ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມບາງເອກະສານສຳຄັນຂອງພັກ.
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 31/01/2022

ຂ່າວ: ວິລະສະໄໝ

ພາບ: ສູນທອນ

     ໃນຕອນບ່າຍ ວັນທີ 28 ມັງກອນ 2022 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ວິທະຍາເຂດດົງໂພສີ) ໄດ້ຈັດພິທີເຜີຍແຜ່, ເຊື່ອຊຶມ ສາມເອກະສານສຳຄັນຄື:

  1. ເຊື່ອມຊຶມມະຕິເລກທີ 04/ຄບສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກພະນັກງານ.
  2. ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.
  3. ບົດໂອ້ລົມຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.

     ໃນພິທີ, ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ດຣ. ສະໜອງ ທອງຊະນະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດເຜີຍແຜ່ເອກະສານສຳຄັນດັ່ງກ່າວ ໂດຍມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມ 240 ສະຫາຍ, ຍິງ 146 ສະຫາຍ.

     ການເຜີຍແຜ່, ເຊື່ອມຊຶມຄັ້ງນີ້ ເປັນການສ້າງຄວາມຮັບຮູ້ ແລະ ເຂົ້້າໃຈຢ່າງເລິກເຊິ່ງ ທັງສ້າງຄວາມເປັນເອກະພາບທາງດ້ານທັດສະນະຄະຕິຕໍ່ເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງການຈັດຕັ້ງໃນໄລຍະໃໝ່, ທັງເປັນການຊຸກຍູ້ ແນະນຳຕິດຕາມກວດກາ ຈັດຕັ້ງປະຕິບັດຕົວຈິງແຕ່ລະໄລຍະ ແນໃສ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງການຈັດຕັ້ງມີບາດກ້າວຫັນປ່ຽນຢ່າງຈະແຈ້ງ, ເສີມຂະຫຍາຍລັກສະນະນຳໜ້າ, ຈຳກັດ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆໃນວຽກງານດັ່ງກ່າວໃຫ້ໝົດໄປເທື່ອລະກ້າວ.