ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ເມືອງທົ່ງມີໄຊ ເຊື່ອມຊຶມເອກະສານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 21/12/2021

       ໂດຍ: ສິງເພັດ ສຸນາເຄນ

       ໃນກາງເດືອນທັນວາ 2021 ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຊື່ອມຊຶມເອກະສານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃນທົ່ວເມືອງ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັ.ອ ດາວນ້ອຍ ບຸດບົວທອງ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ທີມງານຂອງແຂວງ ຕະຫຼອດຮອດພະນັກງານ-ວິຊາການອ້ອມຂ້າງເມືອງເຂົ້າຮ່ວມ.

       ໃນພິທີ ສະຫາຍ ດາວສິດ ທິແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງທົ່ງມີໄຊ ໄດ້ລາຍງານສະພາບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ຮາກຖານບ້ານໃນທົ່ວເມືອງທົ່ງມີໄຊ ປີ 2021 ໂດຍຫຍໍ້: ເມືອງທົ່ງມີໄຊ ປະກອບມີ 65 ຮາກຖານພັກ, ມີ 3 ຄະນະພັກຮາກຖານ, ມີ 62 ໜ່ວຍພັກ, ມີສະມາຊິກພັກທັງໝົດ 522 ສະຫາຍ, ຍິງ 190 ສະຫາຍ. ຈາກນັ້ນ ໄດ້ເຊື່ອມຊຶມຄຳສັ່ງຄໍາສັ່ງເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ຄໍາແນະນໍາຂອງແຂວງ ກ່ຽວກັບການເພີ່ມທະວີສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ດໍາລັດ​ເລກທີ 348/ລບ ລົງວັນທີ 16 ພະຈິກ 2007 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານບ້ານພັດທະນາ, ຄໍາແນະນໍາ ເລກທີ 137/ຈຂ.ຊຍ ລົງວັນທີ  9 ສິງຫາ 2021 ວ່າດ້ວຍການເພີ່ມທະວີວຽກລະບຽບສັງຄົມ, ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ເລກທີ 443/ ຄພຂ.ຊຍ ລົງວັນທີ 12  ຕຸລາ 2021 ວ່າດ້ວຍການຜັນຂະຫຍາຍຄໍາສັ່ງເລກທີ 02/ກມສພ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງໄຊຍະບູລີ ແລະ ເອກະສານອື່ນໆອີກຈຳນວນໜຶ່ງ ພ້ອມທັງແນະນຳຂັ້ນຕອນ, ບາດກ້າວໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ. ຈາກນັ້ນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະຮັບຜິດຊອບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ຢູ່ບ້ານໃຫຍ່ ເພື່ອສືບຕໍ່ຍົກລະດັບຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການປ່ຽນແປງຢ່າງຕັ້ງໜ້າ ຮັບປະກັນປະລິມານ ແລະ ຄຸນນະພາບ ທັງເປັນການກະກຽມຄວາມພ້ອມທຸກເງື່ອນໄຂໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວເມືອງໃຫ້ສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້.