ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຊຽງຂວາງຜັນຂະຫຍາຍວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ 5 ປີ (2016-2020) ແລະ ທິດທາງແຜນການ 2021-2025
ຈຳນວນຜູ້ອ່ານ: 77
ອະນຸມັດວັນທີ: 14/01/2022

ໂດຍ: ບຸນມີ ແສງທຸມມີ

       ກອງປະຊຸມຜັນຂະຫຍາຍວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ 5 ປີ (2016-2020) ແລະ ທິດທາງແຜນການ(2021-2025) ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-12 ມັງກອນ 2022 ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ, ຮອງເລຂາໜ່ວຍພັກພະແນກການ ແລະ ແຂກຖືກເຊີນເຂົ້າຮ່ວມ.

       ໃນກອງປະຊຸມ ສະຫາຍ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ໄດ້ສະຫຼຸບ-ລາຍງານ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຄະນະພັກແຕ່ລະຂັ້ນໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ ເອົາໃຈໃສ່ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຊື່ອມຊຶມຕໍ່ແນວທາງຂອງພັກ ແລະ ກົດໝາຍຂອງລັດ, ໄດ້ເຊີດຊູຄວາມຮັບຜິດຊອບຢ່າງຕັ້ງໜ້າ ປັບປຸງການຈັດຕັ້ງຮາກຖານພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຄະນະພັກຮາກຖານ, ຄະນະໜ່ວຍພັກໄດ້ປະຕິບັດກົດລະບຽບພັກເຂັ້ມງວດ ດຳເນີນຊີວິດການເມືອງ ແລະ ເສຍເງິນສະຕິພັກເປັນປົກກະຕິ, ເອົາໃຈໃສ່ຕໍ່ວຽກງານຂະຫຍາຍພັກ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຄຸ້ມຄອງປ້ອງກັນພັກ-ພະນັກງານ, ການຍົກລະດັບທິດສະດີການເມືອງ, ວຽກງານວິຊາສະເພາະໃຫ້ສະມາຊິກພັກ. ມາຮອດປີ 2020 ທົ່ວແຂວງມີ 88 ຄະນະພັກຮາກຖານ, ມີໜ່ວຍພັກ 1.063 ໜ່ວຍ ທຽບໃສ່ປີ 2015 ເພີ່ມຂື້ນ 201 ໜ່ວຍ, ມາຮອດປີ 2018 ສາມາດສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄດ້ 662 ໜ່ວຍ, ກວມ 64,39% ຂອງໜ່ວຍພັກທັງໝົດ, ປີ2019 ສືບຕໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 732 ໜ່ວຍ ກວມ 69%, ປັດຈຸບັນມີສະມາຊິກພັກທັງໝົດ 17.945 ສະຫາຍ, ຍິງ 5.197 ສະຫາຍ, ທຽບໃສ່ປີ2015 ເພີ່ມຂຶ້ນ 4.562 ສະຫາຍ ໃນນີ້ມີສະມາຊິກພັກແຂງ 8.679 ສະຫາຍ ກວມ48,37%, ກາງ 945 ສະຫາຍ, ກວມ 5,27%, ແລະ ສະມາຊິກພັກອ່ອນ 32 ສະຫາຍ ກວມ 0,18%, ບໍ່ໄດ້ແບ່ງປະເພດ 8.283 ສະຫາຍ ກວມ 46,16%, ມອບບັດສະມາຊິກພັກສົມບູນໄດ້ 16.333 ສະຫາຍ, ກວມ 96,55% ການເຄື່ອນໄຫວວຽກງານພັກແມ່ນເຂົ້າສູ່ລະບົບແບບແຜນວິທີເຮັດວຽກທີ່ດີ ຫຼາຍຮາກຖານພັກໄດ້ມີການຈັດຕັ້ງແລກປ່ຽນຖອດຖອນບົດຮຽນ ໂດຍສະເພາະແມ່ນວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ກຳສະພາບພະນັກງານ-ລັດຖະກອນຢູ່ໃນສິດຄຸ້ມຄອງຂັ້ນຂອງຕົນ, ຄຸ້ມຄອງທາງດ້ານຈຳນວນ, ຊີວະປະຫັວດ, ການບັນຈຸ, ສັບຊ້ອນ, ຈັດວາງ, ຍົກຍ້າຍ, ແຕ່ງຕັ້ງ... ປັດຈຸບັນພະນັກງານ-ລັດຖະກອນທົ່ວແຂວງມີ 8.368 ຄົນ, ຍິງ3.888 ຄົນ, ໄດ້ເອົາໃຈໃສ່ວຽກງານປ້ອງກັນພັກ-ພະນັກງານໄລຍະໃໝ່ ໂດຍເລີ່ມຈາກການປ້ອງກັນແນວທາງການເມືອງ ປ້ອງກັນການຈັດຕັ້ງພັກ ປ້ອງກັນສະມາຊິກພັກ-ພະນັກງານ-ລັກຖະກອນ ແລະ ປະກອບບຸກຄະລາກອນເຂົ້າໃນຂະແໜງການຕ່າງໆ.

       ຜູ້ແທນກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ, ສືບຕໍ່ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນເປັນຕົ້ນແມ່ນການເຮັດວຽກງານການເມືອງແນວຄິດ, ສືບຕໍ່ຄົ້ນຄ້ວາກຳແໜ້ນ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ບັນດາຄາດໝາຍກໍ່ຄືເນື້ອໃນກອງປະຊຸມເຂົ້າສູ່ສະພາບຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ສືບຕໍ່ຄົ້ນຄ້ວາ, ກຳແໜ້ນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ໃຫ້ຄະນະພັກທຸກຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍ ຮັບຮູ້ເຂົ້າໃຈ ພ້ອມທັງເປັນເຈົ້າການຕື່ນຕົວຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການຊີ້ນຳ-ນຳພາ ຕໍ່ວຽກງານກໍ່ສ້າງພັກ-ພະນັກງານໃຫ້ແທດເຖິງກ່ວາເກົ່າ ຜັນຂະຫຍາຍເນື້ອໃນກອງປະຊຸມຄັ້ງນີ້ ຕິດພັນກັບມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ກໍ່ຄືຂັ້ນຂອງຕົນໃຫ້ປະກົດຜົນເປັນຈິງ.