ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ແລະ ຜູ້ໃໝ່
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 03/02/2022

ໂດຍ: ບຸນຕອມ     

     ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2022 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍພະນັກງານການນຳ ສຊປລ ເຂົ້າຮ່ວມ.

     ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍ ການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ສະມາຊິກສະພາແຫ່ງຊາດ ຮອງເລຂາຄະນະບໍລິຫານງານ ສຊປລ ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ, ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ຮອງເຈົ້າແຂວງຫຼວງພະບາງ ເປັນເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່.

     ໃນພິທີດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ໂອລົມເພື່ອເປັນເຂັມທິດເຍືອງທາງບາງຕອນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງເປັນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາໃນວຽກພະນັກງານ ເພື່ອປະຕິບັດຕາມທິດການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ພະນັກງານໃຫ້ ມີຂຶ້ນ ມີລົງ, ມີເຂົ້າ ມີອອກ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມທັງເປັນການຍົກລະດັບພະນັກງານການນຳຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.

     ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ໄດ້ສະເໜີໃຫ້ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່, ຄະນະເລຂາທິການ, ຄະນະບໍລິຫານງານ ສຊປລ ແລະ ພະນັກງານທີ່ຮັບຜິດຊອບວຽກງານຊາວໜຸ່ມ-ເຍົາວະຊົນໃນຂອງເຂດທົ່ວປະເທດ ຈົ່ງເອົາໃຈໃສ່ບາງບັນຫາດັ່ງນີ້:

     1. ສືບຕໍ່ຄົ້ນຄວ້າຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຄັ້ງທີ VIII, ການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ໃຫ້ຊັດເຈນຈຶ່ງສາມາດຮັບຮູ້ວ່າອັນໃດຄວນເສີມຂະຫຍາຍ, ອັນໃດຄວນປັບປຸງແກ້ໄຂໃນຕໍ່ໜ້າ.

     2. ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນຄະນະພັກ ຕໍ່ການຊີ້ນໍາ-ນໍາພາການຈັດຕັ້ງ ແລະ ການເຄື່ອນໄຫວຂອງຊາວໜຸ່ມ ໃຫ້ໜັກແໜ້ນກ່ວາເກົ່າ.

     3. ເພີ່ມທະວີການນໍາພາວຽກງານການເມືອງ, ນໍາພາແນວຄິດແນໃສ່ຮັບປະກັນໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ໃນລະດັບທີ່ແນ່ນອນ, ຮູ້ນຳໃຊ້ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ມີຄວາມສາມາດຈັດຕັ້ງປະຕິບັດວຽກງານຢ່າງແຂງແຮງກ່ວາເກົ່າ ແລະ ແທດເໝາະກັບສະພາບການໃນປັດຈຸບັນ.

     4. ເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ກາຍເປັນກຳລັງປະຈັນບານທີ່ຂະຫຍັນຂັນແຂ່ງກຽມພ້ອມຕະລຸມບອນທຸກເວລາ, ທຸກສະຖານທີ່ເມື່ອຊາດຮຽກຮ້ອງ ແລະ ປະຊາຊົນຕ້ອງການ.

     5. ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແຕ່ສາມາດເສີມຂະຫຍາຍບົດບາດ ແລະ ຈຸດພິເສດຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນໄລຍະໃໝ່, ສາມາດເປັນໃຈກາງໃນການເຕົ້າໂຮມກໍາລັງແຮງສັງລວມຂອງຊາວໜຸ່ມໃນທຸກສາຂາອາຊີບເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     6. ເອົາໃຈໃສ່ປັບປຸງລະບອບ, ລະບຽບ, ກົນໄກໃຫ້ສະດວກວ່ອງໄວຂຶ້ນ, ມີແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບຂຶ້ນກ່ວາເກົ່າ, ປະຕິບັດຫຼັກການລວມສູນປະຊາທິປະໄຕໃນການຄົ້ນຄວ້າ ແລະ ຕັດສິນບັນຫາກ່ຽວກັບທິດທາງ, ວິທີການ, ຮູບການຊີ້ນຳ-ນຳພາໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ແທດເໝາະກັບສະພາບການຕົວຈິງຂອງວຽກງານຊາວໜຸ່ມໃນໄລຍະໃໝ່.

     7. ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະກໍຄືວຽກງານຂະບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນປະຕິວັດກວ່າເກົ່າໂດຍສະເພາະແມ່ນການປະດິດສ້າງ ແລະ ການເສີມຂະຫຍາຍກໍາລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ ແລະ ວຽກງານ 3 ສ້າງຂອງພັກ.

     8. ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ແທດເຖິງ, ເຂັ້ມງວດ ແລະ ສາມາດປະຕິບັດບົດບາດ, ໜ້າທີ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຕ່າງໆຢ່າງເປັນປົກກະຕິ.

     9. ພ້ອມດຽວກັນກໍຮຽກຮ້ອງບັນດາອົງການຈັດຕັ້ງພາຄີ ຈົ່ງໃຫ້ການຊ່ວຍເຫຼືອ, ຮ່ວມມື ແລະ ໃຫ້ການສະໜັບສະໜູນຕໍ່ຂະບວນການຂອງຊາວໜຸ່ມ-ເຍົາວະຊົນລາວ.