ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນຢ່າງຈົບງາມ
ຈຳນວນຜູ້ອ່ານ: 63
ອະນຸມັດວັນທີ: 11/11/2021

ໂດຍ: ສ. ໃສ

     ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ໃນການດຳເນີນກອງປະຊຸມໃຫຍ່ຂອງກະຊວງ-ອົງການທີ່ຍັງບໍ່ທັນໄດ້ດຳເນີນໃຫ້ສຳເລັດຕາມກຳນົດເວລາ ໂດຍສະເພາະແມ່ນ 19 ພາກສ່ວນທີ່ຈະຕ້ອງໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກສຳເລັດ; ໃນ​ວັນ​ທີ 9 ພະ​ຈິກ 2021 ສະຫະ​ພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ​ແລະ ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ໄດ້ດຳເນີນ​ກອງ​ປະ​ຊຸມ​ໃຫຍ່​ຂັ້ນຂອງ​ຕົນ​ສຳ​ເລັດ ເຊິ່ງກອງ​ປະ​ຊຸມ​​ໃຫຍ່ຜູ້​ແທນ​ນັກ​ຮົບ​ເກົ່າ​ແຫ່ງ​ຊາດ​ລາວທົ່ວ​ປະ​ເທດ​ ຄັ້ງ​ທີ IV ໄດ້ຈັດຂຶ້ນຢູ່ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ທອງ​ລຸນ​ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ທານ​ປ​ະ​ເທດ​ ແຫ່ງ ​ສ​ປ​ປ ​ລາວ, ​​​ມີ​ສະຫາຍ ພົນ​ເອກ​ ຈັນ​ສະ​ໝອນ ຈັນ​ຍາ​ລາດ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ​ມີ​ຄະນະ​ບໍລິຫານ​ງານ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງຊາດ​ລາວ, ບັນ​ດາ​ປະ​ທານ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ, ຮອງ​ປະ​ທານ, ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ຂັ້ນ​ແຂວງ, ນະ​ຄອນຫຼວງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

     ໃນວາລະກອງ​ປະ​ຊຸມ​​ ສະຫາຍ ພົນ​ຈັດ​ຕະ​ວາ ສົມ​ພອນ ແກ້ວ​ມີ​ໄຊ ປະ​ທານ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ແຫ່ງ​ຊາດ​ລາວ​ ໄດ້​​ລາຍ​ງານ​ສະ​ພາບ​ການເຄື່ອນໄຫວວຽກງານລວມ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ແຫ່ງ​ຊາດ​ລາວ​ສະ​ໄໝ​ທີ​ III ​ໄລ​ຍະ 5 ປີ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນຂໍ້​ສະ​ດວກ​ທີ່​ເອື້ອ​ອຳ​ນວຍ ແລະ ຂໍ້​ຫຍຸ້ງ​ຍາກຕ່າງໆ ພ້ອມທັງວາງທິດທາງແຜນການໃນ 5 ປີຕໍ່ໜ້າ. ພ້ອມນີ້ ກອງປະຊຸມຍັງ ​ໄດ້​ຮັບ​ຮອງເອົາ​ຄະນະ​ບໍລິຫານ​ງານ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງຊາດ​ລາວ ຊຸດໃໝ່ 27 ສະຫາຍ, ຍິງ 1 ສະຫາຍ, ​ໃນ​ນັ້ນ ໄດ້ຮັບຮອງ​ເອົາສະຫາຍ ພົນ​ໂທ ແສງນວນ ໄຊ​ຍະ​ລາດ​ ເປັນ​ປະ​ທານ,​ ສະຫາຍ ​ພົນ​ຈັດ​ຕະ​ວາ ຄຳ​ຫອມ​ ແສງ​ບົວ​ລົມ, ສະຫາຍ ພົນ​ຈັດ​ຕະ​ວາ ລຳ​ພອນ ​ນົນ​ຈັນ​ທະ​ວົງ, ສະຫາຍ ​ພົນ​ຈັດ​ຕະ​ວາ ຄຳ​ໝັ້ນ ວັນ​ນະ​ວົງ ແລະ ສະຫາຍ ພົນ​ຈັດ​ຕະ​ວາ ພອນ​ໃຈ ພັນ​ທະ​ວົງ​ ເປັນ​ຮອງ​ປະ​ທານ; ສະຫາຍ ​ພົນ​ຈັດ​ຕະ​ວາ ຄຳ​ໝັ້ນ ວັນ​ນະ​ວົງ ເປັນ​ປະ​ທານກວດ​ກາ, ສະຫາຍ ພັນ​ເອກ ນາງ ​ຄຳ​ພູ​ ສິດ​ທິ​ເສນ ​ເປັນ​ຮອງ​ປະ​ທານກວດ​ກາ.

     ໃນວັນດຽວ​ກັນ​ ຢູ່ທີ່ສູນ ICTC (ຫຼັກ 5) ນະຄອນຫຼວງວຽງຈັນ, ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງຕົນສຳເລັດ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ​​​ເປັນ​ປະທານ​ກອງປະຊຸມໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກອົງການໄອຍະການປະຊາຊົນສູງສຸດ, ສະມາຊິກພັກສົມບູນ, ສຳຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ໃນກອງ​ປະຊຸມ​ດັ່ງກ່າວ ສະມາຊິກພັກສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະພັກ ຊຸດໃໝ່ 9 ສະຫາຍ, ຍິງ 2 ສະຫາຍ ຈາກຜູ້ສະໝັກ 12 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະເ​ລີກ ໄດ້ເປັນເອກະສັນເລືອກເອົາຄະນະປະຈຳພັກ 3 ສະຫາຍ ປະກອບດ້ວຍ ສະຫາຍ ໄຊຊະນະ ໂຄດພູທອນ, ສະ ຫາຍ ບຸນທັນ ບຸນທະວີໄລ ແລະ ສະຫາຍ ຄຳເພັດ ສົມວໍລະຈິດ; ເລືອກເອົາສະຫາຍ ໄຊຊະນະ ໂຄດພູທອນ ເປັນເລຂາ ແລະ ສະຫາຍ ບຸນທັນ ບຸນທະວິໄລ ເປັນຮອງເລຂາ ທັງເປັນປະທານກວດກາ.

     ໃນຕອນ​ທ້າຍ​ຂອງກອງ​ປະຊຸມ ຜູ້ແທນ​ໄດ້​ຮັບ​ຟັງ​​ຄຳ​ເຫັນໂອ້​ລົມ​ຈາກ​ຂັ້ນ​ເທິງ ເຊິ່ງໄດ້​ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາ ແລະ ໃຫ້​ທິດຊີ້ນຳໃນການ​ປັບປຸງແກ້​ໄຂ​​ດ້ານ​ອ່ອນ-ຂໍ້ຄົງຄ້າງ ພ້ອມທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄະນະ​ພັກ​ຊຸດ​ໃໝ່​ທີ່​ຈະ​ສືບ​ຕໍ່​ຊີ້​ນຳ-ນຳພາ​ ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ຕົນກ້າວສູ່ຜົນສຳເລັດໃໝ່ ປະກອບສ່ວນເຂົ້າໃນພາລະກິດລວມ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດຊາດ.