ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມ ສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 04/02/2022

ຂ່າວ: ພາພອນ ນະວົງໄຊ

     ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຈັດກອງປະຊຸມ ສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຂຶ້ນ ໃນຕອນເຊົ້າຂອງວັນທີ 3 ກຸມພາ 2022 ນີ້ ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊສົມບູນ ໂດຍການເປັນປະທານຂອງທ່ານ ບຸນທຽມ ໄຊສົງຄາມ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ພະແນກພາຍໃນແຂວງ ພ້ອມດ້ວຍຮອງຫົວໜ້າພະແນກ ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກເຂົ້າຮ່ວມ.

     ກອງປະຊຸມໄດ້ເຊື່ອມຊຶມບັນດາເອກະສານຕ່າງໆ ທີ່ຕິດພັນກັບການສ້າງແຜນກຳນົດພະນັກງານນໍາ-ຄຸ້ມຄອງ ເປັນຕົ້ນແມ່ນມາດຖານ ຂອງພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາ ກ່ຽວກັບການດໍາເນີນການທາບທາມ ແລະ ການສະຫຼຸບລາຍງານ ຜົນການທາບທາມ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແຕ່ລະຂັ້ນຕອນຂອງການທາບທາມ ເພື່ອຮັບປະກັນໃຫ້ກອງປະຊຸມ ໄດ້ດຳເນີນໄປດ້ວຍຄວາມຖືກຕ້ອງ, ໂປ່ງໃສ, ພ້ອມທັງກຳນົດໄດ້ພະນັກງານນໍາພາ-ຄຸ້ມຄອງ ທີ່ມີຄຸນນະພາບ ຕາມມາດຖານ ທີ່ໄດ້ກຳນົດໄວ້.  ໂອກາດດຽວກັນນີ້ ທ່ານ ບຸນທຽມ ໄຊສົງຄາມ ໄດ້ເນັ້ນໜັກໃຫ້ບັນດາພະນັກງານ-ລັດຖະກອນ ຈົ່ງເອົາໃຈໃສ່ໃນການຄົ້ນຄວ້າ, ທາບທາມ ກຳນົດເອົາພະນັກງານນໍາພາ ທີ່ຕົນເຫັນວ່າມີເງື່ອນໄຂ, ມາດຖານຄົບຖ້ວນ ເພື່ອແນໃສ່ສ້າງໃຫ້ໄດ້ເປົ້າໝາຍພະນັກງານນຳພາ-ຄຸ້ມຄອງ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິບັດ, ມີຄວາມຊື່ສັດບໍລິສຸດ ພ້ອມທັງມີຄວາມຮູ້ຄວາມສາມາດ ຮູ້ນໍາພາຈັດຕັ້ງປະຕິບັດວຽກງານການເມືອງຂອງພັກ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ, ກອງປະຊຸມ ໄດ້ດໍາເນີນການທາບທາມແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຮອບທີ 1 ແລະ ທີ 2 ຕາມແຕ່ລະຂັ້ນຕອນ.