ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາເມືອງທ່າໂທມ ແຂວງ ໄຊສົມບູນ ສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 25/01/2022

    ຂ່າວ ແລະ ພາບ: ພູເງິນ ວັນນະພາ

     ໃນວັນທີ 21 ມັງກອນ 2022 ນີ້ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງ ທ່າໂທມ ແຂວງ ໄຊສົມບູນ ໄດ້ມີກອງປະຊູມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາເມືອງ ໂດຍການເປັນປະທານຂອງ ສະຫາຍ ໄມ ທຳມະວົງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມ ຂອງສະຫາຍ ຄີ່ນທອງ ຊາວແຫວນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ; ມີບັນດາສະຫາຍຄະນະພັກຮາກຖານ, ເລຂາໜ່ວຍພັກໂຮງຮຽນມັດທະຍົມ ແລະ ປະຖົມໃນທົ່ວເມືອງເຂົ້າຮ່ວມ.

     ໃນກອງປະຊູມໄດ້ຜ່ານບົດສະຫຼຸບການປະຕິບັດວຽກງານປະຈຳປີ 2021 ແລະ ທິດທາງແຜນການປີ 2022 ສະເໜີໂດຍ ສະຫາຍ ບູນມີ ສີນວນທອງ ຮອງເລຂາຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາ ເມືອງ ທ່າໂທມ ເຊິ່ງໄດ້ໃຫ້ຮູ້ວ່າ: ຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາເມືອງປະກອບມີ 20 ໜ່ວຍພັກຂຶ້ນກັບ, ມີຄະນະໜ່ວຍພັກ 66 ສະຫາຍ, ຍິງ 13 ສະຫາຍ, ມີສະມາຊິກພັກ 284 ສະຫາຍ, ຍິງ 130 ສະຫາຍ, ໄດ້ຮັບນາມມະຍົດໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 17 ໜ່ວຍ. ໄລຍະຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການ ເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ມີການແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຊີ້ນຳວຽກງານຮອບດ້ານຢູ່ແຕ່ລະໂຮງຮຽນ, ໄດ້ເຜີຍແຜ່ເຊື່ອມຊືມບັນດາຄຳສັ່ງ, ນິຕິກຳຕ່າງໆ, ຊີ້ນຳວຽກງານວິຊາສະເພາະການຮຽນ-ການສອນ ໃນແຕ່ລະໂຮງຮຽນທົ່ວເມືອງຕາມ 3 ລັກສະນະ, 5 ຫຼັກມູນ, 3 ຂໍ້ແຂ່ງຂັນ ແລະ 4 ບຸກທະລຸ ຂອງຂະແໜງການສຶກສາບັນດາຄາດໝາຍຕົວຊີ້ບອກຂອງເປົ້າໝາຍການສຶກສາໃຫ້ມີຄຸນນະພາບ ແລະ ຍືນຍົງ ນອກນັ້ນ, ຍັງໄດ້ຈັດຕັ້ງການຮຽນການສອນຊັ້ນມັດທະຍົມຕົ້ນບຳລຸງຈຳນວນ 5 ໜ່ວຍໂຮງຮຽນມີນັກຮຽນ 111 ຄົນ, ຍິງ 67 ຄົນ, ໄດ້ຈັດການແຂ່ງຂັນກິ ລາເພື່ອສະຫຼອງວັນສຳຄັນຕ່າງໆຂອງຊາດໄດ້ 3 ຄັ້ງ, ໄດ້ຊີ້ນຳ-ນຳພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ ໂດຍໄດ້ປະກາດເປັນໜ່ວຍຊາວໜຸ່ມ 4 ບຸກໄດ້ 17 ໜ່ວຍ, ໜ່ວຍແມ່ຍິງ 3 ດີໄດ້ 17 ໜ່ວຍ ແລະ ໜ່ວຍກຳມະບານ 5 ເປັນເຈົ້າໄດ້ 23 ໜ່ວຍ ແລະ ຍັງມີຜົນສຳເລັດໃນວຽກງານອື່ນໆ.

     ຈາກນັ້ນ, ສະຫາຍ ທອງຄູນ ພົນລິເດດ ຮອງເລຂາຄະນະພັກຮາກຖານ ໄດ້ຜ່ານມະຕິວ່າດ້ວຍການເພີ່ມທະວີການຊີ້ນຳນຳພາຂອງພັກຕໍ່ກັບວຽກງານວັດທະນະທຳ-ສັງຄົມ, ມະຕິຕົກລົງຂອງຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາເມືອງໃນການມອບຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຊີ້ນຳແຕ່ລະໜ່ວຍພັກ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຕ້ານ ແລະ ສະກັດກັ້ນຢາເສບຕິດໃນຂະແໜງການສຶກສາ ພ້ອມທັງລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ໃນທົ່ວເມືອງ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ມີຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບ, ວຽກງານການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕໍ່ກັບວຽກງານການຮຽນ-ການສອນ ເພື່ອໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

     ໃນໂອກາດດັ່ງກ່າວ ກອງປະຊຸມຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ຄິ່ນທອງ ຊາວແຫວນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານຕ່າງໆຂອງຄະ ນະພັກຮາກຖານ ແລະ ໜ່ວຍພັກແຕ່ລະໂຮງຮຽນປະຕິບັດໄດ້ໃນໄລຍະທີ່ຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ສ້າງແຕ່ລະໜ່ວຍພັກໃຫ້ກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ເພີ່ມທະວີການຮຽນການສອນໃຫ້ມີຄຸນະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ວາງໄວ້ໃຫ້ມີຜົນສຳເລັດໃນຕໍ່ໜ້າ.