ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ການນຳແຂວງໄຊສົມບູນ ລົງຢ້ຽມຢາມໜ່ວຍງານກໍ່ສ້າງຮາກຖານການເມືອງ ປະຈຳບ້ານສັນພູໄຊ ເມືອງທ່າໂທມ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 21/01/2022

ຮຽບຮຽງໂດຍ: ນັກຂ່າວສື່ກໍ່ສ້າງພັກ

ແຫຼ່ງຂ່າວ: ເຢັ້ງເຊີເຊ່ຍມົວ ນັກຂ່າວແຂວງໄຊສົມບູນ

       ໃນວັນທີ 20 ມັງກອນ ປີ 2022 ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກ ແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ພ້ອມດ້ວຍຄະນະ, ມີສະຫາຍ ຄຳເປີ້ນ ໄຂຄຳໝັ້ນ ກຳມະການພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ລົງຢຽ້ມຢາມໜ່ວຍງານກໍ່ສ້າງຮາກຖານ ຢູ່ບ້ານສັນພູໄຊ ເມືອງທ່າໂທມ ແຂວງ ໄຊສົມບູນ ໂດຍມີ ສະຫາຍ ພັຕ ວິໄລສັກ ສີສຸພັນທອງ ຫົວໜ້າໜ່ວຍງານ ກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ, ນາຍບ້ານ ແລະ ພະນັກງານຮາກຖານເຂົ້າຮ່ວມ ແລະ ໃຫ້ການຕ້ອນຮັບຄະນະ.

       ໂອກາດດັ່ງກ່າວ, ການນຳແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ຈາກ ສະຫາຍ ພັຕ ວິໄລສັກ ສີສຸພັນທອງຫົວໜ້າໜ່ວຍງານ ກໍ່ສ້າງຮາກຖານ ເຊິ່ງໃຫ້ຮູ້ວ່າ: ໜ່ວຍກໍ່ສ້າງຮາກຖານປະຈຳບ້ານສັນພູໄຊ ມີທັງໝົດ 8 ສະຫາຍ ໃນໄລຍະຜ່ານມາສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ວຽກງານໄດ້ຫຼາຍດ້ານເປັນຕົ້ນ ທາງດ້ານການເມືອງ-ແນວຄິດ ໄດ້ມີການສຶກກສາອົບຮົມການເມືອງ-ແນວຄິດໃຫ້ອຳນາດການປົກຄອງບ້ານໄດ້ 3 ຄັ້ງ ໂດຍໄດ້ນຳເອົາບັນດາແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ ແລະ ກົດໝາຍຂອງລັດ ໄປເຜີຍແຜ່ເຊື່ອມຊືມໃຫ້ບັນດາພະນັກງານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ 4 ຄັ້ງ, ເຜີຍແຜ່ແຈ້ງການກຽ່ວກັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ພໍ່ແມ່ປະຊາຊົນໄດ້ 9 ຄັ້ງ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈັດຕັ້ງນຳພາອຳນາດການປົກຄອງບ້ານລົງເກັບກຳສະຖິຕິປະຊາກອນ ຢູ່ພາຍໃນບ້ານ 3 ຄັ້ງ ມີຈຳນວນທັງໝົດ 173 ຄອບຄົວ, ຈຳນວນພົນທັງໝົດ 1020 ຄົນ, ຍິງ 500 ຄົນ, ໄດ້ຕິດຕາມຄົນເຂົ້າອອກຢູ່ພາຍໃນບ້ານທີ່ມາພັກເຊົາ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຕິດຕາມກວດກາກຸ່ມຄົນທີ່ບໍ່ຫວັງດີຕ່າງໆ, ວຽກງານເສດຖະກິດ-ສັງຄົມແກ້ໄຂຄວາມທຸກຍາກ ໄດ້ສຳເລັດການກວດກາ, ປະເມີນມາດຕະຖານຄອບຄົວພົ້ນທຸກ ແລະ ມາດຖານຄອບຄົວພັດທະນາຕາມດຳລັດ 348 ໃນໄລຍະຕົ້ນປີ 2021, ໄດ້ຮ່ວມກັບອຳນາດການປົກຄອງບ້ານ ຊຸກຍູ້ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນທຳການຜະລິດຕາມລະດູການ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ດ້ານການບໍລິຫານ ແລະ ການປົກຄອງ ໄດ້ຮ່ວມກັບອົງການປົກຄອງເມືອງ ລົງຊຸກຍຍູ້ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜັ້ນ, ຂະຫຍາຍມະຫາຊົນຜູ້ກ້າວໜ້າທີ່ເປັນຫົວຈັກຫຼັກແຫຼ່ງຂອງບ້ານເຂົ້າເປັນສະມາຊິກພັກສຳຮອງໄດ້ຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ ແລະ ວຽກງານດ້ານອື່ນໆກໍສຳເລັດຕາມລະດັບຄາຍໝາຍ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນກຳນົດທິດທາງແຜນການໃນຕໍ່ໜ້າ.

       ໃນໂອກາດດັ່ງກ່າວ ໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ເຊິ່ງສະຫາຍໄດ້ເໜັ້ນໜັກຕໍ່ໜ່ວຍງານກໍ່ສ້າງຮາກຖານການເມືອງ ປະຈຳບ້ານສັນພູໄຊ ຈົ່ງພ້ອມໃຈສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມຂອບເຂດສິດ ແລະ  ໜ້າທີ່ທີ່ການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ໃນການນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ໄປເຜີຍແຜ່ໃຫ້ອົງການປົກຄອງບ້ານກໍ່ຄືປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ມີໂອກາດສ້າງສາພັດທະນາເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ.