ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງໄຊສົມບູນ
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 20/01/2022

     

ຮຽບ​ຮຽງ​ໂດຍ: ນັກຂ່າວສື່ກໍ່ສ້າງພັກ

ແຫຼ່ງຂ່າວ: ສີລິພອນ ສົງຄຳ

ນັກຂ່າວແຂວງໄຊສົມບູນ

     ໃນວັນທີ 19 ມັງກອນ 2022 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ຫ້ອງປະຊຸມບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງໄຊສົມ​ບູນ ໂດຍການເປັນປະທານຂອງສະ​ຫາຍ ໄຊສົມພັນ ລີເຕັງເບຼຍຈື້, ກຳມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ​ມີສະ​ຫາຍ ເລັ່ງລໍ່ ຢົງຊະເຈ່ຍວ່າ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ​ສະ​ຫາຍ ນາງ ນຸ້ຍ ສັງວິບຸດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄ​ະ​ນະ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ​ຈາກ 5 ເມືອງ ຕະຫຼອດຮອດພະນັກງານພາຍໃນພະແນກເຂົ້າຮ່ວມ.

     ໃນກອງປະຊຸມ ສະ​ຫາຍ ເລັ່ງລໍ່ ຢົງຊະເຈ່ຍວ່າ, ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມະຕິກົມການເມືອງສູນກາງພັກ ເລກທີ 032/ກມສພ ລົງ​ວັນ​ທີ 3 ມັງ​ກອນ 2018 ວ່າດວ້ຍການສ້າງແຜນກຳນົດນຳພາ-ຄຸ້ມຄອງ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ລົງ​ວັນ​ທີ 3 ມັງ​ກອນ 2018 ວ່າດ້ວຍມາດຖານພະນັກງານນຳພາຄຸ້ມຄອງ ແລະ ຄຳແນະນຳຂອງ ຄະນະຈັດຕັ້ງສູນກາງ ສະບັບເລກທີ 292/ຄຈສພ ລົງ​ວັນ​ທີ 26/04/2018 ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ມາດ​ຕະ​ຖານ​ຂອງ​ພະ​ນັກ​ງານ​ນຳ​ພາ-ຄຸ້​ມ​ຄອງ, ວຽກ​ງານ​ຄຸ້ມ​ຄອງ​ພະ​ນັກ​ງານ ແລະ ວຽກ​ງານ​ສ້າງ​ແຜນ​ກຳ​ນົດ​ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ ແລະ ໄດ້ຮັບຟັງການຜ່ານດຳລັດຂອງລັດຖະບານ ສະບັບເລກທີ 461/ລບ ລົງ​ວັນ​ທີ 9.10.2012 ວ່າ​ດ້ວຍ​ມາດ​ຕະ​ຖານ​ຕຳ​ແໜ່ງ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ກອນ ແຫ່ງ ສ​ປ​ປ ລາວ ສະ​ເໜີໂດຍ​ສ​ະ​ຫາຍ ນາງ ນຸ້ຍ ສັງວິບຸດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ.

     ຈາກນັ້ນ, ປະທານໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ຈົ່ງເອົາໃຈໃສ່ໃນການຄົ້ນຄວ້າ, ທາບທາມ ແລະ ໃຫ້ຄະແນນ, ໂດຍອີງຕາມມາດຖານ, ເງື່ອນໄຂ ເພື່ອກໍານົດເອົາເປົ້າໝາຍພະນັກງານນໍາພາ-ຄຸ້ມຄອງ ກໍຄືຄະນະພະແນກ-ຮອງພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ເພື່ອສາມາດນໍາພາວຽກງານການເມືອງຂອງພັກ ໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ພ້ອມທັງນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ ກອງປະຊຸມໄດ້ດໍາເນີນການທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໄປຕາມແຕ່ລະຂັ້ນຕອນ ເພື່ອເຮັດໃຫ້ກອງປະຊຸມຮັບປະກັນດ້ານເນື້ອໃນ ແລະ ຮູບການ, ແນ່ໃສ່ເຮັດໃຫ້ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ມີປະສິດທິພາບ ແລະ ປະສິດທິຜົນ.