​ແຕ່ລະ​ປີ​ດ້ວຍ​ການ​ມອບ​ໃບ​ຍ້ອງຍໍ​ປະ​ເພດ​ຕ່າງໆ​ເຊັ່ນ: ​ໃບຍ້ອງ​ຍໍ ຈຳນວນ 67 ​ເທື່ອ​ກົມ​ກອງ, ຄອບຄົວ​ດີ​ເດັ່ນ ຈຳນວນ 320 ​ເທື່ອ​ຄອບຄົວ, ບຸກຄົນ​ດີ​ເດັ່ນ ຈຳນວນ 2.166 ​ເທື່ອ​ຄົນ.

     ພ້ອມ​ນີ້, ​ຜູ້​​ແທນ​ກອງ​ປະຊຸມ​ໄດ້​ພ້ອມ​ກັນປະກອບ​ຄຳ​ເຫັນຕໍ່​ຮ່າງ​ບົດ​ສະຫຼຸບ ​ແລະ ທິດ​ທາງ​ແຜນ ການ ພ້ອມ​ສະ​ເໜີ​ປັບປຸງ​ບາງ​ເນື້ອ​ໃນ​ໃຫ້​ສົມບູນ​ຂຶ້ນ.

     ໃນ​ຕອນທ້າຍ​ຂອງ​ກອງ​ປະຊຸ​ມ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງຄຳ​ເຫັນ​ໂອ້​ລົມ​ຂອງ​ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ເຊິ່ງສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຄະນະ​ພັກ-ຄະນະ​ນຳ​ຂອງ​ກະຊວງ ຮສສ ​ໃນ​ການ​ນຳພາ-ຊີ້​ນຳ​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ-ພະນັກງານ​ໃນ​ຂະ​ແໜງການ​ຂອງ​ຕົນ ຕະຫຼອດ​​ໄລຍະ 5 ປີຜ່ານມາ​ມີ​ຜົນສຳ​ເລັດ ​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງທີ X ຜ່ານ​ມາ. ພ້ອມ​ນັ້ນ ​ເພື່ອ​ຮັບປະກັນ​ວຽກ​ງານ​ໃນ​ຕໍ່ໜ້າ ສະຫາຍ​ຍັງ​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ ຄະນະ​ນຳຕະຫຼອດ​ຮອດ​ສະມາຊິກ​ພັກ-ພະນັກງານ​ຂອງ​ກະຊວງ ​ແລະ ທົ່ວ​ຂະ​ແໜງ ຮສສ ຈົ່ງ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ-ພະນັກງານ ​ໃນ​ຂະ​ແໜງ​ການ​ຂອງ​ຕົນ​ໃຫ້​ມີ​ຜົນສຳ​ເລັດ​ໃໝ່​ໃນ 5 ປີ​ຕໍ່ໜ້າ...ຯ