ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫຼຸບວຽກງານຈັດຕັ້ງ 5 ປີ
ຈຳນວນຜູ້ອ່ານ: 98
ອະນຸມັດວັນທີ: 25/01/2022

     ຂ່າວ: ສົມຫວັງ. ພາບ: ພຸດທະສັກ ຫຼວງສຸພົນ

     ໃນວັນທີ 24 ມັງກອນ 2022 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2016-2020) ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ-ຮອງກົມ, ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ໃນ 5 ປີຜ່ານມາ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນສະພາບແວດລ້ອມທີ່ປະເທດຊາດປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ ໂດຍສະເພາະແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ພາຍໃຕ້ການນໍາພາ-ຊີ້ນຳຂອງພັກ ແລະ ລັດຖະບານ ຈຶ່ງໄດ້ຜ່ານຜ່າຄວາມຫຍຸ້ງຍາກໄປໄດ້ລະດັບໜຶ່ງ. ແຕ່ເຖິງຈະຫຍຸ້ງຍາກປານໃດກໍຕາມ ພັກເຮົາກໍໄດ້ສູ້ຊົນເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຂຶ້ນເພື່ອສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີ ຜ່ານມາ ໂດຍໄດ້ລົງເລິກຕີລາຄາ, ຄົ້ນຄວ້າສົນທະນາ, ປຶກສາຫາລືກ່ຽວກັບຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບັນດາສາເຫດ ແລະ ຖອດຖອນບົດຮຽນ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ.

     ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດລາຍງານ ແລະ ການປະກອບຄຳເຫັນຕໍ່ບົດສະຫຼຸບ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີ (2016-2020) ແລະ ທິດທາງໜ້າທີ່ 5 ປີ (2021-2025) ການສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງອົງຄະນະພັກກະຊວງ ພ້ອມທັງຍົກໃຫ້ເຫັນໃນການປັບປຸງກົງຈັກການຈັດຕັ້ງຕິດພັນກັບການກຳນົດຕໍາແໜ່ງງານ. ພ້ອມນີ້, ຍັງໄດ້ຮັບຟັງ ແລະ ເຊື່ອມຊຶມມະຕິ 04 ຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.