ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສໍາເລັດທາບທາມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນເມືອງຄຸ້ມຄອງໃຫ້ບັນດາຫ້ອງການພາຍໃນເມືອງທ່າໂທມແຂວງ ໄຊສົມບູນ
ຈຳນວນຜູ້ອ່ານ: 31
ອະນຸມັດວັນທີ: 26/01/2022

ຮຽບຮຽງໂດຍ: ນັກຂ່າວສື່ກໍ່ສ້າງພັກ

ແຫຼ່ງຂ່າວ: ສອນໄຊ ມົວຫວ່າງຢ່າ

       ນັກຂ່າວແຂວງ ໄຊສົມບູນ

     ໃນລະຫວ່າງວັນທີ 24-25 ມັງກອນ 2022 ຢູ່ທີ່ສະໂມສອນ ກອງບັນຊາການທະຫານເມືອງ ທ່າໂທມ ແຂວງ ໄຊສົມບູນ ໄດ້ມີກອງປະຊຸມທາບທາມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນເມືອງຄຸ້ມຄອງ ຮອບທີ 1 ຂື້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄີ່ນທອງ ຊາວແຫວນຄໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາຫົວໜ້າ, ຄະນະຫ້ອງການ ພ້ອມດ້ວຍສະມາຊິພັກຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າມາຮ່ວມ.

     ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວເມືອງ ທ່າໂທມ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 273, ລົງວັນທີ 20 ເມສາ 2021 ສະເໜີໂດຍ ສະຫາຍ ສີພັນດອນ ພີມພາວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ, ຕໍ່ມາຍັງໄດ້ຮັບຟັງການຜ່ານມະຕິວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 030, ລົງວັນທີ 3 ມັງກອນ 2018 ແລະ ມະຕິວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂອງກົມການເມືອງສູນກາງພັກ ສະບັບເລກທີ 032, ລົງວັນທີ 3 ມັງກອນ 2018 ສະເໜີໂດຍ ສະຫາຍ ບຸນມີ ນາມມະວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງ ທ່າໂທມ ເຊິ່ງມະຕິດັ່ງກ່າວໄດ້ກໍານົດມາດຕະຖານລວມ, ມາດຕະຖານສະເພາະຂອງຕໍາແໜ່ງ ແລະ ກຸ່ມຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງ ໃນລະບົບການເມືອງແຫ່ງ ສປປ ລາວ ເປັນພື້ນຖານໃນການເລືອກເຟັ້ນສ້າງແຜນກໍານົດ, ກໍ່ສ້າງ-ບໍາລຸງ, ຕີລາຄາ, ຊັບຊ້ອນ, ຈັດວາງ, ແຕ່ງຕັ້ງພະນັກງານເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ ເປັນບ່ອນອີງໃຫ້ພະນັກງານສະມາຊິກພັກໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ໃນນັ້ນການສ້າງແຜນກໍານົດພະນັກງານເປັນວຽກງານໜຶ່ງທີ່ສໍາຄັນພື້ນຖານຂອງວຽກງານພະນັກງານ ດໍາເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບໍາລຸງ, ຄາດຄະເນຊັບຊ້ອນ ແລະ ຈັດວາງພະນັກງານຢ່າງເໝາະສົມ.

     ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ຍັງໄດ້ຮັບຟັງການໂອ້ລົມ ແລະ ຊີ້ນໍາກ່ຽວກັບວຽກງານດັ່ງກ່າວ ຈາກສະຫາຍ ຄີ່ນທອງ ຊາວແຫວນຄໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ເຊິ່ງສະຫາຍໄດ້ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ທີ່ເຂົ້າຮ່ວມທາບທາມໃນຄັ້ງນີ້ ຈົ່ງພ້ອມກັນເບິ່ງຢ່າງລະອຽດ, ເລືອກເອົາຜູ້ທີ່ດີ, ຄຸນສົມບັດສີນທໍາປະຕິວັດຢ່າງໜັກແໜ້ນ, ເປັນຜູ້ມີຄວາມຮູ້ຄວາມສາມາດໃນການນໍາພາວຽກງານທີ່ຕົນຮັບຜິດຊອບ, ມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ, ສາມາດເຕົ້າໂຮມຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ແລະ ພາຍນອກຢ່າງກ້ວາງຂວາງ, ເຮັດໃຫ້ເມືອງ ທ່າໂທມ ມີພະນັກງານນໍາພາ-ຄຸ້ມຄອງທີ່ດີ ເພື່ອຈັດເຂົ້າໃນທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບຢ່າງຕໍ່ເນື່ອງ. ຈາກນັ້ນ, ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ກໍ່ໄດ້ພ້ອມກັນ ລົງຊື່ພະນັກງານນໍາພາ-ຄຸ້ມຄອງຂອງຫ້ອງການຕົນໃສ່ໃນບັດທາບທາມ ແລະ ປ່ອນບັດ ຕາມຄະນະຮັບຜິດຊອບກໍານົດໄວ້ຕາມແຕ່ລະຫ້ອງການຂອງໃຜລາວ.